ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ມີລາຍງານວ່າ ເກົາຫຼີເໜືອ ສັບປ່ຽນ ຜູ້ນຳກອງທັບ ລະດັບສູງ ສາມຄົນ


ຜູ້ນຳຂອງ ເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ ກວດກາກອງທະຫານ
ປືນໃຫຍ່ ກ່ອນການຊ້ອມທະຫານ ເພື່ອສະເຫຼີມສະຫຼອງວັນຄົບ
ຮອບ 85 ປີ ການສ້າງຕັ້ງກອງທັບບົກປະຊາຊົນ ເກົາຫຼີ. 25 ເມສາ, 2017.
ຜູ້ນຳຂອງ ເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ ກວດກາກອງທະຫານ ປືນໃຫຍ່ ກ່ອນການຊ້ອມທະຫານ ເພື່ອສະເຫຼີມສະຫຼອງວັນຄົບ ຮອບ 85 ປີ ການສ້າງຕັ້ງກອງທັບບົກປະຊາຊົນ ເກົາຫຼີ. 25 ເມສາ, 2017.

ອົງການຂ່າວ ຢອນຫັບ ຂອງເກົາຫຼີິໃຕ້ ກ່າວວ່າ ຜູ້ນຳກອງທັບລະດັບສູງຂອງເກົາຫຼີ
ເໜືອ 3 ຄົນ ໄດ້ຖືກສັບປ່ຽນ.

ໂດຍການອ້າງຄຳເວົ້າຂອງແຫລ່ງຂ່າວທີ່ຂໍສະຫງວນຊື່ ພາຍໃນອົງການສືບລັບຂອງ
ເກົາຫຼີໃຕ້ ຢອນຫັບ ກ່າວວ່າ ພວກຜູ້ນຳທະຫານຄົນໃໝ່ ແມ່ນມີ ທ່ານ ໂນ ກວາງ ໂຊລ
ຜູ້ທີ່ມາປ່ຽນ ທ່ານ ປາກ ຢົງ ຊິກ ໃຫ້ເປັນຫົວໜ້າດ້ານປ້ອງກັນປະເທດ, ທ່ານ ຣີ
ຢົງ ກິລ ຜູ້ທີ່ກາຍມາເປັນຫົວໜ້າເສນາທິການໃຫຍ່ ກອງທັບປະຊາຊົນເກົາຫຼີ ແທນ
ທ່ານ ຣີ ມີຢົງ ຊູ, ແລະ ນາຍພົນກອງທັບບົກ ທ່ານ ກິມ ຊູ ກິລ ໃຫ້ເປັນຜູ້ນຳຄົນ
ໃໝ່ ຂອງກົມການເມືອງ ກອງທັບປະຊາຊົນເກົາຫຼີ ແທນ ທ່ານ ກິມ ຈົງ ກັກ.

ແຫລ່ງຂ່າວຂອງອົງການສືບລັບ ບອກ ຢອນຫັບ ວ່າ ການປ່ຽນແປງດັງກ່າວນັ້ນ ມີຂຶ້ນ
ກໍຍ້ອນການຊຸກຍູ້ຄັ້ງໃໝ່ ໄປສູ່ການຜ່ອນຄາຍຄວາມເປັນປໍລະປັກ ກັບ ເກົາຫຼີໃຕ້
ແລະ ສະຫະລັດ ໂດຍການໃຫ້ຂໍ້ສັງເກດວ່າ ຜູ້ນຳທັງ 3 ຄົນກ່ອນນັ້ນ “ຂາດແນວຄິດ
ທີ່ປ່ຽນແປງໄດ້.” ການສັບປ່ຽນນັ້ນ ອາດເປັນເປົ້າໝາຍເພື່ອນຳເອົາກອງທັບ ໃຫ້ເຂົ້າ
ມາຢູ່ໃນຖັນແຖວ ກ່ອນໜ້າ ກອງປະຊຸມສຸດຍອດ ທີ່ວາງແຜນໃສ່ ໃນວັນທີ 12 ມິຖຸ
ນາ ຢູ່ທີ່ສິງກະໂປ ເຊິ່ງອາດມີທ່າແຮງໃຫ້ມີການຕົກລົງ ກ່ຽວກັບການປົດອາວຸດນິວ
ເຄລຍ ລະຫວ່າງ ຜູ້ນຳ ກິມ ຈົງ ອຶນ ກັບ ສະຫະລັດ.

ແຕ່ແຫລ່ງຂ່າວອີກແຫ່ງນຶ່ງ ຂອງອົງການສືບລັບ ກ່າວວ່າ ການສັບປ່ຽນນັ້ນ ກໍຍັງເປັນ
ການປ່ຽນແປງຂອງຍຸກລຸ້ນຄົນ ນຳດ້ວຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິິດ

XS
SM
MD
LG