ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເກົາຫຼີເໜືອ ຍົກເລີກ ການຫ້າມ ເຂົ້າໂຮງງານ Kaesong ຂອງເຈົ້າໜ້າທີ່ ເກົາຫຼີເໜືອ


ກຳມະກອນຕັດຫຍິບ ເກົາຫຼີເໜືອ ໃນໂຮງງານຕັດຫຍິບທີ່ ເກົາຫຼີໃຕ້ ເປັນເຈົ້າຂອງ ທີ່ເຂດອຸດສາຫະກຳ Kaesong. ເກົາຫຼີເໜືອ ໄດ້ຍົງເລີກການຫ້າມທີ່ໄດ້ເຮັດໃຫ້ເຈົ້າໜ້າທີ່ ເກົາຫຼີໃຕ້ ສອງຄົນບໍ່ສາມາດເຂົ້າໄປໃນສູນອາຄານຂອງໂຮງງານໄດ້.
ກຳມະກອນຕັດຫຍິບ ເກົາຫຼີເໜືອ ໃນໂຮງງານຕັດຫຍິບທີ່ ເກົາຫຼີໃຕ້ ເປັນເຈົ້າຂອງ ທີ່ເຂດອຸດສາຫະກຳ Kaesong. ເກົາຫຼີເໜືອ ໄດ້ຍົງເລີກການຫ້າມທີ່ໄດ້ເຮັດໃຫ້ເຈົ້າໜ້າທີ່ ເກົາຫຼີໃຕ້ ສອງຄົນບໍ່ສາມາດເຂົ້າໄປໃນສູນອາຄານຂອງໂຮງງານໄດ້.

ເກົາຫຼີເໜືອ ໄດ້ຍົກເລີກການຫ້າມທີ່ໄດ້ເຮັດໃຫ້ເຈົ້າໜ້າທີ່ ເກົາຫຼີໃຕ້ ສອງຄົນຈາກການເຂົ້າໄປໃນໂຮງງານ ທີ່ພວກເຂົາເຈົ້າໄດ້ຄວບຄຸມ ກັບ ເກົາຫຼີໃຕ້.

ເກົາຫຼີເໜືອ ໃນຕົ້ນຂອງສັບປະດານີ້ໄດ້ຕັ້ງຂໍ້ຫ້າມ, ເຮັດໃຫ້ບັນດາ ເຈົ້າໜ້າທີ່ບໍ່ສາມາດເຂົ້າໄປໃນສູນອາຄານອຸດສາຫະກຳ Kaesong, ເຊິ່ງຕັ້ງຢູ່ໃຫ້ກັບເຂດຊາຍແດນກັບ ເກົາຫຼີເໜືອ ພຽງໜ້ອຍດຽວ.

ນະຄອນຫຼວງ ພຽງຢາງ ບໍ່ໄດ້ເຫດຜົນໃດໆສຳລັບການຕັ້ງຂໍ້ຫ້າມ ໃນວັນອັງຄານທີ່ຜ່ານມາ. ບັນເຈົ້າໜ້າທີ່ ເກົາຫຼີໃຕ້ ໄດ້ກ່າວວ່າ ເກົາຫຼີເໜືອ ບໍ່ໄດ້ໃຫ້ເຫດຜົນໃນວັນສຸກມື້ນີ້ ເມື່ອພວກເຂົາເຈົ້າ ໄດ້ຍົກເລືອກການຫ້າມດັ່ງກ່າວ.

ເຈົ້າໜ້າທີ່ຄົນໜຶ່ງຜູ້ທີ່ຖືກຫ້າມ ແຕ່ຕອນນີ້ໄດ້ຖືກອະນຸຍາດໃຫ້ເຂົ້າໄປໄດ້ ມີຊື່ວ່າທ້າວ Choi Sang-chul, ເປັນອະດີດເຈົ້າໜ້າທີ່ລັດຖະບານ ເກົາຫຼີໃຕ້ ເຊິ່ງຕອນນີ້ເປັນຄະນະກຳມະ ການຄວບຄຸມອາຄານອຸດສາຫະກຳ.

ກຳມະກອນ ເກົາຫຼີເໜືອຫຼາຍກວ່າ 53,000 ຄົນໄດ້ຖືກຈ້າງງານໂດຍປະມານ 120 ໂຮງງານ ຂອງ ເກົາຫຼີໃຕ້ ຢູ່ໃນເຂດອຸດສາຫະກຳ, ທີ່ໄດ້ເປີດຂຶ້ນໃນປີ 2004 ແລະ ແມ່ນໜຶ່ງໃນສອງ ສາມພື້ນທີ່ຂອງການຮ່ວມມືທາງດ້ານເສດຖະກິດຂອງ ເກົາຫຼີເໜືອ.

ສູນດັ່ງກ່າວໄດ້ເປັນແຫຼ່ງແຫ່ງຄວາມເຄັ່ງຕຶງຢ່າງຊ້ຳແລ້ວຊ້ຳອີກ ລະຫວ່າງສອງປະເທດ. ຄັ້ງຫຼ້າສຸດນີ້, ທັງສອງຝ່າຍໄດ້ມີການຂັດແຍ້ງກັນຫຼາຍເດືອນກ່ຽວກັບ ຄ່າແຮງງານສຳລັບ ກຳມະກອນ ເກົາຫຼີເໜືອ ກ່ອນທີ່ຈະໄດ້ບັນລຸຂໍ້ຕົກລົງໃນເດືອນສິງຫາທີ່ຜ່ານມາ.

ສູນດັ່ງກ່າວນັ້ນ, ເຊິ່ງໄດ້ຖືກປິດການໃຊ້ງານຊົ່ວຄາວໃນປີ 2013 ໃນລະຫວ່າງເວລາຂອງ ຄວາມເຄັ່ງຕຶງໄດ້ເພີ່ມສູງຂຶ້ນ, ມັນແມ່ນແຫຼ່ງຂອງລາຍຮັບທີ່ສຳຄັນສຳລັບປະເທດ ເກົາຫຼີ ເໜືອ ທີ່ຂາດແຄນເງິນສົດ, ເຊິ່ງໄດ້ເກັບເອົາຄ່າແຮງງານສ່ວນໃຫຍ່ທີ່ຫາໄດ້ໂດຍກຳມະກອນຂອງ ພວກເຂົາເຈົ້າ.

XS
SM
MD
LG