ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເກົາຫລີເໜືອ ຈະຈັດປະຊຸມ ສະພາ ນັດພິເສດ


ຄວາມເຄັ່ງຕຶງ ໃນ ແຫລມເກົາຫລີ
ຄວາມເຄັ່ງຕຶງ ໃນ ແຫລມເກົາຫລີ

ເກົາຫຼີເໜືອຈະເປີດກອງປະຊຸມ ສະພານັດພິເສດ ໃນເດືອນ ໜ້ານີ້.

ອົງການຂ່າວສູນກາງ ຂອງ ທາງການ ເກົາຫລີເໜືອ ໄດ້ປະກາດ ໃນວັນອັງຄານ ມື້ນີ້ວ່າ ສະພາປະຊາຊົນສູງສຸດ ຈະເປີດປະຊຸມ ໃນວັນທີ 7 ເດືອນໜ້ານີ້.

ຕາມປົກກະຕິແລ້ວ ສະພາປະຊາຊົນ ຂອງເກົາຫລີເໜືອ ຈະປະຊຸມກັນ ນຶ່ງຄັ້ງຕໍ່ປີ ເພື່ອ ໃຫ້ການອະນຸມັດ ພໍເປັນພິທີ ໂດຍບໍ່ຕ້ອງ ມີການພິຈາລະນາ ຂໍ້ສະເໜີຕ່າງໆ ຂອງ ພັກກຳມະກອນເກົາຫຼີ ຊຶ່ງເປັນພັກຄອມມູນິດ ທີ່ປົກຄອງປະເທດ ໃນເວລານີ້. ກອງປະຊຸມ ເທື່ອສຸດທ້າຍ ຂອງສະພາ ເກົາຫລີເໜືອ ແມ່ນມີຂຶ້ນ ໃນວັນທີ 9 ເມສາແລ້ວນີ້.

ອົງການຂ່າວສູນກາງ ຂອງທາງການ ເກົາຫລີເໜືອ ບໍ່ໄດ້ແຈ້ງເຫດຜົນ ໃຫ້ຊາບວ່າ ເປັນຫຍັງ ສະພາຂອງ ເກົາຫຼີເໜືອ ຈຶ່ງຮຽກໃຫ້ມີ ການປະຊຸມ ເປັນເທື່ອ ທີ 2 ໃນປີນີ້.

ກອງປະຊຸມ ສະໄໝທີ 2 ຂອງສະພາ ເກົາຫລີເໜືອ ຈະມີຂຶ້ນ ທ່າມກາງ ການພັງທະ ລາຍລົງ ຂອງຄວາມສຳພັນ ລະຫວ່າງ ເກົາຫລີເໜືອ ແລະເກົາຫລີໃຕ້.

XS
SM
MD
LG