ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີເໜືອ ຍິງລູກສອນໄຟ ຂີປະນາວຸດ ສອງລູກ


ຜູ້ນຳເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ ເບິ່ງການຍິງລູກສອນໄຟຂີປະນາວຸດ ຢູ່ສະຖານທີ່ໆບໍ່ຊາບຊື່ ໃນ ເກົາຫຼີເໜືອ, 31 ກໍລະກົດ, 2019, ໃນຮູບພາບທີ່ໄດ້ມາຈາກໂທລະພາບ KCTV ຂອງ ເກົາຫຼີເໜືອ.
ຜູ້ນຳເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ ເບິ່ງການຍິງລູກສອນໄຟຂີປະນາວຸດ ຢູ່ສະຖານທີ່ໆບໍ່ຊາບຊື່ ໃນ ເກົາຫຼີເໜືອ, 31 ກໍລະກົດ, 2019, ໃນຮູບພາບທີ່ໄດ້ມາຈາກໂທລະພາບ KCTV ຂອງ ເກົາຫຼີເໜືອ.

ເກົາຫຼີເໜືອໄດ້ດຳເນີນອັນທີ່ປາກົດວ່າຈະເປັນການທົດລອງລູກສອນໄຟຂີປະນາວຸດໄລຍະໃກ້ ໃນຕອນເຊົ້າວັນພະຫັດມື້ນີ້, ເຊິ່ງເປັນການຍິງຄັ້ງທຳອິດຂອງເຂົາເຈົ້າໃນລະຫວ່າງລັດຖະບານຂອງປະທານາທິບໍດີສະຫະລັດ ທ່ານ ໂຈ ໄບເດັນ.

ເກົາຫຼີເໜືອ ໄດ້ຍິງລູກສອນໄຟຂີປະນາວຸດສອງລູກທີ່ໄດ້ຕົກລົງຢູ່ນອກເຂດທະເລ ຍີ່ປຸ່ນ, ອີງຕາມນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ ໂຢຊິຮິເດະ ຊູກະ.

ກະຊວງປ້ອງກັນປະເທດຂອງ ເກົາຫຼີໃຕ້ ໄດ້ກ່າວວ່າ ລູກສອນໄຟສອງລູກໄດ້ຖືກຍິງອອກຈາກແຂວງ ຮຳກີຢອງໃຕ້ ແລະ ໄດ້ເດີນທາງ 450 ກິໂລແມັດ ໃນຄວາມສູງ 60 ກິໂລແມັດ.

ຮ້ອຍເອກ ໄມຄ໌ ຄາຟກາ, ເຈົ້າໜ້າທີ່ປະຊາສຳພັນຂອງກອງບັນຊາການ ອິນໂດ-ປາຊີຟິກ ຂອງ ສະຫະລັດ ໄດ້ກ່າວໃນຖະແຫຼງການສະບັບນຶ່ງວ່າບັນດາເຈົ້າໜ້າທີ່ໄດ້ຮູ້ກ່ຽວກັບການຍິງດັ່ງກ່າວ ແລະ ພວມຕິດຕາມສະຖານະການຢູ່.

ຖະແຫຼງການດັ່ງກ່າວໄດ້ເວົ້າວ່າ “ກິດຈະກຳນີ້ໄດ້ເນັ້ນໃຫ້ວ່າໂຄງການອາວຸດຕ້ອງຫ້າມຂອງ ເກົາຫຼີເໜືອ ໄດ້ເປັນໄພຂົ່ມຂູ່ຕໍ່ປະເທດທີ່ຢູ່ໃກ້ຄຽງຂອງເຂົາເຈົ້າ ແລະ ປະຊາຄົມນານາຊາດ. ຄຳໝັ້ນສັນ ຍາຂອງ ສະຫະລັດ ເພື່ອປ້ອງກັນສາທາລະນະລັດ ເກົາຫຼີ ແລະ ຍີ່ປຸ່ນ ແມ່ນຍັງຄົງແຂງແກ່ນຢູ່ຄືເກົ່າ.”

ນີ້ແມ່ນການທົດລອງຄັ້ງທຳອິດຂອງ ເກົາຫຼີເໜືອ ໃນຮອບປະມານນຶ່ງປີ, ແຕ່ແນວໃດກໍຕາມເຂົາ ເຈົ້າໄດ້ຍິງລູກສອນໄຟທີ່ນ້ອຍກວ່ານີ້ຫຼາຍລູກເມື່ອບໍ່ດົນມານີ້.

ການຍິງດັ່ງກ່າວໄດ້ມີຂຶ້ນໃນຂະນະທີ່ລັດຖະບານທ່ານ ໄບເດັນ ແມ່ນກຳລັງຢູ່ໃນຂັ້ນຕອນສຸດທ້າຍຂອງການທົບທວນນະໂຍບາຍ ເກົາຫຼີເໜືອ ຂອງເຂົາເຈົ້າ ແລະ ໄດ້ກ່າວຢ່າງຊໍ້າແລ້ວຊໍ້າອີກ ກ່ຽວ ກັບ ຄວາມປາຖະໜາຂອງເຂົາເຈົ້າໃນການຕິດຕໍ່ດ້ານການທູດກັບ ເກົາຫຼີເໜືອ.

ພຽງຢາງ ໄດ້ກ່າວວ່າ ເຂົາເຈົ້າບໍ່ມີຄວາມສົນໃຈໃນການເຈລະຈາຈົນກວ່າ ສະຫະລັດ ຈະຍົກເລີກ “ນະໂຍບາຍທີ່ມຸ່ງຮ້າຍຂອງເຂົາເຈົ້າ,” ເຊິ່ງອ້າງເຖິງມາດຕະການລົງໂທດ, ການຊ້ອມລົບທາງທະ ຫານ ແລະ ກິດຈະກຳອື່ນໆຂອງ ສະຫະລັດ ຢູ່ໃນແຫຼມເກົາຫຼີ.

ເກົາຫຼີເໜືອ ໄດ້ປະຕິເສດບໍ່ຍອມເຂົ້າຮ່ວມການເຈລະຈາດົນກວ່ານຶ່ງປີແລ້ວ ແລະ ເບິ່ງຄືວ່າຈະມີເຈຕະນາເພີ່ມຄວາມກົດດັນຕໍ່ ວໍຊິງຕັນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG