ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫລີເໜືອ ຍິງລູກສອນໄຟຂ້າມ ປະເທດຍີ່ປຸ່ນ


ແມ່ຍິງຄົນນຶ່ງຍ່າງຜ່ານໂທລະພາບ ໃນນະຄອນໂຕກຽວ ທີ່ ລາຍງານເຖິງການ ຍິງລູກສອນໄຟຂອງເກົາຫລີເໜືອ.
ແມ່ຍິງຄົນນຶ່ງຍ່າງຜ່ານໂທລະພາບ ໃນນະຄອນໂຕກຽວ ທີ່ ລາຍງານເຖິງການ ຍິງລູກສອນໄຟຂອງເກົາຫລີເໜືອ.

ເກົາຫລີ​ເໜືອ​ ໄດ້​ທົດ​ລອງ​ຍິງ​ລູກ​ສອນ​ໄຟ​ໃນ​ຕອນ​ເຊົ້າ​ວັນ​ອັງຄານ​ມື້​ນີ້ ທີ່​ບິນ​ຂ້າມ​ຍີ່​ປຸ່ນ
ລູກ​ນຶ່ງ ​ທີ່​ພວກ​ນັກວິ​ເຄາະ​ກ່າວ​ວ່າ​ ​ຄ້າຍຄື​ກັນ​ກັບ​ແຜນ​ຍິງ​ຂອງ​ພຽງ​ຢາງ​ ຫວ່າງ​ມໍ່ໆ​ມາ​ນີ້
ທີ່​ຈະ​ຍິງ​ໃສ່ເກາະ Guam ທີ່​ເປັນ​ດິນແດນ​ຂອງ​ສະຫະລັດ​ຢູ່​ໃກ້ໆ​ນັ້ນ ​ແລະ​ໄດ້​ເຮັດໃຫ້​
ເກີດ​ປະຕິກິລິຍາ​ຮ້າຍ​ແຮງ​ຈາກ​ຍີ່ປຸ່ນ ​ແລະ​ພວກນຳ​ອື່ນໆ.

ພະນັກງານໜັງສືພິມຍີ່ປຸ່ນ ກຳລັງຢາຍໜັງສືພິມສະບັບພິເສດ ໃຫ້ແກ່ຝູງຊົນ ກ່ຽວກັບການຍິງລູກສອນໄຟຂອງ ເກົາຫລີເໝືອ.
ພະນັກງານໜັງສືພິມຍີ່ປຸ່ນ ກຳລັງຢາຍໜັງສືພິມສະບັບພິເສດ ໃຫ້ແກ່ຝູງຊົນ ກ່ຽວກັບການຍິງລູກສອນໄຟຂອງ ເກົາຫລີເໝືອ.

ການ​ຍິງເທື່ອນີ້​ເປັນ​ທີ່​ເຊື່ອ​ກັນ​ວ່າ​ ເປັນການ​ທົດ​ລອງເທື່ອ​ທີ​ສອງ​ທີ່​ປະສົບ​ຜົນສຳ​ເລັດ
ຂອງລູກ​ສອນ​ໄຟຂີ​ປະ​ນາ​ວຸດ Hwasong 12 ​ໄລຍະ​ກາງ ທີ່​ສາມາດ​ຍິງໄປ​ເຖິງ​ລະ
ຫວ່າງ 3,000 ຫາ 5,000 ກິ​ໂລ​ແມັດ ອີງ​ຕາມ​ຜູ້​ຊ່ຽວຊານ​ລູກ​ສອນ​ໄຟ ທ່ານ Jeffrey
Lewis ຫົວໜ້າ​ຫ້ອງການເອ​ເຊຍ​ຕາ​ເວັນ​ອອກ ​ໂຄງການ​ປອດ​ນິວ​ເຄລຍ ທີ່​ສະ​ຖາ​ບັນ
Middlebury ສຶກສາ​ສາກົນ ທີ່​ລັດ California. ການ​ທົດ​ລອງ​ທີ່​ສຳ​ເລັດ​ເທື່ອ​ທຳ​ອິດ
ຂອງລູກ​ສອນ​ໄຟ Hwasong 12 ​ໄດ້​ເກີດ​ຂຶ້ນ​ໃນ​ເດືອນ​ພຶດສະພາ.

ເກົາຫລີເໜືອ ຍິງລູກສອນໄຟໄປສູ່ຍີ່ປຸ່ນ.
ເກົາຫລີເໜືອ ຍິງລູກສອນໄຟໄປສູ່ຍີ່ປຸ່ນ.

ລູກ​ສອນ​ໄຟດັ່ງກ່າວ ​ໄດ້​ບິນ​ຂ້າມຍີ່ປຸ່ນ​ປະມານ 10 ນາທີ​ ຫລັງ​ຈາກ​ຍິງ ​ໄດ້​ແຕກ​ອອກ​
ເປັນ​ສາມ​ສິ້ນ​ສ່ວນ ​ແລະ​ຕົກລົງ​ສູ່​ທະ​ເລ​ປາຊິ​ຟິກ ທາງ​ພາກ​ຕາ​ເວັນ​ອອກ​ເຂດ​ເໜືອ​ເກາະ​
ທີ​ສຳຄັນ​ຂອງ​ຍີ່ປຸ່ນ​ Hokkkaido ອີງ​ຕາມລັດຖະບານ​ຍີ່​ປຸ່ນ.

ກຳລັງປ້ອງກັນໂຕເອງຍີ່ປຸ່ນ (JASDF) ກຳລັງເຝິກຊ້ອມ ຢູ່ຖານທັບສະຫະລັດ ທີ່ Fussa ນອກຊານນະຄອນຫລວງ Tokyo.
ກຳລັງປ້ອງກັນໂຕເອງຍີ່ປຸ່ນ (JASDF) ກຳລັງເຝິກຊ້ອມ ຢູ່ຖານທັບສະຫະລັດ ທີ່ Fussa ນອກຊານນະຄອນຫລວງ Tokyo.

​ເສັ້ນ​ທາງ​ທີ່​ກະ​ຕຸ້ນ ເຮັດໃຫ້​ດາວ​ທຽມບອກ​ເຖິງ​ເຫດສຸກ​ເ​ສີນ ​ແກ່​ສາທາລະນະ​ຊົນ​ບີ່​ປຸ່ນ
​ໄດ້​ເຕືອນໃຫ້​ຄົນ​ຢູ່​ໃນ​ພາກ​ເໜືອ​ຂົງ​ເຂດ Tohoku ພາກັນ​ລົບ​ລີ້ ​ເພາະ​ວ່າ​ອາດ​ຖືກ​ຜົນ​
ກະທົບ​ຈາກ​ລູກ​ສອນ​ໄຟ​ເກົາຫລີ​ເໜືອ ​ແຕ່​ວ່າ​ບໍ່ມີ​ສິ້ນ​ສ່ວນລູກ​ສອນ​ໄຟ​ໄດ້​ຕົກ​ລົງ​ມາ​
ໜ້າດິນ.

ຮູບພາບຖ່າຍຈາກ ວີດີໂອ ໃນວັນທີ 14 ສິງຫາ 2017 ຈາກອົງການຂ່າວເກົາຫລີເໜື້ອ KRT ສະແດງໃຫ້ເຫັນຜູ້ນຳເກົາຫລີເໜືອ ທ່ານ Kim Jong Un ກຳລັງຖືກລາຍງານໃຫ້ຊາບ ຢູ່ນະຄອນພຽງຢາງ.
ຮູບພາບຖ່າຍຈາກ ວີດີໂອ ໃນວັນທີ 14 ສິງຫາ 2017 ຈາກອົງການຂ່າວເກົາຫລີເໜື້ອ KRT ສະແດງໃຫ້ເຫັນຜູ້ນຳເກົາຫລີເໜືອ ທ່ານ Kim Jong Un ກຳລັງຖືກລາຍງານໃຫ້ຊາບ ຢູ່ນະຄອນພຽງຢາງ.

ການຍິງ​ຈາກ​ລົດ​ເຄື່ອນ​ທີ່ ຈາກ Sunan ​ໃກ້​ກັບ​ສະໝາ​ມບິນ​ນາໆ​ຊາດ​ພຽງ​ຢາງ ລູກ​ສອນ
​ໄຟ​ໄດ້​ບິນໄປຫຼາຍ​ກວ່າ 2,700 ກິ​ໂລ​ແມັດ ຢູ່ສູງ​ສຸດ​ປະມານ 550 ກິ​ໂລ​ແມັດ ອີງ​ຕາມທີ່​
ປຶ​ກສາ​ທຳນຽບ​ເກົາຫລີ​ໃຕ້.

Nokor Missile Reax
please wait
Embed

No media source currently available

0:00 0:01:38 0:00

ການ​ທົດ​ລອງລູກ​ສອນ​ໄຟ​ຫລາຍ​ລູກ​ຂອງ​ເກົາຫລີ​ເໜືອ ​ຫວ່າງ​ມໍ່ໆ​ມາ​ນີ້ ​ໄດ້​ຍິງ​ຈາກ​ລົດ
​ເຄື່ອນ​ທີ່ຫລາຍ​ແຫ່ງ​ຢູ່​ທົ່ວ​ປະ​ເທດ ​ເຮັດ​ໃຫ້​ມີ​ຄວາມ​ລຳບາກ​ຫລາຍ​ຂຶ້ນ ທີ່​ເປັນ​ເປົ້າ​ໝາຍ​
ແນ​ໃສ່​ບ່ອນ​ທີ່​ເປັນຖານ​ຍິງ​ແຫ່ງ​ນຶ່ງ. ​

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG