ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເກົາຫຼີໃຕ້ເວົ້າວ່າ ເກົາຫຼີເໜືອ ປະສົບ ຄວາມກ້າວໜ້າ ດ້ານເທັກໂນໂລຈີ່ ຂີປະນາວຸດ


ຊາກ​​ເສດ​ເຫຼືອ​ຂອງ​ຈະຫຼວດ ທີ່ເກົາຫຼີ​ເໜືອຍິງ​ຂຶ້ນ​ໄປ​​ໃນ​ເດືອນ​ນີ້ ທີ່ເກົາຫລີໃຕ້ເກັບມາໄດ້.
ຊາກ​​ເສດ​ເຫຼືອ​ຂອງ​ຈະຫຼວດ ທີ່ເກົາຫຼີ​ເໜືອຍິງ​ຂຶ້ນ​ໄປ​​ໃນ​ເດືອນ​ນີ້ ທີ່ເກົາຫລີໃຕ້ເກັບມາໄດ້.
​ເກົາຫຼີ​ໃຕ້​ເວົ້າ​ວ່າ ຊາກເສດ​ເຫຼືອ​ຂອງ​ຈະຫຼວດທີ່ເກົາຫຼີ​ເໜືອຍິງ​ຂຶ້ນ​ໄປໃນ​ເດືອນ​ນີ້​ສະ​ແດງ​ ໃຫ້​ເຫັນ​ວ່າພຽງຢາງ​ໄດ້​ສ້າງ​ຄວາມ​ກ້າວໜ້າທີ່​ສໍາຄັນ​ດ້ານ​ເທັກ​ໂນ​ໂລ​ຈີ່​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດຂອງ​ຕົນ​ໄດ້ແລ້ວ.

ກະຊວງ​ປ້ອງ​ກັນ​ປະ​ເທດ​ເກົາຫຼີ​ໃຕ້​ກ່າວ​ວ່າໃນ​ວັນ​ອາທິດ​ມື້​ນີ້​ວ່າປະ​ເທດ​ເພື່ອນ​ບ້ານ​ເກົາຫຼີ​ເໜືອ​ທີ່ຢູ່​ຢ່າງ​ໂດດດ່ຽວ​ນັ້ນ ​ໄດ້​ພັດທະນາ​ຈະຫຼວດທີ່​ມີ ຄວາມ​ສາມາດບິນ​ໃນ​ໄລຍະ​ໄກ​ ໄດ້​ຫຼາຍກວ່າ 10,000 ກິ​ໂລ​ແມັດ ຖ້າ ຫາກເປັນ​ຈະຫຼວດຕິດ​ຫົວ​ລະ​ເບີດ​ນີວ​ເຄຼຍນໍ້າໜັກ 500 ຫາ 600 ກິ​ໂລ. ພວກ​ເຈົ້າ​ໜ້າ​ທີ່​ເວົ້າວ່າ ​ໄລຍະ​ບິນ​ໄກ​ຂອງ​ຂີປະ​ນາ​ວຸດ​ທີ່​ໄດ້​ທົດ​ລອງ​ໄປ​ແລ້ວ​ນັ້ນ ຈະ​ອໍານວຍ​ໃຫ້​ສາມາດ​ບິນ​ໄປ​ເຖິງ​ຝັ່ງ​ຕາ​ເວັນ​ຕົກສະຫະລັດ​ໄດ້​.

​ແຕ່​ຢ່າງ​ໃດ​ກໍ​ຕາມ ທາງ​ການ​ເກົາຫຼີ​ໃຕ້​ເວົ້າ​ວ່າ ບໍ່​ຊົງ​ວ່າ​ເກົາຫຼີ​ເໜືອ​ໄດ້ພັດທະນາເທັກ​ໂນ​ໂລ​ຈີ່​ ເພື່ອ​ສ້າງ​ລະ​ເບີດ​ນີວ​ເຄລຍຂະໜາດ​ນ້ອຍ​ຕິດ​ຕັ້ງ​ໃສ່ຂີ​ປະ​ນາ​ວຸດ​ດັ່ງກ່າວນັ້ນ​ໄດ້​ເທື່ອ.

​ຝ່າຍ​ເກົາຫຼີ​ເໜືອ​ເວົ້າ​ວ່າ ການ​ຍິງ​ຈະຫຼວດ​ເມື່ອ​ວັນ​ທີ່ 12 ທັນວາ​ທີ່​ຜ່ານ​ມາ ນັ້ນ ​ແມ່ນ​ເພື່ອ​ນໍາ​ສົ່ງ​ດາວ​ທຽມ​ພະຍາກອນ​ອາກາດ​ຂຶ້ນສູ່​ວົງ​ໂຄຈອນ ​ແລະ ປະຕິເສດ​ວ່າ​ຕົນ​ບໍ່​ມີ​ເຈດ​ຕະ ນາ​ໃດໆ​ເກີນ​ໄປ​ກວ່າ​ວັດຖຸ​ປະສົງ​ໃນທາງສັນຕິ.

​ເມື່ອ​ວັນ​ສຸກ​ຜ່ານ​ມາ ທ່ານ Kim Jong Un ຜູ້​ນໍາ​ເກົາຫຼີ​ເໜືອ ​ໄດ້​ຮຽກ ຮ້ອງ​ໃຫ້ພັດທະນາ​ຈະຫຼວດຂອງ​ເກົາຫຼີ​ເໜືອ ​ໃຫ້ກ້າວ​ໄກໄປ​ໜ້າ​ຕື່ມ​ອີກ​ເວລາ​ທ່ານ​ກ່າວ​ຄໍາ​ປາ​ໄສ​ໃນ​ງານ​ລ້ຽງ​ອາຫານ​ສໍາລັບ​ບັນດາ​ນັກວິ​ທະ​ຍາ​ສາດ​ຈະຫຼວດທີ່​ນະຄອນຫຼວງພຽງ​ຢາງ.
XS
SM
MD
LG