ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເກົາຫຼີເໜືອ ໄດ້ເທັກໂນໂລຈີ ທີ່ມີຄວາມກ້າວ ຂອງລູກສອນໄຟ ຈາກ ຣັດເຊຍ


ປະຊາຊົນເບິ່ງລາຍການຂ່າວໂທລະພາບ ທີ່ສະແດງໃຫ້ເຫັນ ພາບການທົດລອງ ຍິງລູກສອນໄຟຂີປະນາວຸດຂ້າມທະວີບ ຂອງ ເກົາຫຼີເໜືອ, ທີ່ສະຖານີລົດໄຟນະຄອນຫຼວງ ໂຊລ, ເກົາຫຼີໃຕ້.
ປະຊາຊົນເບິ່ງລາຍການຂ່າວໂທລະພາບ ທີ່ສະແດງໃຫ້ເຫັນ ພາບການທົດລອງ ຍິງລູກສອນໄຟຂີປະນາວຸດຂ້າມທະວີບ ຂອງ ເກົາຫຼີເໜືອ, ທີ່ສະຖານີລົດໄຟນະຄອນຫຼວງ ໂຊລ, ເກົາຫຼີໃຕ້.

ເກົາຫຼີເໜືອ ໄດ້ບັນລຸຄວາມກ້າວໜ້າທີ່ສຳຄັນ ໃນຄວາມສາມາດດ້ານລູກສອນໄຟຂີປະ
ນາວຸດຂອງພວກເຂົາ ໃນໄລຍະສອງປີທີ່ຜ່ານມາ, ທີ່ໄດ້ຮັບແຮງຂັບດັນສ່ວນໜຶ່ງແມ່ນ
ໂດຍສິ່ງທີ່ປາກົດວ່າຈະເປັນເຄື່ອງຈັກແບບໂຊຫວຽດຈາກເຄືອຂ່າຍທີ່ຜິດກົດໝາຍໃນ
ຣັດເຊຍ ແລະຢູເຄຣນ ອີງຕາມການລາຍງານທີ່ຖືກເປີດເຜີຍໃນວັນຈັນທີ່ຜ່ານມານີ້.

ຫຼັງຈາກການຍິງລູກສອນໄຟຂີປະນາວຸດຂ້າມທະວີບໄລຍະປານກາງທີ່ໄດ້ຮັບຄວາມລົ້ມ
ແຫຼວຫຼາຍຄັ້ງໃນປີ 2016, ເກົາຫຼີເໜືອ ໄດ້ປະສົບກັບ ຄວາມກ້າວໜ້າຄັ້ງໃຫຍ່ຢ່າງລຶກ
ລັບໃນການພັດທະນາລູກສອນໄຟຂອງພວກເຂົາ.

ທ່ານ Michael Ellerman, ນັກວິໄຈອາວຸໂສກ່ຽວ​ກັບລະບົບປ້ອງກັນລູກສອນໄຟ ທີ່ສະ
ຖາບັນການສາກົນ ເພື່ອການສຶກສານະໂຍບາຍຍຸດທະສາດໄດ້ຂຽນວ່າ ຫຼັກຖານໃໝ່ປາ
ກົດວ່າ ຈະແດງໃຫ້ເຫັນປະເທດດັ່ງກ່າວ ໄດ້ຮັບເທັກໂນໂລຈີ ສຳລັບຈະຫຼວດ
Hwasong-14 ແລະ Hwasong-12 ທີ່ໄດ້ມາຢ່າງຜິດກົດໝາຍຈາກຕະຫຼາດມືດໃນ
ຢູໂຣບ.

ອີງຕາມທ່ານ Ellerman, ເກົາຫຼີເໜືອ ເບິ່ງຄືວ່າ ຈະໄດ້ຮັບເຄື່ອງຈັກທີ່ມີສະມັດຕະພາບ
ສູງ “ຜ່ານຊ່ອງທາງຜິດກົດໝາຍທີ່ປະຕິບັດການໃນ ຣັດເຊຍ ຫຼື ຢູເຄຣນ.”

ພາບທົ່ວໄປຂອງໂຮງງານປະກອບຍານອາວະກາດ Yuzhmash ຂອງລັດຖະບານ ຢູເຄຣນ ໃນເມືອງ Dnipro ປະເທດ ຢູເຄຣນ. 21 ຕຸລາ, 2014.
ພາບທົ່ວໄປຂອງໂຮງງານປະກອບຍານອາວະກາດ Yuzhmash ຂອງລັດຖະບານ ຢູເຄຣນ ໃນເມືອງ Dnipro ປະເທດ ຢູເຄຣນ. 21 ຕຸລາ, 2014.

ໃນການໃຫ້ສຳພາດກັບໜັງສືພິມ New York Times ນັ້ນ, ທ່ານ Ellerman ໄດ້ກ່າວວ່າ
ລາວຄິດວ່າ ເກົາຫຼີເໜືອ ຄົງຈະໄດ້ເຄື່ອງຈັກນັ້ນມາຢ່າງຜິດກົດໝາຍ ຈາກພະນັກງານທີ່
ບໍລິສັດ ອາວະກາດ Yuzhmash ຂອງລັດຖະບານ ຢູເຄຣນ.

ທ່ານ Ellerman ໄດ້ກ່າວວ່າ ບັນດາຜູ້ບໍລິຫານທີ່ບໍລິສັດ Yuzhmash ເບິ່ງຄືວ່າຈະບໍ່ໄດ້
ມີສ່ວນຮ່ວມໃນຂໍ້ຕົກລົງ, ແຕ່ລາວຄິດວ່າພວກພະນັກງານຢູ່ໂຮງງານ ເບິ່ງຄືວ່າຈະເປັນຜູ້
ສະໜອງເຄື່ອງຈັກໃຫ້ພວກ ເກົາຫຼີເໜືອ.

ທ່ານ Ellerman ໄດ້ກ່າວຕໍ່ໜັງສືພິມ Times ວ່າ “ມັນເບິ່ງຄືວ່າເຄື່ອງຈັກພວກນີ້ໄດ້ມາ
ຈາກປະເທດ ຢູເຄຣນ, ຄົງຈະເປັນຂອງເຖື່ອນ. ຄຳຖາມໃຫຍ່ກໍມີຢູ່ວ່າ ພວກເຂົາມີຈັກອັນ
ແລະ ຢູເຄຣນ ກຳລັງຊ່ວຍ ເຫຼືອພວກເຂົາຢູ່ຫຼືບໍ່. ຂ້າພະເຈົ້າເປັນຫ່ວງຫຼາຍ.”

ລັດຖະບານ ຢູເຄຣນ ໄດ້ປະຕິເສດຢ່າງສິ້ນເຊີງ ກ່ຽວກັບ ລາຍງານທີ່ວ່າ ເຄື່ອງຈັກຈະ
ຫຼວດ ແມ່ນໄດ້ມາຈາກໜຶ່ງໃນໂຮງງານລັດຖະບານຂອງເຂົາເຈົ້າ ແລະ ໄດ້ກ່າວວ່າ ພວກ
ເຈົ້າໜ້າທີ່ສືບລັບ ຣັດເຊຍ ອາດຢູ່ເບື້ອງຫລັງຂອງການກ່າວຫານີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG