ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກົາຫຼີເໜືອ ແຕ່ງຕັ້ງ ລັດຖະມົນຕີ​ ການ​ຕ່າງປະ​ເທດ ​ຄົນໃໝ່


ທ່ານ Ri Yong Ho ລັດຖະມົນຕີ​ ການ​ຕ່າງປະ​ເທດ​ຄົນໃໝ່ ຂອງເກົາຫຼີເໜືອ
ທ່ານ Ri Yong Ho ລັດຖະມົນຕີ​ ການ​ຕ່າງປະ​ເທດ​ຄົນໃໝ່ ຂອງເກົາຫຼີເໜືອ

ເກົາຫລີ​ເໜືອ​ໄດ້​ແຕ່ງຕັ້ງນັກ​ການ​ທູດ​ອາຊີບ ​ໃຫ້​ເປັນ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຄົນໃໝ່ ອີງ​ຕາມ​ຈົດໝາຍ​ການ​ທູດ​ສະບັບ​ນຶ່ງ ທີ່​ສົ່ງ​ໄປ​ຫາ​ລັດຖະບານ​ອັງກິດ.

ອະດີດ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ Ri Yong Ho ​ເຄີຍ​ຮັບ​ໜ້າ​ທີ່​ເປັນຫົວໜ້າ​ຄະ ນະ​ເຈລະຈາ​ຂອງ​ເກົາຫຼີ​ເໜືອ ​ໃນ​ການ​ເຈລະຈາ​ປົດ​ອາວຸດ​ນິວ​ເຄລຍ ​ໃນ​ອະດີດ​ຜ່ານ​ມາ​ ຮວມທັງ​ການ​ເຈລະຈາ​ກັບ​ສະຫະລັດ​ໃນ​ຊຸມ​ປີ 1990. ນອກນັ້ນທ່ານ​ຍັງ​ເຄີຍຮັບ​ຕຳ​ແໜ່​ງ​ເປັນ​ເອກ​ອັກຄະ​ລັດຖະທູດ​ຂອງ​ພຽງ​ຢາງ​ປະຈຳ​ປະ​ເທດ​ອັງກິດ​ນຳ​ດ້ວຍ.

ພວກ​ນັກວິ​ເຄາະ​ບາງ​ຄົນ​ກ່າວ​ວ່າ ການ​ແຕ່ງຕັ້ງທ່ານ Ri Yong Ho ອາດ​ຈະ​ເປັນ​ການ​ພະຍາຍາມ​ຫາ​ທາງ​ຟື້ນຟູ​ການ​ທູດ ​ລະຫວ່າງ​ເກົາຫລີ​ເໜືອ​ທີ່​ຖືກ​ໂດດດ່ຽວ ກັບປະ​ເທດ​ຕ່າງໆ​ໃນ ໂລກ ​ໂດຍ​ສະ​ເພາະ​ຫລັງ​ຈາກ​ການ​ທົດ​ລອງ​ອາວຸດ ນິວ​ເຄລຍ​ໃນ​ເດືອນ​ມັງ ກອນ ​ແລະ​ການ​ຍິງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ ນຶ່ງ​ເດືອນ​ຕໍ່ມາ ທີ່​ໄດ້​ພາ​ໃຫ້​ນາໆ​ຊາດ​ພາ ກັນປະນາມ​ນັ້ນ.

ທ່ານ Ri ອາດ​ຍັງ​ຈະ​ມີໜ້າ​ທີ່​ ​ໃຫ້​ຮ້ອງ​ຂໍ​ກ່ຽວ​ກັບກໍລະນີ​ຂອງ​ປະ​ເທດ​ທ່ານ ຕໍ່​ອົງການ​ສະຫະ​ປະຊາ​ຊາດທີ່​ໄດ້​ທຳການ​ລົງ​ໂທດ​ຢ່າງ​ໜັກຕໍ່​ພຽງ​ຢາງ.

ຈົດໝາຍ​ບໍ່​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ​ແມ່ນ​ຫຍັງ​ຈະ​ເກີດ​ຂຶ້ນຕໍ່​ຜູ້​ທີ່​ກຳ​ຕຳ​ແໜ່​ງກ່ອນ ໜ້າ​ທີ່ຄື​ທ່ານ Ri Su Yong ​ເຖິງ​ແມ່ນ​ວ່າ​ ອົງການ​ສືບ​ລັບເກົາຫລີ​ໃຕ້ ລາຍ​ງານ​ວ່າ ຕົນ​ເຊື່ອ​ວ່າ ທ່ານ​ໄດ້​ຖືກ​ເລື່ອນ​ຊັ້ນຂຶ້ນ​ເປັນ​ຮອງ​ປະທານ​ກິດຈະການນາໆ​ຊາດຂອງ​ພັກ​ແຮງ​ງານ​ເກົາ ຫລີ​ກໍ​ຕາມ.

ກະລຸນາອ່ານຂ່າວນີ້ເພີ້ມຕື່ມເປັນພາສາອັງກິດ

XS
SM
MD
LG