ໃນວັນພະຫັດມື້ນີ້ ເກົາຫຼີເໜືອ ໄດ້ຈັດໃຫ້ມີການເດີນສວນສະໜາມທາງທະຫານ ຢູ່ທີ່
ນະຄອນຫຼວງພຽງຢາງ ນຶ່ງມື້ ກ່ອນພິທີເປີດການແຂ່ງຂັນກິລາໂອລິມປິກລະດູໜາວ
ຢູ່ໃນເກົາຫຼີໃຕ້ ຊຶ່ງເປັນຄູ່ປໍລະປັກ.
ແຫລ່ງຂ່າວຂອງລັດຖະບານ ຢູ່ນະຄອນຫຼວງໂຊລ ກ່າວວ່າ ປະຊາຊົນຫຼາຍໝື່ນຄົນ
ໄດ້ເຂົ້າຮ່ວມ ຫຼື ເຂົ້າຊົມການເດີນສວນສະໜາມດັ່ງກ່າວ ແລະມີການໂຮມຊຸມນຸມ ທີ່
ຈະຕຸລັດ ກິມ ອີລ ຊຸງ ເພື່ອເປັນຂີດໝາຍ ໃນການສ້າງຕັ້ງ ກອງທັບແຫ່ງຊາດ ຄົບຮອບ
70 ປີ ຂອງປະເທດທີ່ໂດດດຽວແຫ່ງນີ້.
ຕາມປົກກະຕິແລ້ວ ເກົາຫຼີເໜືອຈະຈັດພິທີລະນຶກເຖິງ ໃນວັນທີ 25 ເມສາເວລາອຳນາດ
ການປົກຄອງ ກິມ ອີລ ຊຸງ ເຊິ່ງເປັນພໍ່ປູ່ຂອງ ກິມ ຈົງ ອຶນ ຜູ້ນຳຄົນປັດຈຸບັນ ໄດ້ສ້າງຕັ້ງ
ກອງທັບປະຕິວັດ ເປັນຄັ້ງທຳອິດ. ແຕ່ລັດຖະບານໄດ້ປະກາດເມື່ອເດືອນແລ້ວນີ້ວ່າ ຕົນ
ຈະຍ້າຍການສະເຫຼີມສະຫຼອງ ໄປໃສ່ ວັນທີ 8 ກຸມພາ ໃນຄວາມພະຍາຍາມທີ່ຈະດຶງດູດ
ເອົາຄວາມສົນໃຈ ຂອງນາໆຊາດ ກ່ອນທີ່ປະເທດຕ່າງໆຈະຫັນຄວາມສົນໃຈໄປໃສ່ພິທີ
ເປີດການແຂ່ງຂັນກິລາໂອລິມປິກ ໃນວັນສຸກມື້ອື່ນ ຢູ່ທີ່ເມືອງພຽງຈາງທີ່ເປັນເຈົ້າພາບນັ້ນ.
ການເດີນສວນສະໜາມ ທາງດ້ານທະຫານ ໃນເກົາຫຼີເໜືອ ຕາມທຳມະດາແລ້ວ ຈະ
ເປັນການສະແດງກຳລັງ ຂອງພວກທະຫານ ແລະ ການນຳເອົາອາວຸດຍຸດໂທປະກອນ
ໃໝ່ໆ ອອກມາສະແດງໃຫ້ເຫັນ ແຕ່ຍັງບໍ່ທັນເປັນທີ່ຊັດແຈ້ງເທື່ອວ່າ ອາວຸດທັງຫຼາຍຈະ
ແມ່ນສ່ວນນຶ່ງຂອງການເດີນສວນສະໜາມ ໃນວັນພະຫັດມື້ນີ້ ຫຼືບໍ່.
ທ່ານກິມ ຈົງ ອຶນ ໄດ້ສົ່ງຄະນະຜູ້ແທນກຸ່ມໃຫຍ່ກຸ່ມນຶ່ງ ໄປຍັງເກົາຫຼີໃຕ້ ເພື່ອເຂົ້າຮ່ວມ
ໃນການແຂ່ງຂັນກິລາ ໂອລິມປິກລະດູໜາວ ທີ່ເມືອງພຽງຈາງ ໂດຍປະກອບມີ ນ້ອງສາວ
ຂອງທ່ານ ຜູ້ທີ່ເປັນສະມາຊິກອາວຸໂສ ຂອງພັກກຳມະກອນ ທີ່ປົກຄອງເກົາຫຼີເໜືອ ໃນ
ປັດຈຸບັນ ແລະ ນັກກິລາ ຈຳນວນ 22 ຄົນ ຜູ້ທີ່ຈະເດີນສວນສະໜາມ ພ້ອມກັບຄູ່ຕຳແໜ່ງ
ຂອງພວກເຂົາ ຈາກເກົາຫຼີໃຕ້ ພາຍໃຕ້ທຸງຊາດດຽວ. ຂໍ້ສະເໜີທີ່ບໍ່ໜ້າເຊື່ອຂອງທ່ານກິມ
ໃນລະຫວ່າງ ການກ່າວຄຳປາໄສ ເມື່ອວັນປີໃໝ່ ທີ່ຈະສົ່ງຄະນະຜູ້ແທນໄປຮ່ວມ ນັ້ນ
ແມ່ນ ໄດ້ຖືກຕອບຮັບດ້ວຍຄວາມກະຕືລືລົ້ນ ໂດຍປະທານາທິບໍດີ ມູນ ແຈ-ອິນ ແຫ່ງ
ເກົາຫຼີໃຕ້.