ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີເໜືອ ຢືນຢັນ ການທົດລອງ ລູກສອນໄຟ ທີ່ສຳເລັດຜົນ ຊຶ່ງສາມາດໂຈມຕີ ສຫລ


ຜູ້ນຳເກົາຫຼີເໜືອ ກິມ ຈົງ ອຶນ ນັ່ງຊົມ ການຍິງລູກສອນໄຟ ວາຊົ້ງ-12 ໃນພາບຖ່າຍນີ້ ທີ່ໄດ້ຖືກເປີດເຜີຍ ໂດຍ ອົງການຂ່າວສູນກາງ ຂອງທາງການເກົາຫຼີເໜືອ.
ຜູ້ນຳເກົາຫຼີເໜືອ ກິມ ຈົງ ອຶນ ນັ່ງຊົມ ການຍິງລູກສອນໄຟ ວາຊົ້ງ-12 ໃນພາບຖ່າຍນີ້ ທີ່ໄດ້ຖືກເປີດເຜີຍ ໂດຍ ອົງການຂ່າວສູນກາງ ຂອງທາງການເກົາຫຼີເໜືອ.

ເກົາຫຼີເໜືອ ກ່າວວ່າ ຕົນໄດ້ທຳການທົດລອງ ຍິງລູກສອນໄຟຂີປະນາວຸດຂ້າມທະວີບ
ຢ່າງສຳເລັດຜົນ ທີ່ສາມາດໄປເຖິງແຜ່ນດິນໃຫຍ່ ຂອງສະຫະລັດໄດ້.

ລະບອບການປົກຄອງດັ່ງກ່າວ ໄດ້ປະກາດຂ່າວ ເມື່ອຕອນເຊົ້າວັນພຸດມື້ນີ້ ຜ່ານ
ໂທລະພາບ ຂອງທາງການ. ຖະແຫລງການ ໄດ້ກ່າວວ່າ ຫຼັງຈາກທີ່ໄດ້ຊົມການຍິງ
ລູກສອນໄຟ ວາຊົ້ງ 15 ຢ່າງສຳເລັດຜົນ ໃນວັນອັງຄານວ່ານນີ້ ແລ້ວ ຜູ້ນຳເກົາຫຼີເໜືອ
ກິມ ຈົງ ອຶນ “ໄດ້ປະກາດດ້ວຍຄວາມພາກພູມໃຈ ວ່າ ບັດນີ້ ໃນທີ່ສຸດ ພວກເຮົາຮັບ
ຊາບເຖິງ ປະຫວັດສາດ ທີ່ຍິ່ງໃຫຍ່ ຂອງການສ້າງຕັ້ງກອງກຳລັງ ນິວເຄລຍ ຢ່າງ
ສຳເລັດ.”

North Korean ICBM Test Condemned Internationally
please wait

No media source currently available

0:00 0:01:56 0:00

ລູກສອນໄຟວາຊົ້ງ 15 ທີ່ບິນຢູ່ໃນອາກາດ ເປັນເວລາ 53 ນາທີນັ້ນ ໄດ້ຍິງຂຶ້ນຈາກ
ຖານຍິງລູກສອນໄຟ ຢູ່ເມືອງ ຊາງ ນີ ທີ່ຕັ້ງຢູ່ທາງເໜືອຂອງນະຄອນຫຼວງ ພຽງຢາງ.
ເກົາຫຼີເໜືອ ໄດ້ກ່າວວ່າ ລູກສອນໄຟດັ່ງກ່າວ ໄດ້ບິນຂຶ້ນສູ່ລະດັບສູງສຸດ 4,475
ກິໂລແມັດ ແລະ ໄດ້ບິນໃນໄລຍະ 950 ກິໂລແມັດ ກ່ອນທີ່ຈະຕົກລົງໃສ່ ເຂດ
ເສດຖະກິດສະເພາະ ໃນທະເລຍີ່ປຸ່ນ ເຊິ່ງເປັນເຂດອະທິປະໄຕຂອງດິນແດນຍີ່ປຸ່ນ.

ຫຼາຍຊົ່ວໂມງ ຫຼັງຈາກ ການທົດລອງຍິງ ລູກສອນໄຟຂີປະນາວຸດຂ້າມທະວີບ ຫຼື
ໄອຊີບີເອັມ ຂອງເກົາຫຼີເໜືອ ແລ້ວ ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ
ໄດ້ກ່າວຕໍ່ບັນດານັກຂ່າວ ຢູ່ທີ່ທຳນຽບຂາວ ວ່າ “ມັນເປັນສະຖານະການ ທີ່ພວກເຮົາ
ຈະຮັບມື”
ໂດຍປາດສະຈາກການໃຫ້ລາຍລະອຽດທີ່ເຈາະຈົງ. ແຕ່ທ່ານທຣຳ ກໍໄດ້
ກ່າວວ່າ ການຮັບມືຂອງສະຫະລັດ ຕໍ່ເກົາຫຼີເໜືອ ແມ່ນບໍ່ມີການປ່ຽນແປງ.

ລັດຖະມົນຕີປ້ອງກັນປະເທດ ທ່ານຈິມ ແມັດຕິສ ກຳລັງຟັງ ຄຳຖາມຂອງນັກຂ່າວ ໃນລະຫວ່າງ ກອງປະຊຸມ ກັບລັດຖະມົນຕີປ້ອງກັນປະເທດ ຂອງຈໍເຈຍ ທ່ານເລີວັນ ອີໂຊເຣຍ ຢູ່ທີ່ທຳນຽບຫ້າແຈ, ວັນທີ 13 ພະຈິກ 2017, ໃນນະຄອນຫຼວງວໍຊິງຕັນ.
ລັດຖະມົນຕີປ້ອງກັນປະເທດ ທ່ານຈິມ ແມັດຕິສ ກຳລັງຟັງ ຄຳຖາມຂອງນັກຂ່າວ ໃນລະຫວ່າງ ກອງປະຊຸມ ກັບລັດຖະມົນຕີປ້ອງກັນປະເທດ ຂອງຈໍເຈຍ ທ່ານເລີວັນ ອີໂຊເຣຍ ຢູ່ທີ່ທຳນຽບຫ້າແຈ, ວັນທີ 13 ພະຈິກ 2017, ໃນນະຄອນຫຼວງວໍຊິງຕັນ.

​ລັດຖະມົນຕີປ້ອງກັນປະເທດ ທ່ານຈິມ ແມັດຕິສ ໄດ້ກ່າວວ່າ ລູກສອນໄຟ ລູກນີ້ ໄດ້ບິນ
ໄປໄກກວ່າ ແລະສູງກວ່າ ລູກສອນໄຟໃດໆ ກ່ອນໜ້ານີ້ ທີ່ເກົາຫຼີເໜືອ ໄດ້ຍິງທົດລອງ.
ທ່ານໄດ້ເອີ້ນມັນວ່າ ເປັນຄວາມພະຍາຍາມສ່ວນນຶ່ງ ຂອງເກົາຫຼີເໜືອ ທີ່ຈະສ້າງພວກ
ລູກສອນໄຟທີ່ສາມາດ “ຂົ່ມຂູ່ທຸກໆຫົນແຫ່ງໃນທົ່ວໂລກ.” ທ່ານແມັດຕິສ ໄດ້ກ່າວອີກ
ວ່າ ເກົາຫຼີເໜືອ ແມ່ນເປັນອັນຕະລາຍ ຕໍ່ສັນຕິພາບຂອງໂລກ.

ສະຫະພັນນັກວິທະຍາສາດທີ່ມີຄວາມເປັນຫ່ວງ ກ່າວວ່າ ລູກສອນໄຟນີ້ ແມ່ນມີ
ລັດສະໝີພຽງພໍ ທີ່ຈະໂຈມຕີແຫ່ງຫົນໃດ ຢູ່ໃນແຜ່ນດິນໃຫຍ່ຂອງສະຫະລັດ ກໍໄດ້
ລວມທັງ ນະຄອນຫຼວງວໍຊິງຕັນ. ແຕ່ຕົນກ່າວວ່າ ລູກສອນໄຟເຊັ່ນນັ້ນ ຈະບໍ່ສາມາດ
ບັນທຸກຫົວລະເບີດນິວເຄລຍໄດ້ ຍ້ອນວ່າ ອາວຸດນີ້ ຈະມີຄວາມໜັກເກີນໄປ.

ປະທານາທິບໍດີ ດໍໂນລ ທຣຳ ກຳລັງຕັ້ງທ່າ ເພື່ອຖ່າຍຮູບ ຢູ່ໃນຫ້ອງການ ໂອໂວລ ຂອງທຳນຽບຂາວ ໃນນະຄອນຫຼວງວໍຊິຕັນ, ວັນທີ 21 ເມສາ 2017.
ປະທານາທິບໍດີ ດໍໂນລ ທຣຳ ກຳລັງຕັ້ງທ່າ ເພື່ອຖ່າຍຮູບ ຢູ່ໃນຫ້ອງການ ໂອໂວລ ຂອງທຳນຽບຂາວ ໃນນະຄອນຫຼວງວໍຊິຕັນ, ວັນທີ 21 ເມສາ 2017.

ນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານຊີນໂຊ ອາເບະ ໄດ້ຂໍຮ້ອງໃຫ້ ສະພາຄວາມໝັ້ນຄົງ
ອົງການສະຫະປະຊາຊາດ ຈັດກອງປະຊຸມສຸກເສີນ ແລະ ໄດ້ປະຕິຍານວ່າ ຈະປົກປ້ອງ
ພົນລະເມືອງ ຂອງຍີ່ປຸ່ນ. ທ່ານອາເບະ ໄດ້ກ່າວຕໍ່ບັນດານັກຂ່າວວ່າ “ພວກເຮົາ ບໍ່ຍອມ
ຮັບເອົາເດັດຂາດ ຄວາມຮຸນແຮງນີ້ ແລະ ປະທ້ວງຢ່າງແຮງຕໍ່ເກົາຫຼີເໜືອ.”

ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ໃຫ້ການຢືນຢັນວ່າ ຕົນຈະເປີດປະຊຸມ
ໃນເວລາບ່າຍ 4 ໂມງ ວັນພຸດມື້ນີ້.

North Korea Missile
please wait
Embed

No media source currently available

0:00 0:01:18 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG