ເກົາຫຼີເໜືອໄດ້ຍິງລູກສອນໄຟຂີປະນາວຸດຕື່ມອີກ 2 ລູກ ໃນວັນພະຫັດມື້ນີ້ ອີງຕາມເກົາຫຼີໃຕ້ ເຮັດເດືອນມັງກອນກາຍເປັນເດືອນທີ່ມີການຍິງລູກສອນໄຟຫຼາຍທີ່ສຸດ ເທົ່າທີ່ເຄີຍມີມາ ຂອງເກົາຫຼີເໜືອ.
ກອງທັບເກົາຫຼີໃຕ້ກ່າວວ່າ ເກົາຫຼີເໜືອໄດ້ຍິງໃນອັນທີ່ຄາດກັນວ່າ ເປັນລູກສອນໄຟຂີປະນາວຸດໄລຍະໃກ້ 2 ລູກ ອອກສູ່ທະເລ ນອກແຄມຝັ່ງ ທາງກ້ຳຕາເວັນອອກຂອງຕົນ ປະມານ 8 ໂມງເຊົ້າ ຕາມເວລາໃນທ້ອງຖິ່ນ.
ກອງທັບເກົາຫຼີໃຕ້ກ່າວວ່າ ລູກສອນໄຟທັງສອງໄດ້ຍິງຂຶ້ນ ຈາກບໍລິເວນໃກ້ໆເມືອງຮາມຮຸງ (Hamhung) ຊຶ່ງເປັນເມືອງທີ່ຕັ້ງຢູ່ໃນເຂດ ແຄມຝັ່ງທະເລກ້ຳຕາເວັນອອກຂອງເກົາຫຼີເໜືອ ແລະບິນໄປໄກປະມານ 190 ກິໂລແມັດ ໃນລະດັບທີ່ສູງ 20 ກິໂລແມັດ.
ໃນເດືອນນີ້ ເກົາຫຼີເໜືອ ໄດ້ທຳການທົດລອງ 6 ເທື່ອ ໂດຍຍິງລູກສອນໄຟ ອອກສູ່ທະເລ ຢ່າງໜ້ອຍ 10 ລູກ. ອີງຕາມພວກນັກວິເຄາະແລ້ວ ນັ້ນແມ່ນການຍິງລູກສອນໄຟຫຼາຍທີ່ສຸດ ພາຍໃນໄລຍະນຶ່ງເດືອນ ຖ້ານັບທັງລູກສອນໄຟນຳວິຖີຫຼືລູກສອນໄຟຄຣູສ.
ຄວາມບ້າກ່ຽວກັບລູກສອນໄຟຂອງເກົາຫຼີເໜືອ ປາກົດວ່າຢ່າງໜ້ອຍສ່ວນນຶ່ງນັ້ນ ແມ່ນແນໃສ່ເພື່ອສ້າງຄວາມກົດດັນຕໍ່ສະຫະລັດ ແລະເກົາຫຼີໃຕ້ ຊຶ່ງໄດ້ຮຽກຮ້ອງໃຫ້ເກົາຫຼີເໜືອ ກັບຄືນສູ່ການເຈລະຈາທາງດ້ານນິວເຄລຍ.
ທ່ານມາກ ແລມເບີດ (Mark Lambert) ຮອງລັດຖະມົນຕີ ຊ່ວຍວ່າການ ກະຊວງການຕ່າງປະເທດສະຫະລັດ ຮັບຜິດຊອບກ່ຽວກັບເລື້ອງຍີ່ປຸ່ນແລະເກົາຫຼີໃຕ້ກ່າວໃນວັນພຸດວານນີ້ວ່າ ສະຫະລັດຈະ “ເດີນທາງໄປທຸກແຫ່ງ” ແລະ “ເຈລະຈາກ່ຽວກັບເລື້ອງຫຍັງກໍໄດ້” ກັບເກົາຫຼີເໜືອ.
ທ່ານແລມເບີດ ໃຫ້ຄວາມເຫັນດັ່ງກ່າວ ໃນການສົນທະນາ ທີ່ຈັດຂຶ້ນທາງອອນລາຍນ໌ ໂດຍສູນກາງຍຸດທະສາດແລະການສຶກສາລະຫວ່າງປະເທດ ໂດຍເວົ້າວ່າ “ພວກເຮົາຕ້ອງໄດ້ມີການໂອ້ລົມກັນຢ່າງຈິງຈັງ ກ່ຽວກັບການປົດອາວຸດນິວເຄລຍຂອງເກົາຫຼີເໜືອ ແລະຖ້າເກົາຫຼີເໜືອເຕັມໃຈທີ່ຈະເຮັດຈັ່ງຊັ້ນ ການໃຫ້ຄຳໝັ້ນສັນຍາຕ່າງໆສາມາດເກີດຂຶ້ນໄດ້.”
ເກົາຫຼີເໜືອໄດ້ປະຕິເສດທີ່ຈະເຂົ້າຮ່ວມໃນການເຈລະຈາໂດຍເວົ້າວ່າ ສະຫະລັດ ກ່ອນອື່ນຄວນເປັນຜູ້ໃຫ້ການຜ່ອນຜັນທາງດ້ານທະຫານ ແລະເສດຖະກິດ.”
ເກົາຫຼີເໜືອອາດມີຈຸດປະສົງຫຼາຍໆຢ່າງ ໃນການທົດລອງລູກສອນໄຟ ຮວມທັງ ເພື່ອໃຫ້ຜູ້ນຳກິມ ຈົງ ອຶນ ໄດ້ຮັບການສະໜັບສະໜຸນທາງດ້ານການເມືອງເພີ້ມຂຶ້ນຢູ່ພາຍໃນປະເທດ ເພື່ອຄ້ຳປະກັນການປະຕິບັດງານຂອງອາວຸດຊະນິດໃໝ່ ແລະສະແດງໃຫ້ເຫັນເຖິງຄວາມສາມາດໃນການສະກັດກັ້ນ.”