ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກົາຫຼີເໜືອເປັນເຈົ້າພາບ ແຂ່ງຂັນແລ່ນມາຣາທອນ (ວີດິໂອ)


ການແຂ່ງມາຣາທອນ Mangyongdae ຢູ່ເກົາຫລີເໜືອ ເມື່ອເດືອນເມສາ ປີ 2012.
ການແຂ່ງມາຣາທອນ Mangyongdae ຢູ່ເກົາຫລີເໜືອ ເມື່ອເດືອນເມສາ ປີ 2012.
ເຖິງ​ແມ່ນ​ກໍາລັງ​ເກີດ​ຄວາມ​ເຄ່ງ​ຕຶງ​ໃນ​ລະດັບ​ລະຫວ່າງ​ຊາ​ດ ຍ້ອນ​ການ​ຂົ່ມ ຂູ່​ດ້ານນີວ​ເຄຼຍ​ຂອງ​ຕົນ​ກໍ​ຕາມ ​ເກົາຫຼີ​ເໜືອ​ກໍ​ໄດ້ເປັນ​ເຈົ້າພາບ​ຈັດການແຂ່ງຂັນແລ່ນ​ມາຣາທອນ​ນາໆ​ຊາດ ​ໃນ​ວັນ​ອາທິດ​ມື້​ນີ້.

ນັ​ກ​ແລ່ນ​ມາ​ຣາທອນ​ຕ່າງປະ​ເທດ 14 ຄົນ ​ໄດ້​ຮ່ວມ​ກັບ​ນັກ​ແລ່ນ​ອີກຫຼາຍກວ່າ 200 ຄົນໃນ​ ການ​ແລ່ນ​ມາ​ຣາທອນ ຍາດ​ເອົາ​ລາງວັນ Mangyongdae ຢູນອກ​ເມືອງຫຼວງພຽງ​ຢາງ ຂອງ​ເກົາຫຼີ​ເໜືອ.

Ketema Bekle ນັກ​ແລ່ນ​ຊາວ​ອີ​ທິ​ໂອ​ເປຍ ຊະນະ​ທີນຶ່ງ ຕິດຕາມ​ດ້ວຍ ນັກ​ແລ່ນ​ຊາວ​ຢູ​ເຄຣນ ​ແລະ ຊາວຣວັນ​ດາ.

ການ​ແຂ່ງຂັນ​ແລ່ນ​ມາຣາທອນ​ດັ່ງກ່າວ​ນີ້ ມີ​ຂຶ້ນພໍດີ​ກັບ​ໄລຍະ​ການ​ສະຫຼອງ ວັນເກີດ ທີ່ 101 ປີ ຂອງ​ມື້​ລາງ Kim Il Sung ​ຜູ້​ສ້າງ​ຕັ້ງ ​ແລະ​ອະດີດຜູ້​ນໍາ​ເກົາຫຼີ​ເໜືອ ​ໃນ​ມື້​ວັນ​ຈັນ​ມື້ອື່ນ​ນີ້.

(ເບິ່ງວີດີໂອ)

XS
SM
MD
LG