ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຜູ້ນໍາ ເກົາຫຼີເໜືອ ຮຽກຮ້ອງ ໃຫ້ພັດທະນາ ອາວຸດ ທັນສະໄໝ (ສະໄລດ໌)


 ທ່ານ Kim Jong Un ກ່າວຄໍາປາໄສຄັ້ງທໍາອິດໃນວັນຂຶ້ນປີໃໝ່ ຮຽກຮ້ອງໃຫ້ປະເທດສຸມໃສ່ການປັບປຸງເສດຖະກິດ, ການພັດທະນາອາວຸດທີ່ກ້າວໜ້າທັນສະໄໝ ໃນວັນທີ 1 ມັງກອນ, 2013.
ທ່ານ Kim Jong Un ກ່າວຄໍາປາໄສຄັ້ງທໍາອິດໃນວັນຂຶ້ນປີໃໝ່ ຮຽກຮ້ອງໃຫ້ປະເທດສຸມໃສ່ການປັບປຸງເສດຖະກິດ, ການພັດທະນາອາວຸດທີ່ກ້າວໜ້າທັນສະໄໝ ໃນວັນທີ 1 ມັງກອນ, 2013.
ຜູ້ນໍາເກົາຫລີເໜືອ ທ່ານ Kim Jong Un ໄດ້ໃຊ້ຄໍາປາໄສ
ເນື່ອງໃນໂອກາດວັນຂຶ້ນປີໃໝ່ ຮຽກຮ້ອງໃຫ້ມີການພັດທະນາ ອາວຸດທີ່ກ້າວໜ້າທັນສະໄໝ ຕະຫຼອດທັງຍຸຕິ “ການປະເຊີນ
ໜ້າກັນ” ໃນແຫລມເກົາຫລີ.

ໃນການກ່າວຄໍາປາໄສທາງໂທລະພາບ ທີ່ບໍ່ໄດ້ມີການວາງແຜນ
ໄວ້ລ່ວງໜ້າໃນວັນອັງຄານ ມື້ນີ້ທ່ານ Kim ໄດ້ຮຽກຮ້ອງໃຫ້ປະ
ເທດຂອງທ່ານຢຶດໝັ້ນໃນ “ອຸດົມການເພື່ອຄວາມເປັນເອກະ
ລາດ, ສັນຕິພາບ ແລະມິດຕະພາບ”.

ທ່ານ Kim ຊຶ່ງລັດຖະບານຂອງທ່ານໄດ້ຖືກປະນາມໂດຍນາໆ
ຊາດຍ້ອນໄດ້ທຳການຍິງ ລູກສອນໄຟໄລຍະໄກຢ່າງສໍາເລັດຜົນ
ໃນເດືອນທັນວາທີ່ຜ່ານມານັ້ນ ຍັງໄດ້ຮຽກຮ້ອງໃຫ້ ມີການພັດ
ທະນາ “ອາວຸດ ແລະອຸປະກອນທີ່ກ້າວໜ້າທັນສະໄໝ” ເພີ້ມຂຶ້ນອີກ.

ຄໍາປາໄສດັ່ງກ່າວແມ່ນເປັນຄຳປາໄສທາງໂທລະພາບເນື່ອງໃນໂອກາດວັນຂຶ້ນປີໃໝ່ ຄັ້ງ ທໍາອິດ ໂດຍຜູ້ນໍາເກົາຫລີເໜືອໃນຮອບ 19 ປີ. ໃນໄລຍະທີ່ຢູ່ພາຍໃຕ້ການນໍາພາຂອງ ທ່ານ Kim Jong Il ມື້ລາງບິດາຂອງທ່ານ Kim ນັ້ນ ຄໍາປາໄສອວຍພອນວັນຂຶ້ນປີໃໝ່ ແມ່ນນໍາອອກເຜີຍແຜ່ ໃນຮູບບົດບັນນາທິການຂອງສື່ມວນຊົນທາງການເກົາຫຼີເໜືອ.

ປະມວນພາບການກ່າວຄໍາຮຽກຮ້ອງຂອງຜູ້ນໍາເກົສຫລີເໜືອ:

XS
SM
MD
LG