ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ນຳເກົາຫຼີເໜືອ ປະນາມ ການຊັກຊ້າ ໃນການສ້າງໂຮງໝໍໃໝ່


ຜູ້ນຳເກົາຫຼີເໜືອ ທ່ານກິມ ຈົງ ອືນ.
ຜູ້ນຳເກົາຫຼີເໜືອ ທ່ານກິມ ຈົງ ອືນ.

ຜູ້ນຳເກົາຫຼີເໜືອ ທ່ານກິມ ຈົງ ອຶນ ປະນາມພວກເຈົ້າໜ້າທີ່ ທີ່ຊັກຊ້າໃນການກໍ່ ສ້າງ
ໂຮງໝໍໃໝ່ ຢູ່ນະຄອນຫຼວງພຽງຢາງ ແລະໄດ້ສັ່ງໃຫ້ໃຫ້ຍົກຍ້າຍພວກເຂົາ ເຈົ້າ.

ອົງການຂ່າວສູນກາງຂອງທາງການເກົາຫຼີເໜືອ ຫຼື KCNA ລາຍງານໃນວັນຈັນ ມື້ນີ້
ວ່າ ທ່ານກິມໄດ້ຕ້ອງຕິການກໍ່ສ້າງ ຕໍ່ພວກຫົວໜ້າ ລະຫວ່າງການໄປຢ້ຽມ ຢາມສະຖານ
ດັ່ງກ່າວ ທີ່ຫວ່າງມໍ່ໆມານີ້ ຂອງໂຮງໝໍໃໝ່ Pyongyang ແລະຊີ້ບອກວ່າເປັນບັນຫາ
ເກີດຂຶ້ນທີ່ຮ້າຍແຮງຕໍ່ເສດຖະກິດ ທີພົວພັນກັບການກໍ່ສ້າງ.”

ອົງການຂ່າວ KCNA ກ່າວວ່າ ທ່ານກິມ ໄດ້ປະນາມໂດຍສະເພາະຕໍ່ຄະນະກຳ ມາທິການ
ກໍ່ສ້າງທີ່ ອົງການຂ່າວ KCNA ກ່າວວ່າ ທ່ານກິມ ໄດ້ປະນາມໂດຍສະເພາະຕໍ່ຄະນະກຳ
ມາທິການກໍ່ສ້າງທີ່ “ບໍ່ມີການຈັດຕັ້ງ” ຊຶ່ງໄດ້ດຳເນີນໂຄງການໂດຍປາດສະຈາກງົບປະ
ມານກໍ່ສ້າງທີ່ເໝາະສົມ ແລະໄດ້ເຮັດໃຫ້ປະຊາຊົນຂອງເກົາຫຼີເໜືອໄດ້ຮັບ ຄວາມເດືອດ
ຮ້ອນ ທີ່ຕ້ອງການ “ໂຄງການຊ່ວຍເຫຼືອຕ່າງໆ.”

ມີການອ້າງຄຳເວົ້າຂອງທ່ານກິມ ທີ່ກ່າວວ່າຖ້າ “ຫາກປ່ອຍໃຫ້ເປັນໄປຕາມລໍາ ພັງ “ ຄະ
|ນະກໍາມາທິການ “ອາດເຮັດໃຫ້ຮູບພາບເປັນຮອຍດ່າງຕໍ່ພັກລັດຖະ ບານທີ່ປົກຄອງເທດ.”
ບັນຫາໂຄງການ ການກໍ່ສ້າງໂຮງໝໍມີຂຶ້ນທ່າມກາງທີ່ມີຂ່າວລືວ່າ ເກົາຫຼີເໜືອ ອາດມີ
ຄວາມຍາກລໍາບາກ ໃນການຊອກຫາເຄື່ອງກໍ່ສ້າງ ເນື່ອງຈາກການລົງ ໂທດທີ່ນຳພາໂດຍສະຫະລັດ ຕໍ່ໂຄງການສ້າງອາວຸດນິວເຄລຍ ແລະລູກສອນໄຟພ້ອມທັງການຄວບຄຸມຊາຍ
ແດນທີ່ເຄັ່ງຄັດກ່ຽວກັບການແຜ່ລະບາດໄວຣັສ ໂຄໂຣນາ.

ເກົາຫຼີເໜືອອ້າງວ່າ ຕົນບໍ່ມີ COVID-19 ແມ່ນແຕ່ກໍລະນີດຽ ນັບແຕ່ໄວຣັສ ໄດ້ເລີ້ມລະ
ບາດຢູ່ໃນຈີນ ຊຶ່ງເປັນປະເທດເພື່ອນບ້ານ ໃນທ້າຍປີກາຍນີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG