ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກົາຫຼີເໜືອ ຍິງລູກສອນໄຟ ໄລຍະໃກ້ ຫຼາຍລູກ ຊຶ່ງເປັນຄັ້ງທຳອິດ ໃນປີນີ້ ອີງຕາມລາຍງານ


ຜູ້ນຳເກົາຫຼີເໜືອ ກິມ ຈົງ ອຶນ ແນມເບິ່ງ ການຍິງລູກສອນໄຟຂີປະນາວຸດ ຢູ່ສະຖານທີ່ໆ ບໍ່ໄດ້ຖືກເປີດເຜີຍ ໃນເກົາຫຼີເໜືອ ເມື່ອວັນທີ 31 ກໍລະກົດ 2019, ໃນພາບນີ້ ທີ່ນຳມາຈາກ ລາຍງານຂ່າວ KCTV ຂອງເກົາຫຼີເໜືອ.
ຜູ້ນຳເກົາຫຼີເໜືອ ກິມ ຈົງ ອຶນ ແນມເບິ່ງ ການຍິງລູກສອນໄຟຂີປະນາວຸດ ຢູ່ສະຖານທີ່ໆ ບໍ່ໄດ້ຖືກເປີດເຜີຍ ໃນເກົາຫຼີເໜືອ ເມື່ອວັນທີ 31 ກໍລະກົດ 2019, ໃນພາບນີ້ ທີ່ນຳມາຈາກ ລາຍງານຂ່າວ KCTV ຂອງເກົາຫຼີເໜືອ.

ເກົາຫຼີເໜືອໄດ້ທຳການຍິງລູກຈະຫຼວດໄລຍະໃກ້ ເມື່ອສອງສາມວັນທີ່ຜ່ານມາ ອີງຕາມບັນດາເຈົ້າໜ້າທີ່ສະຫະລັດ ຊຶ່ງເປັນສິ່ງທີ່ປາກົດວ່າ ເປັນກິດຈະກຳຄັ້ງທຳອິດ ທີ່ກ່ຽວຂ້ອງກັບລູກສອນໄຟ ໃນປີນີ້ ຂອງພຽງຢາງ.

ໜັງສືພິມ ວໍໍຊິງຕັນໂພສທ໌ ໄດ້ລາຍງານກ່ອນໝູ່ກ່ຽວກັບການຍິງດັ່ງກ່າວນັ້ນໃນຕອນແລງວັນອັງຄານວານນີ້ ໂດຍກ່າວວ່າ “ລູກສອນໄຟໄລຍະສັ້ນຫຼາຍລູກ” ໄດ້ຖືກຍິງຂຶ້ນ “ເມື່ອທ້າຍອາທິດແລ້ວນີ້” ແຕ່ບໍ່ໄດ້ສະໜອງລາຍລະອຽດໃດໆຕື່ມອີກ.

ໃນກອງປະຊຸມຖະແຫລງການ ເຈົ້າໜ້າທີ່ອະວຸໂສໃນຄະນະລັດຖະບານສະຫະລັດ ໄດ້ຢືນຢັນແຕ່ບໍ່ໄດ້ໃຫ້ຄວາມສຳຄັນ ຕໍ່ອັນທີ່ທ່ານເອີ້ນວ່າ “ກິດຈະກຳດ້ານການທະຫານ” ທີ່ກ່ຽວຂ້ອງກັບ “ລະບົບໄລຍະໃກ້.”

ເຈົ້າໜ້າທີ່ທ່ານນີ້ ກ່າວວ່າ “ມັນເປັນສ່ວນນຶ່ງໃນການທົດລອງແບບນີ້ທີ່ປົກກະຕິ ທີ່ວ່າ ເກົາຫຼີເໜືອຈະເຮັດ.”

ມັນກໍບໍ່ເປັນທີ່ຈະແຈ້ງວ່າ ລູກສອນໄຟປະເພດໃດທີ່ໄດ້ຖືກທົດລອງ ໃນເວລາທີ່ພວກມັນໄດ້ຍິງຂຶ້ນ ຫຼືພວກມັນບິນໄປໄກຊ່ຳໃດ. ແຕ່ບັນດາເຈົ້າໜ້າທີ່ສະຫະລັດ ກ່າວວ່າ ການຍິງນັ້ນ ບໍ່ໄດ້ຖືກຫ້າມໂດຍມະຕິການຫ້າມບໍ່ໃຫ້ເກົາຫຼີເໜືອດຳເນີນກິດຈະການດ້ານລູກສອນໄຟຂີປະນາວຸດຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG