ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ເກົາ​ຫຼີ​ເໜືອ ກ່າວ​ວ່າ ຕົນ​ບໍ່​ສົນ​ໃຈ ກ່ຽວ​ກັບ ​ຂໍ້ຕົກ​ລົງ ​ນິ​ວ​ເຄ​ລຍ


ຮູບ​ຖ່າຍ​ຈາກ​ດາວ​ທຽມ ຂອງ​ບໍ​ລິ​ສັດ GeoEye ສະ​ແດງ​ໃຫ້​ເຫັນ ບໍ​ລິ​ເວນ​ອ້ອມ​ແອ້ມ​ໂຮງ​ໄຟ້​າ​ຟ້ານິວ​ເຄ​ລຍ Yongbyon ​ຂອງ​ເກົາ​ຫຼີ​ເໜືອ.
ຮູບ​ຖ່າຍ​ຈາກ​ດາວ​ທຽມ ຂອງ​ບໍ​ລິ​ສັດ GeoEye ສະ​ແດງ​ໃຫ້​ເຫັນ ບໍ​ລິ​ເວນ​ອ້ອມ​ແອ້ມ​ໂຮງ​ໄຟ້​າ​ຟ້ານິວ​ເຄ​ລຍ Yongbyon ​ຂອງ​ເກົາ​ຫຼີ​ເໜືອ.

ນັກ​ການ​ທູດ​ລະດັບ​ສູງ​ຂອງ​ເກົາຫຼີເໜືອ ກ່າວ​ວ່າ ​ໂຄງການ​ອາ​ວຸດ
ນິວ​ເຄລຍຂອງ​ປະ​ເທດ​ຂອງ​ທ່ານແມ່ນ​ບໍ່​ໄດ້​ຕັ້ງ​ຂຶ້ນ​ມາເພື່ອ​ປຶ​ກສາ​
ຫາລື ​ໂດຍຢືນຢັດ​ວ່າ ສະຖານະ​ການ ​ຂອງພຽງ​ຢາງ ​ແ​ມ່ນ “​ແຕກ
​ຕ່າງຢ່າງສິ້ນ​ເຊິ​ງ” ກັບສະຖານະ​ການ ​ຂອງ​ປະ​ເທດອີຣ່ານ.

​ເອກ​ອັກຄະ​ລັດຖະທູດ​ເກົາຫຼີ​ເໜືອ​ປະ​ຈຳຈີນ ທ່ານ Ji Jae Ryong
ກ່າວ​ໃນ​ວັນ​ອັງຄານ​ມື້​ນີ້​ວ່າ ​ເ​ກົາຫຼີ​ເໜືອບໍ່​ມີ “​ຄວາມ​ສົນ​ໃຈໃດໆ​ເລີຍ
​ໃນ​ການ​ເຈລະ​ຈາຫາລື ເພື່ອ​ຍຸ​ຕ​ິ​ໂຄງການ​ນິວເຄລຍ ​ແຕ່​ພຽງ​ຝ່າຍ
​ດຽວຫຼືຍົກ​ເລີກ​ໂຄງການ​ນິວ​ເຄລຍຂອງ​ພວກ​ເຮົາ.”

ທ່ານ Ji ກ່າວ​ໃນ​ລະຫວ່າງ​ການ​ຖະ​ແຫຼ​ງຂ່າວ​ ທີ່​ບໍ່ຄ່ອຍໄດ້ເຫັນກັນ
ຢູ່ທີ່​ສະຖານ​ທູດ​ເກົາຫຼີ​ເໜືອໃນ​ນະຄອນຫຼວງ​ປັກ​ກິ່ງ​ວ່າ “ສະຖານະ​ການ​ຂອງ​ ສປປ ​ເກົາຫຼີ
​ແມ່ນ​ແຕກ​ຕ່າງ​ຈາກອີຣ່ານ​ໂດຍ​ສິ້ນ​ເຊີງ. ພວກ​ເຮົາ​ແມ່ນ​ປະ​ເທດມີນິວ​ເຄລຍ ທັງ​ໃນ​ນາມ
​ແລະຄວາມ​ເປັນ​ຈິງໃນ​ຖານະ​ເປັນ​ປະ​ເທດນິວ​ເຄລຍ ພວກ​ເຮົາ​ມີ​ຜົນປະໂຫຍດຂອງ​ພວກ​
ເຮົາ​ເອງ ​ໃນໂຄງການ​ນິວ​ເຄລຍ.”

ການ​ໃຫ້​ຄຳ​ເຫັນດັ່ງກ່າວໄດ້​ມີ​ຂື້ນ​ໃນຂະນະທີ່ທູດ​ພິເສດຂອງສະຫະລັດ ທ່ານ Sydney
Seilor ​ເດີນທາງໄປ​ຢ້ຽມຢາມ​ນະຄອນຫຼວງ​ປັກ​ກິ່ງ ໃນວັນ​ອັງຄານ​ມື້​ນີ້ ​ເພື່ອ​ປຶກ​ສາ​ຫາລື
​ກ່ຽວ​ກັບ​ວິທີຟື້ນ​ຟູການ​ເຈລະຈານິວ​ເຄລຍ 6 ຝ່າຍກັບ​ເກົາຫຼີ​ເໜືອທີ່​ຢຸດ​ຊະງັກ​ຢູ່ໃນເວລາ
ນີ້. ຫຼັງ​ຈາກໄດ້​ພົບ​ປະ​ກັບ​ເຈົ້າ​ໜ້າ​ທີ່ ຢູ່​ນະຄອນຫຼວງໂຊ​ລ ​ໃນ​ວັນ​ຈັນ​ວານ​ນີ້ ທ່ານ Seilor
ໄດ້ກ່າວວ່າ ສະຫະລັດແມ່ນພ້ອມແລ້ວທີ່ ຈະພົວພັນກັບພຽງຢາງໃນວິທີດຽວກັບທີ່ສະຫະ
ລັດໄດ້ຊ່ວຍໄກ່ເກ່ຍໃຫ້ບັນລຸຂໍ້ຕົກລົງກັບອີຣ່ານ.

ທ່ານໄດ້ກ່າວວ່າ “ຄວາມຄືບໜ້້າໃນຄວາມພະຍາຍາມຂອງເຮົາ ເມື່ອບໍ່ດົນມານີ້ ເພື່ອເຮັດ
ອີຣ່ານ ບໍ່ມີອາວຸດນິວເຄລຍນັ້ນ ແມ່ນເປັນຕົວຢ່າງອັນດີເລີດ ສຳລັບຄວາມຜ່ອນສັ້ນຜ່ອນ
ຍາວຂອງສະຫະລັດແລະຄວາມເຕັມໃຈທີ່ຈະພົວພັນກັບບັນດາປະເທດທີ່ພວກເຮົາມີຄວາມ
ແຕກຕ່າງ ມາແຕ່ດົນນານແລ້ວນັ້ນ.”

ອິຣ່ານ ແລະ ບັນດາ 6 ປະເທດມະຫາອຳນາດໂລກໄດ້ບັນລຸຂໍ້ຕົກລົງໃນຕົ້ນເດືອນນີ້ທີ່ຈະ
ຈຳກັດຄວາມສາມາດ ທາງດ້ານນິວເຄລຍ ຂອງອີຣ່ານ ເພື່ອເປັນການແລກປ່ຽນກັບການ
ຜ່ອນຜັນມາດຕະການລົງໂທດ.

Nokor Iran Nuclear
please wait
Embed

No media source currently available

0:00 0:01:01 0:00

XS
SM
MD
LG