ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຮູບເງົາເກົາຫຼີເໜືອ ອວດອ້າງ ປະສົບພະການ ດ້ານທະຫານ ຂອງຜູ້ນຳທີ່ຍັງໜຸ່ມນ້ອຍຄົນໃໝ່ (ເບິ່ງວີດີໂອ)


Seorang perempuan Kashmir berjalan di kebun tulip di pinggiran kota Srinagar, Kahmir-India.
Seorang perempuan Kashmir berjalan di kebun tulip di pinggiran kota Srinagar, Kahmir-India.

ສື່ມວນຊົນຂອງເກົາຫຼີເໜືອ ບໍ່ໄດ້ກ່າວຢ່າງເປັນການເປີດເຜີຍ ເຖິງອັນທີ່ປະກົດວ່າ ເປັນວັນ ເກີດຂອງຜູ້ນໍາຄົນໃໝ່ໃນມື້ວັນອາທິດຜ່ານມານີ້ ຢູ່ໃນປະເທດບ່ອນທີ່ວັນເກີດຂອງມື້ລາງບິດາ ພ້ອມທັງມື້ລາງປູ່ຂອງທ່ານ ເຄີຍໄດ້ມີການສະເຫຼີມສະຫຼອງເປັນວັນພັກແຫ່ງຊາດ ແຕ່ໄດ້ມີ ການລະນຶກເຖິງວັນດັ່ງກ່າວນີ້ດ້ວຍການອອກອາກາດສາລະຄະດີໂທລະພາບທີ່ເນັ້ນໃຫ້ເຫັນ ເຖິງປະສົບພະການຂອງທ່ານກິມຈົງອຸນ ໃນການນໍາພາກອງທັບເກົາຫຼີເໜືອ. ຜູ້ສື່ຂ່າວວີໂອ ເອ Steve Herman ມີລາຍງານກ່ຽວກັບເລື່ອງນີ້ຈາກກຸງໂຊລ

ໃນ​ມື້ວັນ​ອາທິດ​ຜ່ານ​ມານີ້ ປະຊາຊົນ​ຊາວ​ເກົາຫຼີ​ເໜືອ​ຈຳນວນ​ຫຼາຍໆ​ລ້ານ​ຄົນ ​ໄດ້​ພາກັນ​ເບິ່ງ​
ລາຍການ​ໂທລະພາບ​ຍາວ 50 ນາທີ ທີ່​ສະ​ແດງ​ໃຫ້​ເຫັນ​ທ່ານກິມຈົງ​ອຸນທັກ​ທາຍ​ແບບ​ກະຕື
ລືລົ້ນກັບ​ພວກ​ທະຫານພ້ອມ​ກັບ​ພາບ​ທ່ານຂັບລົດ​ຖັງ ສະ​ແດງ​ການໃຊ້​ອາວຸດ ນັ່ງ​ຢູ່ບ່ອນ​ຄົນ
ຂັບ​ເຮືອບິນ​ລົບ​ແລະ​ຂີ່​ມ້າ.

ໃນ​ຕອນ​ນຶ່ງ​ນັ້ນ ຜູ້​ບັນ​ລະ​ຍາຍ​ ກ່າວ​ວ່າ ພວກ​ທະຫານ​ໄດ້​ພາກັນ​ຕື່ນເຕັ້ນ ດີ​ໃຈ ທີ່​ໄດ້​ຮູ້ເຫັນ
ຄວາມຮັກ​ຊາດ​ຢ່າງຈິງ​ໃຈ​ຂອງ​ຜູ້ນຳ​ສູງ​ສຸດ. ລາຍ​ງານ​ເວົ້າ​ວ່າ ທ່ານ​ໄດ້ກ່າວ​ຕໍ່​ພວກ​ທະ​ຫານ
ວ່າ ພາລະກິດ​ຕະຫຼອດຊີວິດ​ຂອງ​ທ່ານ​ກໍ​ຄື​ນຳພາ​ຢ່າງ​ເຂັ້ມແຂງ​ ໃນ​ການ​ດີ້ນຮົນ​ຕໍ່ສູ້ ​ເພື່ອ​ຄໍ້າ
ປະກັນຄວາມ​ພ້ອມ​ສຳລັບ​ການ​ສູ້​ລົບໃນ​ລະດັບ​ສູງ​ສຸດ​ຂອງ​ກອງທັບ.

ນອກ​ນັ້ນ​ແລ້ວ​ ຍັງ​ມີ​ຮູບ​ພາບ​ຫຼາຍໆ​ຕອນ​ຂອງ​ທ່ານ​ກິມຈິງ​ອຸນ ຜູ້​ທີ່​ເຊື່ອ​ກັນ​ວ່າ​ມີ​ອາຍຸ​ເກືອບ
30 ປີ ແລະ​ໄດ້​ຮັບ​ການ​ສຶກສາ​ຈາກ​ປະ​ເທດ​ສະ​ວິດ​ເຊີ​ແລນນັ້ນຍິ້ມຫົວ​ໃນ​ຂະນະ​ທີ່ທັກ​ທາຍ
ກັບກົມ​ກອງ​ຕ່າງໆ​ຂອງ​ກອງທັບ ຊຶ່ງແມ່ນ​ກົງກັນຂ້າມກັບພາບ​ພົດຂອງ​ມື້ລາງ​ບິດາ​ຂອງ​ທ່ານ
ຄືທ່ານ​ກິມຈົງ​ອິລ ຜູ້​ຊຶ່ງ​ໃນ​ຕະຫລອດໄລຍະ​ຫຼາຍໆ​ທົດ​ສະ​ວັດ ​ມັກ​ສະ​ແດງສີ​ໜ້າແບບ​ເອົາ​ຈິງ
ເອົາ​ຈັງໃນ​ລະ​ຫວ່າງ​ການໄປ​ກວດ​ຢ້ຽມ​ພວກ​ທະຫານ​ນັ້ນ.

ທ່ານ Daniel Pinkston ນັກ​ວິ​ເຄາະ​ປະຈຳ​ກຸ່ມ​ວິ​ກິດ​ການ​ນາໆ​ຊາດ​ທີ່​ກຸງ​ໂຊ​ລກ່າວວ່າມີ​ທ່າ​
ທາງ​ວ່າ​ຈະ​ບໍ່ເປັນເລື່ອງ​ບັງ​ເອີນເລີຍທີ່ທ່ານ​ກິມຈົງ​ອຸນ​ໄດ້ສະ​ແດງ​ລັກສະນະ​ທ່າ​ທາງອອກ​ໃນ​ທີ່​
ສາທາລະນະແບບຄ້າຍຄື​ກັນກັບ​ມື້ລາງ​ຜູ້​ເປັນ​ປູ່​ຫລາຍ​ກ່ວາ. ທ່ານ​ກິ​ມອິລຊຸງຜູ້​ສ້າງຕັ້ງ​ເກົາຫຼີ​
ເໜືອທີ່ເຖິງ​ແກ່​ອະສັນ​ຍະ​ກຳ​ ໃນປີ 1994 ​ເປັນ​ຜູ້​ນຳພາ​ເກົາຫຼີ​ເໜືອ ກ່ອນ​ທີ່​ປະ​ເທດ​ດັ່ງກ່າວ
ປະສົບ​ກັບສະພາບເຊື່ອມ​ຖອຍທາງ​ດ້ານ​ເສດຖະກິດ​ຢ່າງ​ຮ້າຍ​ແຮງ​ແລະ​ຄວາມ​ອຶດ​ຢາກ​ທີ່​ຍັງ​ມີ​
ຢູ່ຢ່າງ​ແຜ່​ກວ້າງນັ້ນ.

“ຂ້າ​ພະ​ເຈົ້າຄິດ​ວ່າ ຊາວ​ເກົາຫຼີ​ເໜືອ​ຈຳນວນ​ຫຼວງຫຼາຍ ມີ​ຄວາມ​ບໍ່ພໍ​ໃຈ​ກັບ​ສະຖາ
ນະ​ການ​ດັ່ງກ່າວ. ຍັງມີ​ຄວາມ​ຍາກ​ລຳບາກຫຼາຍຢູ່​ໃນ​ສັງຄົມ​ຊາວ​ເກົາຫຼີ​ເໜືອ. ຂ້າ
ພະ​ເຈົ້າຄິດ​ວ່າ ມີຫຼາຍໆ​ຄົນ​ພາກັນ​ມອງ​ເບິ່ງໄປ​ຍັງທ່ານ​ກິມຈົງ​ອຸນວ່າ ເປັນ​ຈຸດ​ສຸມ
ທີ່​ສໍາຄັນ ເພື່ອ​ຟື້ນຟູ​ຄວາມ​ສຳ​ເລັດ​ ຈຳນວນ​ນຶ່ງ​ ຂອງສາທາລະນະ​ລັດປະຊາທິປະ
ໄຕ​ປະ​ຊົນ​ເກົາຫຼີ ກັບ​ຄືນ​ມາ. ດັ່ງນັ້ນ ບາງທີ​ທ່ານກິມຈົງ​ອຸນອາດຕ້ອງການ​ທີ່​ຢາກ
ຈະ​ນໍາ​ສະ​ເໜີ​ພາບ​ພົດ​ໃນ​ທາງ​ບວກແລະນັ້ນ​ແມ່ນ​ຈະຊຸກ​ຍູ້​ໃຫ້​ປະຊາຊົນ​ສະໜັບສະ
ໜຸນ​ທ່ານ ​ແລະ​ກໍ​ກັບ​ຄືນ​ໄປ​ສູ່​ການ​ມີ​ຜະລິດຜົນ​ໃນ​ທາງ​ບວກແລະ​ອື່ນໆ​ອີກ.”

ໃນ​ອີກ​ຕອນ​ນຶ່ງ​ນັ້ນ ຊຶ່ງປະກົດ​ວ່າ​ເປັນ​ພາບ​ທີ່​ຖ່າຍ​ໃນ​ປີ 2009 ​ແຕ່​ໄດ້​ອອກ​ອາກາດ​ເປັນ​ເ​ທື່ອ
ທຳ​ອິດ​ໃນ​ມື້ວັນ​ອາທິດ​ຜ່ານ​ມານີ້ ສະ​ແດງໃຫ້​ເຫັນ​ວ່າທ່ານ​ກິມຈົງອຸນ​ພວມ​ໂອ້​ລົມ​ກັບ​ພວກ​ເຈົ້າ
ໜ້າ​ທີ່ໆ​ສູນ​ກາງ​ຄວບ​ຄຸມການ​ຍິງຈະ​ຫຼວດ​ແຫ່ງ​ນຶ່ງ ຜູ້​ບັນ​ລະ​ຍາຍ​ໄດ້​ອ້າງ​ຄຳ​ເວົ້າຂອງ​ທ່ານກິມ
ຈົງ​ອຸນທີ່​ກ່າວ​ວ່າ ທ່ານ​ຈະ​ເຮັດ​ສົງຄາມຖ້າພວກ​ສະຕູ​ຂອງ​ເກົາຫຼີ​ເໜືອຍິງ​ທຳລາຍ​ລູກ​ຈະ​ຫຼວດ
ດັ່ງກ່າວ.

ເກົາຫຼີ​ເໜືອ​ກ່າວ​ອ້າງ​ວ່າ ຕົນ​ໄດ້​ສົ່ງ​ດາວ​ທຽມ​ຂຶ້ນສູ່ວົງ​ໂຄຈອນ​ໃນ​ວັນ​ທີ 5 ​ເມສາປີ 2009 ​
ແຕ່ພວກ​ເຈົ້າໜ້າ​ທີ່ໆ​ກຸງ​ໂຊ​ລ​ແລະ​ວໍ​ຊິງ​ຕັນ​ໃນ​ເວລາ​ນັ້ນກ່າວ​ວ່າ ມັນ​ບໍ່​ໄດ້​ເກີດ​ຂຶ້ນ​ແລະ​ການ
ສົ່ງ​ດາວທຽມ​ທີ່​ວ່າ​ນັ້ນທີ່​ຈິງ​ແລ້ວ​ເປັນ​ພຽງ​ການ​ຍິງ​ທົດ​ລອງລູກ​ສອນ​ໄຟ​ໄລຍະ​ໄກ​ທໍ່​ນັ້ນ.

ນັກວິ​ເຄາະ Pinkston ກ່າວ​ວ່າ ການ​ເປີດ​ເຜີຍ​ໃໝ່​ກ່ຽວ​ການ​ໄປ​ມີໜ້າ​ຂອງ​ທ່ານກິມຈົງ​ອຸນ
ໃນປີ 2009 ທີ່​ຖານ​ຍິງ​ຈະ​ຫຼວດ ​ແລະ​ການ​ຂົ່ມຂູ່​ວ່າ​ຈະ​ເຮັດ​ສົງຄາມ​ຂອງທ່ານນັ້ນ ​ແມ່ນ​ມີ
ເປົ້າໝາຍແນ​ໃສ່ ເພື່ອ​ແຈ້ງ​ໃຫ້​ຊາວ​ເກົາຫຼີ​ເໜືອ​ຊາບ​ວ່າ ທ່ານ​ຈະປະຕິບັດ​ການ​ຢ່າງເຂັ້ມ​ແຂງ​
ຕ້ານ​ພວກ​ກຳລັງ​ທະຫານ​ທີ່ເປັນ​ປໍ​ລະ​ປັກ. ທ່ານ Pinkston ​ເວົ້າວ່ານອກ​ນັ້ນຍັງ​ເປັນ​ການ
ເຕືອນ​ເກົາຫຼີ​ໃຕ້​ແລະ​ປະຊາ​ຄົມນາໆ​ຊາດ​ນຳ​ວ່າຜູ້ນຳ​ຄົນ​ໃໝ່​ຂອງ​ເກົາຫຼີ​ເໜືອ​ຈະ​ບໍ່​ມີ​ຄວາມ​ລັ່ງ
ເ​ລ​ໃຈເລີຍທີ່​ຈະ​ທຳ​ການ​ຕອບ​ໂຕ້​ຕໍ່ການ​ເຄື່ອນ​ໄຫວ​ໃດໆ​ກໍ​ຕາມທີ່​ຮູ້ສຶກວ່າ​ເປັນ​ໄພ​ຂົ່ມຂູ່​ຕໍ່​ເກົາ
ຫຼີ​ເໜືອ.

“ນອກ​ນັ້ນອາດ​ຈະ​ເປັນ​ສັນຍານ​ກ່ຽວ​ກັບ​ການ​ຍິງ​ລູກ​ສອນ​ໄຟ​ໃນ​ອະນາຄົດ​ ທີ່​ຂ້າພະ
ເຈົ້າຄິດ​ວ່າ ມີ​ຈຸດປະສົງ​ໂດຍ​ສະ​ເພາະ​ເພື່ອ​ພະຍາຍາມ​ສົ່ງ​ດາວ​ທຽມແລະເປັນ​ການ
ສົ່ງ​ສັນຍານວ່າຖ້າ​ຫາກ​ມີ​ການ​ພະຍາຍ​າມຍິງ​ທຳລາຍ​ລູກ​ສອນ​ໄຟ​ແທ້ໆ​ແລ້ວເກົາຫຼີ​
ເໜືອ​ກໍແມ່ນ​ພ້ອມ​ແລ້ວ​ທີ່​ຈະ​ຕອບ​ໂຕ້​ທາງ​ດ້ານ​ທະຫານ.”

ນອກເໜືອ​ໄປ​ຈາກ​ການ​ພັດທະນາ​ລູກ​ສອນ​ໄຟ​ແລ້ວ ​ເກົາຫຼີ​ເໜືອ​ຍັງ​ໄດ້​ທົດ​ລອງອາວຸດ​ປະລະ
ມະນູ 2 ​ເທື່ອ.

ເກົາຫຼີ​ເໜືອ​ປະກາດ​ວ່າ​ ຜູ້​ນໍາຄົນ​ກ່ອນ​ທ່ານກິມຈົງ​ອິລ​ ເຖິງ​ແກ່​ອະສັນ​ຍະ​ກຳ​ດ້ວຍ​ໂຣກຫົວ​ໃຈ​
ວາຍໃນ​ເດືອນ​ແລ້ວນີ້.

ນັບ​ແຕ່​ນັ້ນມາ ທ່ານ​ກິມຈົງ​ອຸນ ລູກ​ຊາຍ​ຄົນທີ 3 ຂອງ​ທ່ານກໍ​ໄດ້​ເສີມ​ຂະຫຍາຍອຳນາດ​ຢ່າງ​
ໄວວາ ຂຶ້ນ​ເປັນ​ຜູ້​ສືບ​ທອດ​ອຳນາດຕໍ່​ຈາກ​ມື້ລາງ​ບິດາ​ຂອງ​ທ່ານພ້ອມທັງ​ເປັນ​ຜູ້ນຳ​ສູງ​ສຸດ​ຂອງ
ປະຊາຊົນຂອງ​ພັກແລະ​ຂອງ​ກອງທັບ​ນຳ​ດ້ວຍ.

XS
SM
MD
LG