ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ສຫລ ວ່າ ເທັກໂນໂລຈີ ຜະລິດ ລູກ​ສອນ​ໄຟ ຂອງ ເກົາຫຼີເໜືອ ພັດທະນາໄວ ເກີນຄາດ


ຊາຍຄົນນຶ່ງຍ່າງກາຍຈໍໂທລະທັດທີ່ສະແດງໃຫ້ເຫັນລາຍການກ່ຽວກັບ ການທົດລອງລູກ​ສອນ​ໄຟຂີປະນາວຸດຂ້າມທະວີບ ຫລື ICBM ທີ່ສະຖານີລົດໄຟນະຄອນໂຊລ ຂອງເກົາຫລີໃຕ້ ໃນວັນທີ 5 ກໍລະກົດ 2017.
ຊາຍຄົນນຶ່ງຍ່າງກາຍຈໍໂທລະທັດທີ່ສະແດງໃຫ້ເຫັນລາຍການກ່ຽວກັບ ການທົດລອງລູກ​ສອນ​ໄຟຂີປະນາວຸດຂ້າມທະວີບ ຫລື ICBM ທີ່ສະຖານີລົດໄຟນະຄອນໂຊລ ຂອງເກົາຫລີໃຕ້ ໃນວັນທີ 5 ກໍລະກົດ 2017.

ທ່ານນາຍພົນ Mark Milley ​ເສນາ​ທິການກອງທັບບົກ​ສະຫະລັດເວົ້າວ່າ ເທັກໂນໂລ
ຈີດ້ານການຜະລິດລູກ​ສອນ​ໄຟຂີປະນາວຸດຂອງເກົາຫລີເໜືອ ອາດຈະກ້າວໜ້າຢ່າງ
ວ່ອງໄວ ກວ່າທີ່ຄາດຄິດກັນໄວ້.

ທ່ານ Milley ກ່າວດັ່ງນັ້ນໃນວັນພະຫັດວານນີ້ ທີ່ສະໂມສອນນັກຂ່າວແຫ່ງຊາດຢູ່ນະ
ຄອນວໍຊິງຕັນ ໃນຂະນະທີ່ເກົາ ຫລີເໜືອ ສິ້ນສຸດງານສະເຫລີມສະຫລອງ ທີ່ດໍາເນີນ
ໄປເປັນເວລານຶ່ງວັນ ເພື່ອລະນຶກເຖິງການສິ້ນສຸດລົງຂອງສົງຄາມເກົາຫລີນັ້ນ.

ທ່ານ Milley ກ່າວຕໍ່ຜູ້ທີ່ເຂົ້າຮ່ວມງານ ຢູ່ທີ່ສະໂມສອນດັ່ງກ່າວວ່າ “ເກົາຫລີເໜືອ ແມ່ນ
ເປັນອັນຕະລາຍທີ່ສຸດ ແລະນັບມື້ນັບເປັນອັນຕະລາຍຫລາຍຂຶ້ນ ເມື່ອເວລາຜ່ານໄປ
​ໃນແຕ່​ລະອາ​ທິດ."

ໃນເດືອນນີ້ ພຽງຢາງໄດ້ປະກາດວ່າ ຕົນໄດ້ເສັດສິ້ນການທົດລອງລູກ​ສອນ​ໄຟຂີປະ
ນາວຸດຂ້າມທະວີບໄດ້ຢ່າງສໍາເລັດຜົນເປັນຄັ້ງທໍາອິດ, ຊຶ່ງນັກຊ່ຽວຊານບາງຄົນກ່າວ
ວ່າ ມັນສາມາດຍິງມາໄດ້ໄກພໍ ທີ່ຈະມາເຖິງລັດ Alaska ຫລື Hawaii ຊຶ່ງເປັນລັດທີ່
ຢູ່ໃນ​ເຂດ​ພາກຕາເວັນຕົກສຸດຂອງສະຫະລັດນັ້ນໄດ້.

ການຍິງທົດລອງລູກສອນໄຟລູກ​ສອນ​ໄຟຂີປະນາວຸດດັ່ງກ່າວ ເຮັດໃຫ້ຜູ້ຊ່ຽວຊານດ້ານ
ປ້ອງກັນຊາດຂອງສະຫະ ລັດຕື່ນ. ພວກເຈົ້າໜ້າທີ່ທໍານຽບຫ້າແຈເວົ້າວ່າ ມັນເປັນສິ່ງ ທີ່ພວກເຂົາເຈົ້າ "ບໍ່ເຄີຍເຫັນມາກ່ອນ."

ມີຂ່າວລືກັນວ່າ ເກົາຫລີເໜືອອາດຈະໃຊ້ການສະຫລອງວັນລະນຶກເຖິງການສິ້ນສຸດສົງ
ຄາມເກົາຫລີ ທີ່ຈັດຂຶ້ນໃນວັນພະຫັດວານນີ້ ເພື່ອຍິງທົດລອງລູກສອນໄຟຂີປະນາວຸດ
ຊະນິດໃໝ່ ແຕ່ວ່າ ໃນຕອນທ້າຍໆ ຂອງມື້ວານນີ້ ຄວາມຢ້ານກົວວ່າ ຈະເປັນແນວນັ້ນ ກໍປະກົດວ່າໄດ້ຫັບຫາຍໄປ.

ໃນຕອນ​ເຊົ້າຂອງພະຫັດ ວານນີ້ ບັນດາຊາວເກົາຫລີເໜືອ ໄດ້ພາກັນໄປເຕົ້າໂຮມກັນ
ຢູ່ທີ່ອະນຸສອນ​ສະຖານຂອງມື້ລາງທ່ານກິມອິນຊຸງ ແລະກິມຈົງອິນ ຜູ້ນໍາຂອງເກົາຫລີ
ເໜືອ ເພື່ອລະນຶກເຖິງວັນດັ່ງກ່າວ ທີ່ມີຂຶ້ນໃນປີ 1953 ເມື່ອຈີນກັບເກົາຫລີເໜືອ ແລະ
ສະຫະປະຊາຊາດ ທີ່ໄດ້ຮັບການໜູນຫລັງຈາກສະຫະລັດ ເຊັນສັນຍາເພື່ອຢຸດຕິການ
ສູ້​ລົບ​ກັນ ຢູ່ແຫລມເກົາຫລີ.

ຄວາມຂັດແຍ້ງດັ່ງກ່າວເລີ້ມຕົ້ນຂຶ້ນໃນປີ 1950 ເມື່ອເກົາຫລີເໜືອ ທີ່ປົກຄອງໂດຍສະ
ຫະພາບໂຊຫວຽດ ໄດ້ໄປບຸກລຸກ​ເຂົ້າ​ໄປ​ໃນເກົາຫລີໃຕ້ ທີ່ປົກຄອງໂດຍປະຊາທິປະໄຕ ນັ້ນ.

ຢູ່ໃນເລື່ອງທີ່ເລົ່າໂດຍເກົາຫລີເໜືອນັ້ນ ການຂັດແຍ້ງດັ່ງກ່າວ ເປັນທີ່ຮູ້ກັນວ່າ ເປັນສົງ
ຄາມປົດປ່ອຍປິ​ຕຸ​ພູມ. ເກົາຫລີເໜືອຖິ້ມ​ໂທດ​ໃສ່ສະຫະລັດວ່າ ເປັນຜູ້ເລີ້ມຕົ້ນເຮັດ
ສົງຄາມທີ່ທໍາລາຍແຫລມເກົາຫລີ ແລະເຮັດໃຫ້ນະຄອນຫຼວງ​ໂຊ​ລຂອງເກົາຫລີໃຕ້
ປ່ຽນມືຜູ້ຄວບ​ຄຸມໄປຕັ້ງສີ່ເທື່ອນັ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG