ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ເກົາຫລີເໜືອ ແຕ່ງຕັ້ງ ພົນອາກາດຕີ ເປັນຜູ້ບັນຊາການ ກອງທັບຄົນໃໝ່


ເກົາຫລີເໜືອ ແຕ່ງຕັ້ງ ພົນອາກາດຕີ Hyon Yong Chol ເປັນຜູ້ບັນຊາການ ທະຫານຄົນໃໝ່.
ເກົາຫລີເໜືອ ແຕ່ງຕັ້ງ ພົນອາກາດຕີ Hyon Yong Chol ເປັນຜູ້ບັນຊາການ ທະຫານຄົນໃໝ່.

ເກົາຫລີ​ເໜືອ ​ໄດ້ແຕ່ງຕັ້ງພົນ​ອາກາດ​ຕີ​ທ່ານ​ນຶ່ງ​ເປັນ​ຜູ້​ບັນຊາ​ການ​ກອງທັບ ​ໃນ ການ​ສືບ​ຕໍ່​
ຊັບຊ້ອນ​ພວກ​ຜູ້ນຳ​ທາງ​ທະຫານ​ຂອງ​ປະ​ເທດ​ໃໝ່.

ສື່​ມວນ​ຊົນ​ຂອງທາງ​ການ​ເກົາຫຼີ​ເໜືອກ່າວ​ວ່າ ກໍາມາທິການກອງທັບ​ຂອງ​ພັກ​ກໍາມະກອນ​
ເກົາຫຼີ​ ​ແລະ​ຄະນະ​ກຳມາ​ທິການ​ປ້ອງ​ກັນ​ຊາດ ​ໄດ້ເລື່ອນຊັ້ນທ່ານ Hyon Yong Chol ຂື້ນ​
ກໍາ​ຕໍາ​ແໜ່ງ.

ມີ​ຄົນຮູ້​ເລື່ອງ​ທ່ານໜ້ອຍ​ທີ່​ສຸດ ກ່ຽວ​ກັບທ່ານ Hyon ຜູ້​ທີ່​ໄດ້​ເລື່ອນ​ຊັ້ນ​ເປັນ​ນາຍ​ພົນ ​ໃນ​ເດືອນ
​ກັນຍາ ​ປີ 2010.

ການແຕ່ງຕັ້ງທ່ານ ​ໄດ້​ມີ​ຂຶ້ນລຸນຫຼັງການຈາກໄປ​ຂອງນາຍທະ​ຫານ​ອະ​ວຸ​ໂສຂອງ​ປະ​ເທດ Ri
Yong Ho ຊຶ່ງ​ເປັນ​ຫົວໜ້າ​ທີ່ປຶ​ກສາ ​ຂອງຜູ້​ນໍາ Kim Jong Un ​ແລະ​ໄດ້​ນໍາພາ​ກອງທັບມາ​ຕັ້ງ
​ແຕ່​ປີ 2009. ​ເກົາຫລີ​ເໜືອ ກ່າວ​ວ່າ ທ່ານ Ri ​ໄດ້​ຖຶກຍົກຍ້າຍ​ຈາກ​ໜ້າ​ທີ່ ​ເພາະວ່າ​ເຈັບ​ປ່ວຍ.

XS
SM
MD
LG