ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສະພາ​ຄວາມໝັ້ນຄົງ ສ​ຫປຊ ​​ເປັນ​ເອກ​ສັນ​ກັນ​ວ່າ​ ຈະເພີ້ມການລົງ​ໂທດ ຕໍ່ເກົາຫລີ​ເໜືອ ຂຶ້ນອີກ


ທ່ານເຣັກສ໌ ທີລເລີສັນ (Rex Tillerson) ກ່າວຄໍາປາໄສ ຢູ່ໃນກອງປະຊຸມລະດັບສູງຂອງສະພາ​ຄວາມໝັ້ນຄົງ​ຂອງ​ອົງການສະຫະ​ປະຊາ​ຊາດ ກ່ຽວກັບສະພາບການເກົາຫລີເໜືອ ຢູ່ສໍານັກງານໃຫຍ່ອົງການສະຫະ​ປະຊາ​ຊາດ ໃນວັນທີ 15 ທັນວາ, 2017.
ທ່ານເຣັກສ໌ ທີລເລີສັນ (Rex Tillerson) ກ່າວຄໍາປາໄສ ຢູ່ໃນກອງປະຊຸມລະດັບສູງຂອງສະພາ​ຄວາມໝັ້ນຄົງ​ຂອງ​ອົງການສະຫະ​ປະຊາ​ຊາດ ກ່ຽວກັບສະພາບການເກົາຫລີເໜືອ ຢູ່ສໍານັກງານໃຫຍ່ອົງການສະຫະ​ປະຊາ​ຊາດ ໃນວັນທີ 15 ທັນວາ, 2017.

ສະພາ​ຄວາມໝັ້ນຄົງ​ຂອງ​ອົງການສະຫະ​ປະຊາ​ຊາດ ​ໄດ້ເປັນ​ເອກ​ສັນ​ກັນ​ຕົກລົງ​
ວ່າ​ຈະ​ທໍາ​ການລົງ​ໂທດອີກ​ຄັ້ງນຶ່ງຕໍ່ເກົາຫລີ​ເໜືອ ​ໂດຍແນ​ໃສ່ຂະ​ແໜງການ ທີ່​ສົ່ງ​
ນໍ້າມັນ​ເຊື້ອ​ໄຟ​ທີ່ໃຊ້ໃນໂຄງການຜະລິດອາວຸດທີ່​ຜິດ​ກົດໝາຍ.

​ໂດຍເວົ້າ​ເຖິງ​ຜູ້​ນໍາ​ເກົາ​ຫລີ​ເໜືອ ກິມ ຈົງ ອຶນ (Kim Jong Un), ທ່ານ​ນາງ​ນິກກີ​ ​ເຮ​ລີ
ເອກ​ອັກຄະ​ລັດຖະທູດ​ຂອງສະຫະລັດປະ​ຈໍາ​ສະຫະ​ປະຊາ​ຊາດ​ກ່າວວ່າ "ດັ່ງ​ທີ່​ພວກ​
ເຮົາ​ໄດ້​ເຮັດມາໃນ​ເມື່ອ​ກ່ອນ, ພວກ​ເຮົາ​ຈະ​ສືບຕໍ່​ເຮັດ​ໃຫ້ລະດັບຂອງ​ການ​ກະທໍາ​ແບບ
ລະ​ເມີດ​ຢ່າງ​ຮຸນ​ແຮງຂອງ​ລະບອບ​ປົກຄອງ​ຂອງ​ທ້າວກິມ ເທົ່າທຽມ​ກັບ​ລະດັບຂອງ
ການ​ກະທໍາລົງ​ໂທດ​ຂອງ​ສາກົນ. ຖ້າ​ການ​ກະທໍາ​ຂອງ​ລະບອບປົກຄອງ​ດັ່ງກ່າວ​ຮຸນ
​ແຮງ​ຂຶ້ນ​ເທົ່າ​ໃດ ​ກໍ​ຈະ​ມີ​ການ​ລົງ​ໂທດ​ຈາກ​ສາກົນ​ເພີ້ມຂຶ້ນ​ເທົ່ານັ້ນ.”

ມະຕິ​ໃໝ່ສະບັບ​ນີ້ ​ແມ່ນ​ສ້າງ​ຂຶ້ນບົນ​ພື້ນຖານ ​ການລົງ​ໂທດທີ່​ຮຸ​ນ​ແຮງຕໍ່ເກົາຫລີ
​ເໜືອ ສາມ​ຄັ້ງນຶ່ງກ່ອນໜ້ານັ້ນ​ໃນ​ປີນີ້.

ຖ້າຫາກ​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ເຕັມ​ສ່ວນ ​ກໍ​ຈະ​ເຮັດ​ໃຫ້ການ​ນໍາ​ເຂົ້າຜະລິດ​ຕະພັນ
​ນໍ້າມັນ​ທີ່​ກັ່ນ​ແລ້ວຂອງເກົາຫລີເໜືອ ​ເຊັ່ນ​ນໍ້າມັນ​ແອັດ​ຊັງ, ກາ​ຊວນ ບໍ່​ໃຫ້​ເກີນ 5 ​ແສນ
​ຖັງ​ຕໍ່ປີ ຊຶ່ງ​ຫລຸດ​ຈາກ 4 ລ້ານ 5 ​ແສນ​ຖັງ​ຕໍ່ປີ ​ໃນ​ປີ 2016 ຜ່ານມານັ້ນ. ການ​ອະນຸຍາດ
​ໃຫ້ຍົກ​ເວັ້ນ​ສາມາດມີໄດ້ກໍຕໍ່ເມື່ອ​ມີ​ການ​ພິຈາລະນາ​ເປັນ​ແຕ່​ລະ​ກໍລະນີໄປ ແລະ​ມີ
​ການ​ອະນຸມັດ​ຂອງ​ສະພາ​ຄວາມໝັ້ນຄົງເທົ່ານັ້ນ​.

ມາດ​ຕະການ​ລົງ​ໂທດ​ດັ່ງກ່າວ​ຍັງ​ແນ​ໃສ່ ຕັດ​ລາຍ​ຮັບ​ຂອງ​ກໍາມະກອນ​ຊາວ​ເກົາຫລີ​ເໜືອ
ທີ່​ສົ່ງໄປອອກ​ແຮງ​ງານ​ຢູ່​ຕ່າງປະ​ເທດອີກ​ດ້ວຍ.

ຄ່າ​ແຮງ​ງານ​ຂອງ​ກໍາມະກອນ​ເຫລົ່ານີ້ ສ່ວນ​ຫລາຍ​ມັກ​ຈະ​ຖືກ​ຕັດ​ເອົາ​ສ່ວນ​ນຶ່ງ​ ຫລືບໍ່ກໍ
​ຖືກ​ຍຶດ​ເອົາ​ທັງໝົດເລີຍ ​ໂດຍ​ລັດຖະບານ​ເພື່ອ​ເອົາ​ໄປ​ເປັນ​ທຶນ​ໃຫ້​ໂຄງການ​ຕ່າງໆ ທີ່​
ຜິດ​ກົດໝາຍ. ຢູ່​ໃນ​ມະຕິ​ໃໝ່ນີ້ ກໍາມະກອນ​ຊາວ​ເກົາຫລີ​ເໜືອທຸກ​ຄົນ​ຕ້ອງ​ໄດ້​ກັບ​ຄືນ​
ປະ​ເທດ​ພາຍ​ໃນ​ສອງ​ປີຕໍ່ໜ້ານີ້.

ສະຫະລັດ ທີ່​ເປັນ​ຜູ້​ຮ່າງເນື້ອ​ໃນ​ຂອງມະຕິ​ການ​ລົງ​ໂທດ​ດັ່ງກ່າວ ຄາດ​ຄະ​ເນ​ວ່າ ມີກໍາ
ມະກອນ​ຊາວ​ເກົາຫລີ​ເໜືອ​ ປະມານ 50,000 ຫາ 80,000 ຄົນ​ເຮັດວຽກຢູ່​ໃນ​ຈີນ ​
ແລະ ອີກປະມານ 30,000 ຢູ່​ໃນຣັດ​ເຊຍ.

ທ່ານ​ດໍ​ໂນ​ລ ທຣໍາ ປະທານາທິບໍດີສະຫະລັດ ຂຽນ​ຂໍ້ຄວາມ​ລົງ​ໃນທວີ​ດ​ເທີ ​ໃນ​ວັນ​ສຸກ
​ວານ​ນີ້ວ່າ “ສະພາ​ຄວາມໝັ້ນຄົງ​ຂອງ​ອົງການສະຫະ​ປະຊາ​ຊາດຫາໄດ້ລົງ​ຄະ​ແນນ​ສຽງ
ທີ່​ມີຄະ​ແນນ​ 15 ຕໍ່ 0 ຊຶ່ງ​ເປັນການ​ເຫັນ​ດີ​ວ່າ ​ໃຫ້​ມີ​ການ​ລົງ​ໂທດ​ເພີ້ມອີກ​ຕໍ່​ເກົາຫລີ​ເໜືອ.
​ໂລກຕ້ອງການ​ສັນຕິພາບ ບໍ່ແມ່ນ​ຕ້ອງການ​ຄວາມ​ຕາຍ!”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG