ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີເໜືອ ຈັດການເດີນ ສວນສະໜາມ ກອງທັບ


ຜູ້ນຳ ເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ, ຂວາ, ຍົກມືກັບເຈົ້າໜ້າ
ທີ່ລະດັບສູງສຸດ ອັນດັບສາມຂອງ ຈີນ ທ່ານ ຫຼີ ຊານຊູ (Li Zhanshu), ໃນລະຫວ່າງ ການເດີນສວນສະໜາມ ສະຫຼອງວັນຄົບຮອບ 70 ປີ ຂອງການກໍ່ຕັ້ງ ເກົາຫຼີເໜືອ ໃນນະຄອນຫຼວງ ພຽງຢາງ, ເກົາຫຼີເໜືອ. 9 ກັນຍາ, 2018.
ຜູ້ນຳ ເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ, ຂວາ, ຍົກມືກັບເຈົ້າໜ້າ ທີ່ລະດັບສູງສຸດ ອັນດັບສາມຂອງ ຈີນ ທ່ານ ຫຼີ ຊານຊູ (Li Zhanshu), ໃນລະຫວ່າງ ການເດີນສວນສະໜາມ ສະຫຼອງວັນຄົບຮອບ 70 ປີ ຂອງການກໍ່ຕັ້ງ ເກົາຫຼີເໜືອ ໃນນະຄອນຫຼວງ ພຽງຢາງ, ເກົາຫຼີເໜືອ. 9 ກັນຍາ, 2018.

ຜູ້ນຳຂອງ ເກົາຫຼີເໜືອ ໄດ້ເປັນປະທານໃນການເດີນສວນສະໜາມກອງທັບຂະໜາດ
ໃຫຍ່ໃນວັນອາທິດມື້ນີ້, ເພື່ອສະເຫຼີມສະຫຼອງວັນຄົບຮອບ 70 ປີຂອງ ເກົາຫຼີເໜືອ.

ທ່ານ ກິມ ຈົງ ອຶນ, ແນວໃດກໍຕາມ, ບໍ່ໄດ້ກ່າວຄຳປາໄສຕໍ່ຝູງຄົນທີ່ໄດ້ເຕົ້າໂຮມກັນໃນ
ຈະຕຸລັດ ກິມ ອິລ ຊຸງ ຂອງນະຄອນຫຼວງ ພຽງຢາງ.

ການເດີນສວນສະໜາມດັ່ງກ່າວ ປະກອບມີຂະບວນຂອງລົດຖັງ, ລູກສອນໄຟ ແລະ
ໜ່ວຍທະຫານຍ່າງຖືບຕີນຫຼາຍຄະນະ ຈາກທຸກໆຂະແໜງຂອງກອງທັບ.

ແນວໃດກໍຕາມ, ການສະເຫຼີມສະຫຼອງຂອງປີນີ້, ບໍ່ໄດ້ລວມມີລູກສອນໄຟ ທີ່ທັນສະໄໝ
ທີ່ສຸດຂອງປະເທດໂດດດ່ຽວແຫ່ງນັ້ນ.

ໃນທາງກົງກັນຂ້າມ, ການກ່າວຢໍ້າ ໃນປີນີ້ ກໍແມ່ນມາດຕະການຕ່າງໆຕໍ່ພົນລະເຮືອນ
ທີ່ເພັ່ງເລັງໃສ່ການສ້າງສາເສດຖະກິດຂອງ ເກົາຫຼີເໜືອ.

ການເດີນສວນສະໜາມຂອງກອງທັບ ໄດ້ເກີດຂຶ້ນ ໃນເວລາທີ່ລະອຽດອ່ອນ ເປັນພິເສດ
ສຳລັບ ເກົາຫຼີເໜືອ. ເກົາຫຼີເໜືອ ໄດ້ພະຍາຍາມ ທີ່ຈະຫຼຸດຜ່ອນຄວາມເຄັ່ງຕຶງກັບ
ສະຫະລັດລົງ ລຸນຫຼັງກອງປະຊຸມສຸດຍອດຄັ້ງປະຫວັດສາດລະຫວ່າງ ທ່ານ ກິມ ກັບ
ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໃນຕົ້ນປີນີ້ ທີ່ປະເທດ ສິງກະໂປ.

ຜູ້ນຳທັງສອງທ່ານ ຢາກສຳເລັດຂໍ້ຕົກລົງ ກ່ອນການເລີ່ມຕົ້ນ ຂອງການເຈລະຈາຮອບ
ໃໝ່. ລັດຖະບານ ວໍຊິງຕັນ ຢາກໃຫ້ ເກົາຫຼີເໜືອ ຈິງຈັງກັບການປົດອາວຸດນິວເຄລຍ,
ໃນຂະນະທີ່ ພຽງຢາງ ຮຽກຮ້ອງການຄໍ້າປະກັນຄວາມປອດໄພ ແລະ ການຜ່ອນຜັນ
ອື່ນໆລ່ວງໜ້າ ກ່ຽວກັບ ການລົບລ້າງຄັງອາວຸດນິວເຄລຍຂອງເຂົາເຈົ້າ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG