ເກົາຫຼີເໜືອ ໄດ້ຍິງຂີປະນາວຸດຂ້າມທະວີບໃນວັນພຸດມື້ນີ້ ຕາມທີ່ຍີ່ປຸ່ນແລະເກົາ ຫຼີໃຕ້ ໄດ້ລາຍງານ ຊຶ່ງເປັນຄັ້ງຫຼ້າສຸດ ໃນການທົດລອງຫຼາຍຮອບ ທີ່ໄດ້ເຮັດໃຫ້ປະເທດເພື່ອນບ້ານຂອງເກົາຫຼີເໜືອນັ້ນ ບໍ່ພໍໃຈ ແລະໄດ້ດຶງດູດການປະນາມຢ່າງໜັກແໜ້ນຈາກສະຫະລັດ.
ກອງທັບຂອງເກົາຫຼີໃຕ້ ໄດ້ກ່າວວ່າ ເກົາຫຼີເໜືອໄດ້ຍິງຂີປະນາວຸດຂ້າມທະວີບ ຈາກພື້ນທີ່ ຊູນານໃກ້ກັບນະຄອນຫຼວງພຽງຢາງ. ອັນນັ້ນເປັນສະຖານທີ່ຕັ້ງຂອງສະໜາມບິນສາກົນ ຈາກຈຸດບ່ອນທີ່ໄດ້ມີການຍິງຫຼາຍຄັ້ງ ເມື່ອບໍ່ດົນມານີ້.
ຂີປະນາວຸດດັ່ງກ່າວ ໄດ້ບິນໄປປະມາ 470 ກິໂລແມັດ ໂດຍມີລະດັບຄວາມສູງທີ່ສຸດປະມານ 780 ກິໂລແມັດ ອີງຕາມຖະແຫລງການຈາກຫົວໜ້າເສນາທິການຮ່ວມຂອງເກົາຫຼີໃຕ້. ຍີ່ປຸ່ນ ໄດ້ສະໜອງໂຕເລກທີ່ຄ້າຍຄືກັນ.
ໂຕເລກເຫຼົ່ານັ້ນ ສະເໜີແນະວ່າ ມັນບໍ່ແມ່ນການຍິງລັດສະໝີໄກ. ບໍ່ມີລາຍລະ ອຽດໃດໆຕື່ມອີກ. ເກົາຫຼີເໜືອ ໂດຍປົກກະຕິແລ້ວ ຈະບໍ່ປະກາດການຍິງຂອງຕົນ ໃນສື່ມວນຊົນຂອງທາງການ ຈົນກວ່າຫຼັງຈາກນຶ່ງວັນ.
ການທົດລອງດັ່ງກ່າວ ມີຂຶ້ນຫຼາຍວັນ ກ່ອນໜ້າທີ່ປະທານາທິບໍດີຄົນໃໝ່ຂອງເກົາຫຼີໃຕ້ ເຂົ້າດຳລົງຕຳແໜ່ງ. ທ່ານຢູນ ຊຸກ-ຢຽລ ອະດີດຫົວໜ້າໄອຍາການ ອະນຸລັກນິຍົມ ໄດ້ປະຕິຍານວ່າ ຈະເອົາແນວທາງທີ່ເຄັ່ງຄັດຂຶ້ນກວ່າເກົ່າ ຕໍ່ພຽງຢາງ.