ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເກົາຫຼີເໜືອ ຍິງທົດລອງ​ລູກ​ສອນ​ໄຟຂີປະນາວຸດ ແລະ​ບັນ​ດາ​ປະ​ເທດ​ເພື່ອນ​ບ້ານ ​ກ່າວປະ​ນາມ


ຜູ້ຄົນຢູ່ສະຖານີລົດໄຟໃນນະຄອນຫຼວງໂຊລ ຂອງເກົາຫຼີໃຕ້ ພາກັນເບິ່ງຈໍໂລລະພາບ ລາຍງານຂ່າວກ່ຽວກັບການຍິງລູກສອນໄຟຂອງເກົາຫຼີໃຕ້ ເມື່ອວັນພຸດ ທີ 4 ພຶດສະພາ 2022.
ຜູ້ຄົນຢູ່ສະຖານີລົດໄຟໃນນະຄອນຫຼວງໂຊລ ຂອງເກົາຫຼີໃຕ້ ພາກັນເບິ່ງຈໍໂລລະພາບ ລາຍງານຂ່າວກ່ຽວກັບການຍິງລູກສອນໄຟຂອງເກົາຫຼີໃຕ້ ເມື່ອວັນພຸດ ທີ 4 ພຶດສະພາ 2022.

ເກົາຫຼີເໜືອ ໄດ້ຍິງຂີປະນາວຸດຂ້າມທະວີບໃນວັນພຸດວານນີ້ ຕາມທີ່ຍີ່ປຸ່ນແລະເກົາຫຼີໃຕ້ ໄດ້ລາຍງານ ຊຶ່ງເປັນຄັ້ງຫຼ້າສຸດ ໃນການທົດລອງຫຼາຍຮອບ ທີ່ໄດ້ເຮັດໃຫ້ປະເທດເພື່ອນບ້ານຂອງເກົາຫຼີເໜືອນັ້ນ ບໍ່ພໍໃຈ ແລະໄດ້ດຶງດູດການປະນາມຢ່າງໜັກແໜ້ນຈາກສະຫະລັດ.

ກອງທັບຂອງເກົາຫຼີໃຕ້ ໄດ້ກ່າວວ່າ ເກົາຫຼີເໜືອໄດ້ຍິງຂີປະນາວຸດຂ້າມທະວີບ ຈາກພື້ນທີ່ເຂດຊູນານ ໃກ້ກັບນະຄອນຫຼວງພຽງຢາງ. ອັນນັ້ນເປັນສະຖານທີ່ຕັ້ງຂອງສະໜາມບິນສາກົນ ຈາກຈຸດບ່ອນທີ່ໄດ້ມີການຍິງຫຼາຍຄັ້ງ ເມື່ອບໍ່ດົນມານີ້.

ຂີປະນາວຸດດັ່ງກ່າວ ໄດ້ບິນໄປປະມາ 470 ກິໂລແມັດ ໂດຍມີລະດັບຄວາມສູງທີ່ສຸດ ປະມານ 780 ກິໂລແມັດ ອີງຕາມຖະແຫລງການ ຈາກຫົວໜ້າເສນາທິການຮ່ວມຂອງເກົາຫຼີໃຕ້. ຍີ່ປຸ່ນ ໄດ້ສະໜອງໂຕເລກທີ່ຄ້າຍຄືກັນ.

ໂຕເລກເຫຼົ່ານັ້ນ ສະເໜີແນະວ່າ ມັນບໍ່ແມ່ນການຍິງລັດສະໝີໄກ. ບໍ່ມີລາຍລະອຽດໃດໆຕື່ມອີກ. ເກົາຫຼີເໜືອ ໂດຍປົກກະຕິແລ້ວ ຈະບໍ່ປະກາດການຍິງຂອງຕົນ ໃນສື່ມວນຊົນຂອງທາງການ ຈົນກວ່າຫຼັງຈາກນຶ່ງວັນ.

ການທົດລອງດັ່ງກ່າວ ມີຂຶ້ນຫຼາຍວັນ ກ່ອນໜ້າທີ່ປະທານາທິບໍດີຄົນໃໝ່ຂອງເກົາຫຼີໃຕ້ ເຂົ້າດຳລົງຕຳແໜ່ງ. ທ່ານຢູນ ຊຸກ-ຢຽລ ອະດີດຫົວໜ້າໄອຍາການ ອະ​ນຸລັກນິຍົມ ໄດ້ປະຕິຍານວ່າ ຈະເອົາແນວທາງທີ່ເຄັ່ງຄັດຂຶ້ນກວ່າເກົ່າ ຕໍ່ພຽງຢາງ.

ໃນລະແຫຼງການສະບັບນຶ່ງຂອງຕົນ ກອງທັບເກົາຫຼີໃຕ້ ໄດ້ເອີ້ນການຍິງຂີປະນາວຸດດັ່ງກ່າວວ່າ “ໄພຂົ່ມຂູ່ຮ້າຍແຮງຕໍ່ສັນຕິພາາບແລະສະຖຽນລະພາບຂອງປະຊາຄົມນານາຊາດ ພ້ອມກັບແຫຼມເກົາຫຼີ.”

ນາຍົກລັດຖະມົນຕີຍີ່ປຸ່ນ ຟູມີໂອະ ຄີຊີດະ ໄດ້ກ່າວວ່າ ການຍິງຂີປະນາວຸດນັ້ນ “ບໍ່ສາມາດຍອມຮັບໄດ້ຢ່າງເດັດຂາດ” ອີງຕາມລາຍງານຂອງອົງການຂ່າວກຽວໂດ (Kyodo) ຂອງຍີ່ປຸ່ນ.

ເກົາຫຼີເໜືອໄດ້ເພີ້ມການທົດລອງລູກສອນໄຟຫຼາຍຂຶ້ນໃນປີນີ້ ໂດຍໄດ້ຮັບຄວາມກ້າວໜ້າຢ່າງຫຼວງຫຼາຍ ໃນດ້ານການພັດທະນາອາວຸດຕ່າງໆ ຊຶ່ງເປັນສິ່ງທີ່ຜູ້ນຳເກົາຫຼີເໜືອ ກິມ ຈົງ ອຶນ ໄຝ່ຝັນຢາກໄດ້ ຕາມແຜນການທີ່ໄດ້ວາງອອກ ໃນປີ 2021.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG