ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ເຕົາປະຕິກອນ ນິວເຄລຍ ຂອງເກົາຫຼີເໜືອ ທີ່ ຢົງບີຢົງ ເລີ້ມແລ່ນຄືນແລ້ວ


ທ່ອນເຊື້ອໄຟນິວເຄລຍທີ່ໃຊ້ແລ້ວຂອງເກົາຫຼີເໜືອ ທີ່ໂຮງໄຟຟ້າ Yongbyon.
ທ່ອນເຊື້ອໄຟນິວເຄລຍທີ່ໃຊ້ແລ້ວຂອງເກົາຫຼີເໜືອ ທີ່ໂຮງໄຟຟ້າ Yongbyon.

ສະ​ຖາ​ບັນ​ຄົ້ນຄວ້າ​ຂອງ​ສະຫະລັດທີ່​ຕິດຕາມ​ເບິ່ງ​ການ​ພັດທະນາ​ອາວຸດ​ນິວ​ເຄລຍຂອງ​ເກົາຫລີ​ເໜືອກ່າວ​ວ່າ ປະ​ເທດ​ຄອມ​ມູນິສດັ່ງກ່າວ​ມີ​ທ່າ​ທາງ​ວ່າເລີ້ມ​ແລ່ນເຕົາ​ປະຕິ​ກອນ​ນິວ​ເຄລຍທີ່​ໃຊ້​ທາດ​ປລູ​ໂຕ​ນຽມ ທີ່​ໂຮງ​ໄຟຟ້າ Yongbyon ຄືນອີກ.

​ເວັບ​ໄຊ 38North ​ໄດ້​ພິມ​ເຜີຍ​ແຜ່​ຮູບ​ຖ່າຍໂດຍ​ດາວ​ທຽມພານິດ ​ໃນ​ວັນ​ສຸກ​ວານ​ນີ້ທີ່​ກຸ່ມ​ດັ່ງກ່າວ​ເວົ້າວ່າ ສະ​ແດງຮ່ອງຮອຍ​ໃຫ້​ເຫັນ​ວ່າ​ພຽງ​ຢາງ ພວມ​ກະກຽມ​ທີ່​ຈະ​ເລີ້ມ​ແລ່ນ​ເຕົາ​ປະຕິ​ກອນຢູ່​ທີ່​ນັ້ນຫລັງ​ຈາກ​ໄດ້​ເກັບ​ກູ້​ເອົາ​ທ່ອນ​ເຊື້ອ​ໄຟ​ທີ່​ໃຊ້​ແລ້ວທີ່​ອາດ​ສາມາດ​ນຳ​ໄປ​ຜະລິດ​ທາດ​ປລູ​ໂຕ​ນຽມ​ເພື່ອນຳ​ໄປ​ສ້າງ​ອາວຸດ​ນິວ​ເຄລຍ​ໄດ້.

ໂຮງໄຟຟ້ານິວເຄລຍ ຢົງບີຢົງ ຂອງເກົາຫລີເໜືອ
ໂຮງໄຟຟ້ານິວເຄລຍ ຢົງບີຢົງ ຂອງເກົາຫລີເໜືອ

ເວັບ​ໄຊ​ດັ່ງກ່າວ ​ແມ່ນ​ບໍລິຫານ​ງານ​ໂດຍ​ສະ​ຖາ​ບັນ​ການ​ສຶກສາ​ນາໆ​ຊາດ​ທີ່​ກ້າວໜ້າ​ຂອງ ​ມະຫາວິທະຍາ​ໄລ Johns Hopkins ທີ່​ນະຄອນຫຼວງວໍ​ຊິງ​ຕັນກ່າວວ່າຮູບ​ພາບ​ຂອງ​ເຕົາ ປະຕິ​ກອນ​ທີ່ Yongbyon ສະ​ແດງ​ໃຫ້​ເຫັນ​ວ່າ ມີ​ຄວັນອາຍ​ນ້ຳ​ອອກ​ມາທີ່​ເຊື່ອ​ກັນ​ວ່າ ມາ​ຈາກ​ບ່ອນ​ລະບາຍ​ຄວາມ​ເຢັນ​ ຂອງ​ໂຮງ​ໄຟຟ້າ ​ແລະ​ສະ​ແດງ​ໃຫ້​ເຫັນ​ວ່າ ​ເຕົາ​ປະຕິ​ກອນ​ໄດ້​ແລ່ນ​ຄືນ​ແລ້ວ.

​ພວກ​ນັກຄົ້ນຄວ້າ​ກ່າວ​ວ່າ ໂດຍ​ບໍ່​ມີ​ຂໍ້​ມູນ​ເພີ້ມຕື່ມ ມັນ​ເປັນ​ໄປ​ໄດ້​ຍາກ​ທີ່​ຈະ​ຄາດ​ຄະ​ເນ​ວ່າ ​ເຕົາ​ປະຕິ​ກອນດັ່ງກ່າວ​ໄດ້​ແລນ​ໃນ​ລະດັບ​ໃດ ​ເຖິງ​ແມ່ນ​ວ່າ ​ມັນ​ອາດ​ຈະ​ຢູ່​ໃນ​ລະດັບ​ທີ່​ສົມ​ມາ​ສົມ​ຄວນ.

​ເປັນ​ທີ່​ເຊື່ອ​ກັນ​ວ່າ ​ເກົາຫລີເໜືອ​ສາມາດ​ນຳ​ໃຊ້ ​ເທັກ​ໂນ​ໂລ​ຈີ​ ເຄື່ອງ​ກັ່ນ​ນິວ​ເຄລຍ ​ເພື່ອ​ແຍກ​ສານ​ເຄມີ ​ແລະ​ໄດ້​ຮັບ​ທາດ​ປລູ​ໂຕ​ນຽມ​ຈາກທ່ອນ​ເຊື້ອ​ໄຟ ​ທີ່​ໃຊ້​ໄປແລ້ວນັ້ນ. ​ໂຮງ ​ໄຟຟ້າ​ນິວ​ເຄລຍ Yongbyon ຊຶ່ງ​ມີ​ເຕົາ​ປະຕິ​ກອນ​ຂະໜາດ 5 ​ເມ​ກາ​ວັດ ແລະ​ສະຖານ ​ທີ່ອື່ນໆ​ໄດ້​ຖືກ​ປິດ ພາຍ​ໃຕ້​ຂໍ້​ຕົກລົງ​ປີ 2007 ໃນ​ການ​ເຈລະ​ຈາ 6 ຝ່າຍ ທີ່​ປະກອບ​ດ້ວຍ​ເກົາຫລີ​ເໜືອແລະ 5 ປະ​ເທດ ທີ່​ຮວມທັງ​ສະຫະລັດ ຈີນ ຍີ່ປຸ່ນ ຣັດ​ເຊຍແລະ​ເກົາຫລີ​ໃຕ້. ​ແຕ່​ແນວ​ໃດ​ກໍ​ຕາມ ​ເກົາຫລີ​ເໜືອ ​ຖອນ ​ໂຕ​ອອກ​ຈາກ​ຂໍ້​ຕົກລົງ​ນີ້ ​ໃນ​ປີ 2013 ​ແລະ​ກ່າວ​ວ່າ ຕົນ​ຈະ​ເລີ້ມກິດຈະການ​ຢູ່ໂຮງ​ໄຟຟ້າ​ດັ່ງກ່າວ​ຊຶ່ງຕັ້ງຫ່າງ​ຈາກ​ນະຄອນຫຼວງພຽງ​ຢາງ ຂຶ້ນ​ໄປ​ທາງ​ເໜືອປະມານ 90 ກິ​ໂລ​ແມັດ.

ອົງການ​ພະລັງານ​ປະລະມະ​ນູສາກົນ ຊຶ່ງ​ເປັນ​ອົງການ​ຄຸ້ມ​ຄອງ​ນິວ​ເຄລຍຂອງ​ສະຫະປະ ຊາ​ຊາດກ່າວໃນ​ປີ​ກາຍ​ນີ້ວ່າ ​ເຕົາ​ປະຕິ​ກອນ​ນິວ​ເຄລຍທີ່ Yongbyon ​ໄດ້ເລີ້ມ​ແລ່ນ​ຄືນ​ອີກ ອາດ​ຈະ​ເປັນ​ເພື່ອ​ກັ່ນ​ຫຼືບໍ່​ກໍ​ປ່ຽນ​ຮູບ​ເຊື້ອ​ໄຟ​ທີ່​ໃຊ້​ໄປແລ້ວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG