ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ​ທຣໍາ ເວົ້າ​ວ່າ ສຫລ ​ພ້ອມ​ທີ່​ສຸດ ​ທີ່ຈະໃຊ້ ທາງ​ເລືອກ ທີ່ເປັນການທະຫານ​ ກັບ ເກົາຫຼີເໜືອ


ພາບໃນຈໍໂທລະທັດນີ້ ແມ່ນຖ່າຍໃນວັນທີ 26 ກັນຍາ, 2017, ຈາກວີດິໂອໂຄສະນາທີ່ເຜີຍແຜ່ໂດຍເກົາຫລີເໜືອ ຊຶ່ງສະແດງໃຫ້ເຫັນເຮືອບິນຖິ້ມລະເບີດ B-1B ຖືກຍິງໂດຍລູກສອນໄຟຂີປະນາວຸດ.
ພາບໃນຈໍໂທລະທັດນີ້ ແມ່ນຖ່າຍໃນວັນທີ 26 ກັນຍາ, 2017, ຈາກວີດິໂອໂຄສະນາທີ່ເຜີຍແຜ່ໂດຍເກົາຫລີເໜືອ ຊຶ່ງສະແດງໃຫ້ເຫັນເຮືອບິນຖິ້ມລະເບີດ B-1B ຖືກຍິງໂດຍລູກສອນໄຟຂີປະນາວຸດ.

ປະທານາທິບໍດີ ດໍໂນ​ລທຣໍາ ​ເວົ້າວ່າ ສະຫະລັດ ​ພ້ອມ​ທີ່​ສຸດ​ທີ່​ຈະ​ໃຊ້​ທາງ​ເລືອກທີ່​ເປັນ
​ການທະຫານ​ເພື່ອ​ຮັບ​ມື​ກັບ​ເກົາຫລີ​ເໜືອ ​ໃນ​ຂະນະ​ທີ່​ລັດຖະບານ​ຂອງ​ທ່ານ​ໄດ້​ປະກາດ
​ການ​ລົງ​ໂທດຄັ້ງໃໝ່ ​ເພື່ອເປັນການ​ຕອບ​ໂຕ້ຕໍ່ການເຄື່ອນ​ໄຫວດ້ານ​ນີວ​ເຄລຍ ​ແລະ​ລູກ​
ສອນ​ໄຟ​ຂີ​ປະ​ນາ​ວຸດ​ຂອງ​ປະ​ເທ​ດດັ່ງກ່າວ.

ທ່ານ​ກ່າວ​ວ່າ “ພວກ​ເຮົາ​ກຽມພ້ອມທີ່​ສຸດ​ທີ່​ຈະ​ໃຊ້​ທາງ​ເລືອກ​ອັນ​ທີ​ສອງ ຊຶ່ງ​ບໍ່​ແມ່ນ​ທາງ
​ເລືອກ​ທີ່​ພວກ​ເຮົາ​ມັກ ​ແຕ່ຖ້າ​ວ່າ ພວກ​ເຮົາ​ຫາກ​ເຮັດ​ຕາມ​ທາງ​ເລືອກ​ອັນ​ທີ​ສອງນີ້ ມັນ​
ຈະ​ເປັນ​ການ​ຫາຍຍະນະ, ຂ້າພະ​ເຈົ້າບອກ​ໂລດ​ວ່າ ມັນ​ຈະ​ເປັນການ​ຫາຍຍະນະສໍາລັບ​
ເກົາຫລີ​ເໜືອ. ສິ່ງ​ທີ່​ເອີ້ນວ່າ ທາງ​ເລືອກ​ທີ່ໃຊ້​ການ​ທະຫານ ຖ້າ​ຈໍາ​ເປັນ​ທີ່​ຕ້ອງ​ໃຊ້ ພວກ
​ເຮົາ​ກໍ​ຕ້ອງ​ໄດ້​ໃຊ້."

​ໃນ​ການ​ກ່າວ​ຢູ່​ໃນ​ກອງ​ປະຊຸມ​ຖະ​ແຫລ​ງຂ່າວ​ຮ່ວມກັບ​ທ່ານ Mariano Rajoy ນາຍົກ
ລັດຖະມົນຕີສະ​ເປ​ນ ​ທີ່​ຈັດ​ຢູ່​ທໍານຽບຂາວ​ໃນ​ວັນ​ອັງຄານ​ວານ​ນີ້ນັ້ນ ທ່ານ​ທຣໍາ​ເວົ້າວ່າ
​ເກົາຫລີ​ເໜືອ ບໍ່ຄວນ​ຖືກ​ປ່ອຍ​ໃຫ້​ທໍາ​ການ ``ນາບ​ຂູ່​ຕໍ່ມວນ​ມະນຸດທັງ​ໂລກ ທີ່​ຈະ​ພາ​ໃຫ້
​ມີ​ການເສຍ​ຊີວິດ ຢ່າງ​ຫລວງຫລາຍ​ແບບບໍ່ຄາດ​ຄິດ​ກັນ​ມາ​ກ່ອນ.''

ທ່ານ​ກ່າວ​ຂອບ​ໃຈ​ຕໍ່ຫລາຍໆປະ​ເທດ ​ເຊັ່ນ ສະ​ເປ​ນ ທີ່​ໄດ້​ເອົາ​ບາດກ້າວ ​ໃນ​ການ​ເຮັດ
​ໃຫ້ລະບອບ​ປົກຄອງ​ຂອງເກົາຫລີ​ເໜືອຖືກ​ໂດດດ່ຽວ. ທ່ານ​ທຣໍາກ່າວ​ຢູ່​ໃນ​ສວນ​ກຸຫລາບ
ຂອງ​ທໍານຽບຂາວ​ວ່າ "ທຸກ​ປະ​ເທດ​ຈະ​ຕ້ອງ​ໄດ້​ປະຕິບັດ​ການ​ດຽວນີ້ ​ເພື່ອ​ຮັບປະກັນ​ວ່າ
ລະບອບ​ດັ່ງກ່າວ​ ກາຍ​ເປັນ​ປະ​ເທດ​ທີ່​ປອດ​ອາວຸດ​ນີວ​ເຄລຍຢ່າງ​ສິ້ນ​ເຊີງ.”

ໃນ​ວັນ​ອັງຄານ​ວານ​ນີ້, ລັດຖະບານ​ຂອງ​ທ່ານ ໄດ້​ວາງ​ມາດ​ຕະການ​ລົງ​ໂທດ ​ຕໍ່ທະນາ
ຄານ​ຂອງເກົາຫລີ​ເໜືອ ​ແປດ​ທະນາຄານ ​ແລະຕໍ່ຜູ້​ບໍລິຫານທະນາຄານ​ຂອງເກົາຫລີ​ເໜືອ
26 ຄົນ ທ່າ​ມກາງ​ຄວາມ​ເຄັ່ງ​ຕຶງກັບເກົາຫລີ​ເໜືອຍ້ອນໂຄງການ​ນີວ​ເຄລຍຂອງ​ປະ​ເທດ
​ນັ້ນ ​ເພີ້ມທະວີຂຶ້ນ​ເລື້ອຍໆ.

ທ່ານ​ທຣໍາກ່າວ​ອີກ​ວ່າ "​ໃນໝໍ່ໆມານີ້ ຂ້າພະ​ເຈົ້າ​ໄດ້​ວາງ​ມາດ​ຕະກາ​ນລົງ​ໂທ​ດຢ່າງໜັກ
ຕໍ່ຜູ້​ທີ່​ທໍາ​ທຸລະ​ກິດ​ກັບ​ລະບອບ​ທີ່​ຜິດ​ກົດໝາຍ​ ​ແລະ​ຂ້າພະ​ເຈົ້າຂໍ​ຊົມ​ເຊີຍ​ການ​ດໍາ​ເນີນ
​ການ​ຂອງ​ຈີນ ເມື່ອໝໍ່ໆມານີ້ ທີ່​ໄດ້​ຈໍາກັດ​ການ​ຄ້າ​ຂອງ​ຕົນ ​ກັບເກົາຫລີ​ເໜືອ."

ມາດຕະການ​ລົງ​ໂທດ​ໃໝ່ນີ້ ​ແມ່ນ​ມີ​ຂຶ້ນ​ໃນ​ຂະນະ​ທີ່ ​ນາຍ​ພົນ​ສູງ​ສຸດ​ຂອງ​ສະຫະລັດ ​
ເວົ້າວ່າ ປັດຈຸ​ບັນ​ເກົາຫລີ​ເໜືອເປັນ​ໄພນາບ​ຂູ່​ອັນໃຫຍ່​ຫລວງ​ທີ່​ສຸດຕໍ່ສະຫະລັດໃນ
ທຸກ​ວັນນີ້ ຍ້ອນ​ວ່າ​ມີ​ຄວາມ​ຕ້ອງການ​ທີ່​ຮີບ​ດ່ວນ ​ໃຫ້​ແກ້​ໄຂໄພ​ອັນຕະລາຍ ​ທີ່​ມີ​
ການ​ຄຸກ​ຄາມ​ຈາກໂຄງການ​ພັດ ທະນາ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ແລະ​ອາວຸດ​ນິວ​
ເຄລຍ ທີ່​ຂະຫຍາຍຕົວ​ຢ່າ​ງວ່ອງ​ໄວ​ຂອງພຽງຢາງ​ນັ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

ເບິ່ງວີດິໂອກ່ຽວກັບຂ່າວນີ້

North Korea Sanctions
please wait
Embed

No media source currently available

0:00 0:00:35 0:00

XS
SM
MD
LG