ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເກົາຫລີໃຕ້ ບໍ່ແນໃຈ ໃນການກ່າວອ້າງ ຂອງເກົາຫລີເໜືອ


ທຸງຊາດ ຂອງເກົາຫລີເໜືອ
ທຸງຊາດ ຂອງເກົາຫລີເໜືອ

ພວກນັກຊ່ຽວຊານດ້ານນິວເຄລຍ ຂອງເກົາຫຼີໃຕ້ ກ່າວວ່າ ເຂົາເຈົ້າຍັງມີ ຄວາມສົງໃສ ກ່ຽວກັບການກ່າວອ້າງ ຂອງເກົາຫຼີເໜືອທີ່ວ່າ ຕົນໄດ້ປະສົບ ຄວາມຄວາມສຳເລັດ ໃນການຮວມພະລັງນິວເຄລຍ ເຂົ້າກັນ ຫລື NUCLEAR FUSION ຊຶ່ງເປັນເປົ້າໝາຍ ທີ່ປະເທດກ້າວໜ້າ ທັງຫລາຍໃນໂລກ ໄດ້ພະຍາຍາມ ມາເປັນເວລາ ຫລາຍທົດສະວັດ ແຕ່ຍັງບໍ່ປະສົບ ຄວາມສຳເລັດ.

ສື່ມວນຊົນ ຂອງເກົາຫລີເໜືອ ລາຍງານວ່າ ເມື່ອໄວໆມານີ້ ພວກນັກວິທະຍາສາດ ຂອງຕົນ ໄດ້ບັນລ ຸຄວາມສຳເລັດ ເນື່ອງໃນໂອກາດ ວັນສະຫຼອງ ວັນເກີດຂອງມື້ລາງ ທ່ານກິມ-ອິລ-ຊຸງ ທີ່ພຽງຢາງ ໄດ້ກ່າວເຖິງ ໂອກາດນີ້ວ່າ ເປັນມື້ແຫ່ງ ຕາເວັນນັ້ນ.

ປະຕິກິລິຍາ ໃນການຮວມ ພະລັງນິວເຄລຍ ເກີດຂຶ້ນເວລາ ຈຸດສູນກາງ ຂອງອາຕອມ 2 ໜ່ວຍ ແລ່ນເຂົ້າຕຳກັນ ເພື່ອຮວມເຂົ້າເປັນ ອົງປະກອບ ທີ່ໜັກຂຶ້ນ ແລະກໍປ່ອຍພະລັງງານ ໃນປະລິມານ ມະຫາສານອອກມາ. ພວກນັກວິທະຍາສາດ ບາງຄົນຫວັງວ່າ ປະຕິກິລິຍາ ໃນການຮວມ ພະລັງນິວເຄລຍ ແບບຍືນຍົງນັ້ນ ໃນວັນໃດວັນນຶ່ງ ອາດສາມາດ ກາຍເປັນ ແຫລ່ງພະລັງງານ ທີ່ສະອາດ ແບບບໍ່ມີການຈຳກັດ ສຳລັບມະນຸດເຮົາ.

ພວກນັກຊ່ຽວຊານ ເກົາຫຼີໃຕ້ ກ່າວວ່າ ເປັນທີ່ປາກົດວ່າ ພຽງຢາງໄດ້ທຳການ ທົດລອງ ທາງດ້ານນິວເຄລຍ ຂັ້ນພື້ນຖານເທົ່ານັ້ນ. ແຕ່ເກົາຫລີເໜືອ ມັກປະກາດ ເປັນປະຈຳ ກ່ຽວກັບການບັນລຸຜົນ ທີ່ຍິ່ງໃຫຍ່ ເນື່ອງໃນໂອກາດວັນພັກ ເພື່ອເປັນກຽດແກ່ ຜູ້ກໍ່ຕັ້ງເກົາຫລີເໜືອ ແລະລູກຊາຍຂອງທ່ານ ຄືທ່ານກິມ-ຈົງ-ອິລ ຜູ້ນຳຂອງເກົາຫລີເໜືອ ໃນປັດຈຸບັນ. ແຕ່ການກ່າວອ້າງເຫລົ່ານີ້ ບໍ່ຄ່ອຍມີຕົວຕົນ ເປັນລໍ້າເປັນສັນ ແຕ່ປະການໃດ.

XS
SM
MD
LG