ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໔ ຕຸລາ ໒໐໒໓

ເກົາຫຼີເໜືອ ຍິງລູກສອນໄຟ ໄລຍະໃກ້ ໄປໃສ່ ທະເລຍີ່ປຸ່ນ


ຜູ້ຊາຍເກົາຫຼີໃຕຄົນນຶ່ງ ພວມເບິ່ງຂ່າວໂທລະພາບ ທີ່ລາຍງານ ກ່ຽວກັບ ການຍິງລູກສອນໄຟ ຂອງເກົາຫຼີເໜືອ ທີ່ສະຖານີລົດໄຟແຫ່ງນຶ່ງ ໃນກຸງໂຊລ (18 ພຶດສະພາ 2013)
ກະຊວງປ້ອງກັນປະເທດເກົາຫຼີໃຕ້ກ່າວວ່າ ເກົາຫຼີເໜືອໄດ້ຍິງລູກ
ສອນໄຟທີ່ມີລັດສະໝີຍິງໄດ້ໃນໄລຍະໃກ້ 3 ລູກ ໄປໃສ່ທະເລຕາ
ເວັນອອກຊຶ່ງຮູ້ກັນໃນອີກຊື່ນຶ່ງວ່າທະເລຍີ່ປຸ່ນນັ້ນໃນອັນທີ່ປະກົດ ວ່າເປັນພາກສ່ວນນຶ່ງຂອງການຊ້ອມລົບທາງທະຫານ.

ກະຊວງປ້ອງກັນປະເທດເກົາຫຼີໃຕ້ກ່າວວ່າ ຕົນພົບວ່າເກົາຫຼີເໜືອ
ໄດ້ຍິງລູກສອນ ໄຟ 2 ລູກໃນຕອນເຊົ້າຂອງວັນເສົາມື້ນີ້ ຕິດຕາມ
ດ້ວຍອີກລູກນຶ່ງ ໃນຕອນບ່າຍ. ເຈົ້າໜ້າທີ່ເວົ້າວ່າ ຈຸດປະສົງຂອງ
ເກົາຫຼີເໜືອແມ່ນຍັງບໍ່ທັນເປັນທີ່ຈະແຈ້ງເທື່ອ.

ເກົາຫຼີເໜືອໄດ້ຍິງລູກສອນໄຟໄລຍະໃກ້ເປັນປະຈຳໃນຄວາມພະ
ຍາຍາມ ເພື່ອປັບປຸງສະມັດຖະພາບ ຂອງລູກສອນໄຟ ຢູ່ໃນຄັງແສງຂອງຕົນ. ການຍິງລູກ
ສອນໄຟທີ່ວ່ານີ້ ມີຂຶ້ນໃນຂະນະທີ່ພວມເກີດຄວາມເຄັ່ງຕຶງ ລະຫວ່າງເກົາຫຼີທັງສອງ.
XS
SM
MD
LG