ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການທົດລອງສູກສອນໄຟ ຂີປະນາວຸດ ຂອງເກົາຫລີເໜືອ ບໍ່ສໍາເລັດ


ບັນດາລູກສອນໄຟ ທີ່ຖືກນຳມາສະແດງ ລະຫວ່າງການເດີນສວນສະໜາມ ຄົບຮອບ 70 ປີຂອງພັກແຮງງານເກົາຫລີເໜືອ.
ບັນດາລູກສອນໄຟ ທີ່ຖືກນຳມາສະແດງ ລະຫວ່າງການເດີນສວນສະໜາມ ຄົບຮອບ 70 ປີຂອງພັກແຮງງານເກົາຫລີເໜືອ.

ທຳນຽບຂາວ​ກ່າວ​ວ່າ ປະທາ​ນາ​ທິບໍດີ​ໄດ້ຊາບ ກ່ຽວ​ກັບ​ການ​ທົດ​ລອງ​ລູກ​ສອ​ນ​ໄຟ
​ເທື່ອ​ຫລ້າ​ສຸດ​ຂອງ​ເກົາຫລີ​ເໜືອ ທີ່​ໄດ້​ປະສົບ​ກັບ​ຄວາມລົ້ມແຫລວ​ ​ຫລັງ​ຈາກ​ໄດ້​ຍິງ​
ຂຶ້ນ​ເປັນ​ເວລາບໍ່​ນານ​ເທົ່າ​ໃດ ​ແລະກໍ​ແຕກ​ຫັກ​ລົງ​ມາສູ່​ໜ້າດິນ​ຢູ່​ໃນ​ຂົງ​ເຂດ​ຂອງ​ປະ​
ເທດນັ້ນ​ເອງ.

ຖະ​ແຫລ​ງການ​ຫຍໍ້​ທີ່​ເຜີຍ​ແຜ່​ໂດຍ​ຫ້ອງການເລຂາທິການຂ່າວສານ​ຂອງທຳນຽບຂາວເວົ້າພຽງສັ້ນໆ ວ່າ ​ລັດຖະບານຂອງ​ທ່ານ​ທຣໍາ​ຮູ້​ເລື່ອງ​ນີ້​ແລ້ວ​ເທົ່ານັ້ນ.

​ແຕ່​ໃນເວລາບໍ່​ພໍ​ເທົ່າ ປະທານ​າທິບໍດີ​ດໍ​ໂນ​ລ ທຣໍາ ​ກໍໄດ້ສົ່ງ​ຂໍ້ຄວາມ​ທາງ tweeter ທີ່​ເປັນປະຕິກິລິຍາ​ຂອງ​ທ່ານ​ວ່າ: ເກົາຫລີ​ເໜືອ​ບໍ່​ນັບຖື​ຕໍ່ຄວາ​ມ​ປາດ​ຖະໜາ​ດີ​ຂອງຈີນ ​ແລະ​ປະທານ​ປະ​ເທດ​ທີ່​ໜ້າ​ນັບຖືຂອງ​ປະ​ເທດ​ນັ້ນ ​ໃນ​ເວລາ​ທີ່ຍິງ​ລູກ​ສອນ​ໄຟ​ຂຶ້ນ​ໄປ ​ເຖິງ​ແມ່ນ​ວ່າການ​ຍິງລູກ​ສອນ​ໄຟນັ້ນຈະ​ບໍ່​ປະສົບ​ຜົນສຳ​ເລັດ ​ແຕ່​ມັນ​ກໍບໍ່​ດີຫລາຍ.”

ອົງການ​ຂ່າວ​ Yonhap ຂອງເກົາຫລີ​ໃຕ້ ລາຍ​ງານ​ວ່າ ​ເກົາຫລີເໜືອໄດ້​ທົດ​ລອງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ໃນ​ຕອນ​ເຊົ້າ​ໆຂອງວັນ​ເສົາມື້ນີ້ ຕາມ​ເວລາ​ທ້ອງ​ຖິ່ນ.

ການ​ຍິງທົດ​ລອງ​ດັ່ງກ່າວເກີດ​ຂຶ້ນພຽງ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ ພາຍຫລັງທີ່​ລັດຖະມົນຕີ​ກະຊວງ​ການຕ່າງປະ​ເທດສະຫະລັດ ທ່ານ Rex Tillerson ​ໄດ້​ຮຽກຮ້ອງ​ໃຫ້​ສະຫະ​ປະຊາ​ຊາດ​ ​ເອົາ​ບາດ​ກ້າວລົງ​ໂທດ​ຕໍ່​ເກົາຫລີ​ເໜືອ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້.

ທ່ານ​ Tillerson ກ່າວ​ວ່າ “​ໃນເມື່ອ​ມີ​ການມຂົ່ມຂູ່​ເພີ້ມທະວີ​ຂຶ້ນ ມັນ​ເຖິງ​ແກ່ເວລາ​ແລ້ວ ທີ່ພວກ​ເຮົາທຸກ​ຄົນ​ຄວນ​ຈະ​ທໍາ​ການກົດ​ດັນ​ໃໝ່​ຕໍ່​ເກົາຫລີ​ເໜືອ ​ໃຫ້​ຍົກ​ເລີກການ​ເດີນ​ຕາມເສັ້ນທາງທີ່​ນໍາ​ໄປ​ສູ່​ໄພ​ອັນຕະລາຍນີ້. ຂ້າພະ​ເຈົ້າ​ຮຽກ ຮ້ອງ​ໃຫ້​ສະພາຄວາມໝັ້ນຄົງ​ຈົ່ງ​ເລີ້ມປະຕິບັດການ​ກ່ອນ​ທີ່​ເກົາ​ຫລີ​ເໜືອລົງມື​.”

ລັດຖະມົນຕີຕ່າງປະເທດ ສະຫະລັດ ທ່ານ Rex Tillerson, ຂວາ, ລາຍງານຕໍ່ສະຫະປະຊາຊາດ.
ລັດຖະມົນຕີຕ່າງປະເທດ ສະຫະລັດ ທ່ານ Rex Tillerson, ຂວາ, ລາຍງານຕໍ່ສະຫະປະຊາຊາດ.

ທ່ານ David Benham ຜູ້​ບັນຊາ​ການ​ທະຫານ​ສະຫະລັດ​ເຂດ​ປາຊິ​ຟິກກ່າວ​ວ່າ ການ​ຍິງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ ​ໄດ້​ເກີດ​ຂຶ້ນຢູ່ໃກ້​ກັບ​ເດີ່ນ​ເຮືອບິນ Pukchang ທາງ​ພາກ​ເໜືອ​ຂອງ​ນະຄອນຫລວງ​ພຽງ​ຢາງ ​ແລະ​ຢືນຢັນ​ວ່າລູກ​ສອນ​ໄຟດັ່ງກ່າວ​ບໍ່​ໄດ້​ອອກ​ຈາກ​ດິນແດນ​ຂອງ​ເກົາຫລີ​ເໜືອ​ໄປ​ໃສ​ເລີຍ.

ທ່ານ Benham ກ່າວ​ອີກວ່າ ກອງ​ບັນຊາ​ການ​ທະຫານ​ປ້ອງ​ກັນ​ທາງ​ອາກາດ ​ ໃນ​ເຂດ​
ທະວີບອາ​ເມຣິກາ​ເໜືອ ຫລື NORAD ຂອງສະຫະລັດໄດ້​ພິຈາລະ​ນາ ​ເຫັນ​ແລ້ວ​ວ່າ
ລູກ​ສອນ​ໄຟດັ່ງກ່າວ​ບໍ່​ໄດ້​ເປັນ​ໄພ​ຂົ່ມຂູ່​ຕໍ່ພາກພື້ນທະວີບອາ​ເມຣິກາ​ເໜືອ​ແຕ່​ຢ່າງ​ໃດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

ເບິ່ງວີດິໂອກ່ຽວກັບຂ່າວນີ້ເປັນພາສາອັງກິດ

NOKOR Missile
please wait
Embed

No media source currently available

0:00 0:02:07 0:00

XS
SM
MD
LG