ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກົາຫລີເໜືອ ຍິງທົດລອງ ລູກສອນໄຟ ລະຍະສັ້ນ


ໜັງສືພິມ 2 ສະບັບຂອງເກົາ​ຫລີໃຕ້ ກ່າວວ່າ ​ເກົາຫລີ​ເໜືອ​ ໄດ້​ທົດ​ລອງຍິງ​ລູກ​ສອນ​
ໄຟລະຍະ​ສັ້ນ 2 ລູກ ຢູ່ນອກ​ແຄມ​ຝັ່ງ​ທະ​ເລທາງກໍ້າ ຕາ​ເວັນ​ຕົກ​ຂ​ອງ​ເກົາຫຼີ​ເໜືອ.

ໜັງສືພິມ Chosun Ilbo ກ່າວ​ວ່າ ລູກ​ສອນ​ໄຟ​ສອງ​ລູກ​ທີ່​ຍິງ​ໃນ​ວັນ​ພະຫັດວານ​ນີ້
ເປັນ​ລູກ​ສອນ​ໄຟ​ຊະນະ​ທີ່​ຍິງຈາກ​ພາກພື້ນດິນ​ຫາ​ກຳ​ປັ່ນ. ໜັງສືພິມສະບັບ​ນີ້ຍັງ​ກ່າວ​
ອີກ​ວ່າ ​ຕົນໄດ້​ຮັບ​ຂ່າວ​ນີ້​ຈາກ​ເຈົ້າ​ໜ້າ​ທີ່ທະ ຫານທີ່​ບໍ່​ບອກ​ຊື່ຄົນ​ນຶ່ງວ່າ ການ​ຍິງ​ລູກ​
ສອນ​ໄຟດັ່ງກ່າວ​ ແມ່ນ​ແນ່ໃສ່ເພື່ອປັບ​ປຸ​ງ​ໃຫ້​ດີ​ຂື້ນ ​ແລະ​ບໍ່​ພົວພັນ​ກັບ​ການຈະ​ຍິງ​ລູກ​
ສອນ​ໄຟ ​ທີ່ກໍາ ໜົດໄວ້ໃນ​ເດືອນ​ໜ້າ​ນີ້.

ສ່ວນ​ໜັງສືພິມ JoongAng IIbo ​ກໍໄດ້​ລາຍ​ງານຂ່າວ​ທີ່​ຄ້າຍຄື​ກັນ.

ເກົາຫລີ​ເໜືອກ່າວ​ວ່າ​ ຕົນ​ຈະ​ຍິງ​ລູກ​ສອນ​ໄຟ​ລະຍະ​ຍາວ ຈາກ​ຝັ່ງທະ​ເລ​ກໍ້າ​ຕາ​ເວັນ​ຕົກ​
ໃນ​ລະຫວ່າງ​ກາງ​ເດືອນເມສາ​ນີ້​ໂດຍ​ແນ່​ໃສ່ເພື່ອ​ສົ່ງ ດາວ​ທຽ​ມພະຍາກອນອາກາດຂຶ້ນ
ສູ່​ວົງ​ໂຄຈ​ອນ ເນື່ອງ​ໃນ​ໂອກາດລະ ນຶກ​ເຖິງ​ວັນ​ເກີດ​ຄົບຮອບ​ຮ້ອຍ​ປີຂອງ​ມື້​ລາງ​ຜູ້​ນໍາ​ທີ່​
ກໍ່ຕັ້ງເກົາຫຼີ​ເໜືອທ່ານ Kim II Sung. ສະຫະລັດແລະ​ບັນດາປະ​ເທດຕາ​ເວັນ​ຕົກອື່ນໆ
ກ່າວ​ວ່າ ການ​ຍິງ​ລູກ​ສອນ​ໄຟທີ​ວ່າ​ນີ້​ແມ່ນ​ໃຊ້​ເປັນ​ຂໍ້​ແກ້​ຕົວ​ຂອງພຽງ​ຢາງ​ ສຳຫຼັບ​ທົດ​
ລອງ​ລູກ​ສອນ​ຂີ​ປະ​ນາ​ວຸດລະຍະໄກ ຊຶ່ງ​ເປັນສິ່ງ​ທີ່​ເກືອດ​ຫ້າມ ພາຍໄຕ້​ການ​ລົງ​ໂທດຂອງ
ສະຫະ​ປະຊາ​ຊາດ.

ລັດຖະມົນ​ຕີ​ປ້ອງ​ກັນ​ປະ​ເທດ​ຍີ່​ປຸ່ນ ທ່ານ Naoki Tanaka ​ໄດ້​ອອກ​ຄໍາ​ສັ່ງ​ໃນ​ວັນ​ສຸກມື້​ນີ້
ໃຫ້​ທະ​ຫານຍີ່ປຸ່ນ​ຍິງທຳລາຍລູກ​ສອນ​ໄຟ​ ຖ້າ​ຫາກ ​ລູກ​ສອນ​ໄຟ​ດັ່ງກ່າວ​ມີ​ການ​ຍິງຜ່ານ​
ເຂດ​ນ່ານຟ້າຂອງ​ຍີ່​ປຸ່ນ.

ຍີ່​ປຸ່​ນ​ເຄີຍອອກ​ຄໍາ​ສັ່ງ​ຄ້າຍຄື​ກັນ​ນີ້ ໃນ​ປີ 2009 ​ເວລາ​ເກົາຫລີ​ເໜືອ​ໄດ້ຍິງທົດ​ລອງລູກ​
ສອນ​ໄຟ​ລະຍະໄກ ​ແຕ່​ກໍບໍ່ໄດ້​ພະຍ​າຍາມທີ່​ຈະຍິງທຳລາຍລູກ​ສອນ​ໄຟ​ນັ້ນແຕ່​ຢ່າງ​ໃດ.

XS
SM
MD
LG