ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີເໜືອ ຍິງລູກສອນໄຟຕື່ມອີກ ແລະ​ກ່າວໂຈມຕີ ສະຫະລັດ ​ໃນ​ການ​ເພີ້ມ​ທະ​ວີ​ຄວາມເຄັ່ງຕຶງ


ພາບທີ່ຖືກເປີດເຜີຍໂດອົງການຂ່າວທາງການຂອງ ເກົາຫຼີເໜືອ KCNA ໃນວັນທີ 24 ກຸມພາ ສະແດງໃຫ້ເຫັນການຍິງລູກສອນໄຟນຳວິຖີຍຸດທະວິທີ ຮວາຊາລ-2 ໃນແຂວງ ຮຳກີຢອງ. (AFP/KCNA via KNS)
ພາບທີ່ຖືກເປີດເຜີຍໂດອົງການຂ່າວທາງການຂອງ ເກົາຫຼີເໜືອ KCNA ໃນວັນທີ 24 ກຸມພາ ສະແດງໃຫ້ເຫັນການຍິງລູກສອນໄຟນຳວິຖີຍຸດທະວິທີ ຮວາຊາລ-2 ໃນແຂວງ ຮຳກີຢອງ. (AFP/KCNA via KNS)

ເກົາຫຼີ​ເໜືອ ໄດ້​ຍິງ​ລູກ​ສອນ​ໄຟ​ນຳ​ວິ​ຖີ​ຍຸດ​ທະ​ວິ​ທີ​ໃນ​ວັນ​ພະ​ຫັດ​ວານນີ້, ໂດຍ​ສືບ​ຕໍ່​ລະ​ດັບ​ການ​ຍິງ​ທີ່​ວ່ອງ​ໄວ​ຂອງ​ພວກ​ເຂົາ, ໃນ​ຂະ​ນະ​ທີ່​ພວກ​ເຂົາ​ໄດ້ກ່າວ​ໂຈມ​ຕີ ສະ​ຫະ​ລັດ ແລະ ພັນ​ທະ​ມິດ​ຂອງ​ເຂົາ​ເຈົ້າ​ສຳ​ລັບ​ການ​ເພີ້ມ​ທະ​ວີຄວາມ​ເຄັ່ງ​ຕຶງ​ທາງ​ທະ​ຫານ.

ລູກ​ສອນ​ໄຟ​ນຳ​ວິ​ຖີ​ ຮ​ວາ​ຊາ​ລ-2 (Hwasal-2) ສີ່​ລູກ ​ໄດ້​ບິນ 2,000 ກິ​ໂລ​ແມັດ​ໃນ​ປະ​ມານ 2 ຊົ່ວ​ໂມງ ແລະ 50 ນາ​ທີ ກ່ອນ​ຕົກ​ຖືກ “ເປົ້າ​ໝາຍ​ທີ່​ຕັ້ງ​ໄວ້​ລ່ວງ​ໜ້າ” ໃນ​ທະ​ເລນອກ​ຊາຍ​ຝັ່ງ​ຕາ​ເວັນ​ອ​ອກ​ຂອງ ເກົາຫຼີ​ເໜືອ, ອີງ​ຕາມ​ອົງ​ການ​ຂ່າວ​ສູນ​ກາງ​ເກົາຫຼີ.

“ການ​ຝຶກ​ຊ້ອມ​ແມ່ນ​ຈະ​ແຈ້ງ​ສະ​ແດງ​ໃຫ້​ເຫັນ​ອີກ​ເທື່ອ​ນຶ່ງວ່າ ທ່າ​ທີ​ໃນ​ກຳ​ລັງ​ສູ້​ລົບ​ນິວ​ເຄ​ລຍ​ຂອງ ສ​ປ​ປ ເກົາ​ຫຼີ ແມ່ນ​ມີ​ຄວາມ​ເຂັ້ມ​ແຂງ​ເພີ້ມ​ຂຶ້ນ​ໃນທຸກໆ​ດ້ານ​ກ່ຽວ​ກັບ​ຄວາມ​ສາ​ມາດ​ໃນ​ການ​ໂຈມ​ຕີ​ຕ້ານ​ຄືນ​ຕໍ່​ກຳ​ລັງ​ທີ່​ເປັນ​ປໍ​ລະ​ປັກ” ອີງ​ການ​ຂ່າວ​ສູນ​ກາງ​ຂອງ​ເກົາ​ຫຼີ​ເໜືອ​ກ່າວ​ຕື່ມ ໂດຍ​ໃຊ້​ຊື່​ຫຍໍ້​ຢ່າງ​ເປັນ​ທາງ​ການ​ຂອງ​ເກົາ​ຫຼີ​ເໜືອ ສາ​ທາ​ລະ​ນະ​ລັດ​ປະ​ຊາ​ທິ​ປະ​ໄຕ​ປະ​ຊາ​ຊົນ​ເກົາ​ຫຼີ.

ແນວ​ໃດ​ກໍ່​ຕາມ ປົກ​ກະ​ຕິ​ແລ້ວ ເກົາຫຼີ​ໃຕ້ ແລະ ຍີ່​ປຸ່ນ​ ມັກ​ຈະ​ປະ​ກາດ​ແຈ້ງ​ເຕືອນ​ເວ​ລາ​ທີ່​ເກົາຫຼີ​ເໜືອ​ຍິງ​ລູກ​ສອນ​ໄຟ​ນັ້ນ, ແຕ່ເຂົາ​ເຈົ້າ​ແມ່ນບໍ່​ໄດ້​ເຮັດ​ໃນ​ວັນ​ພະ​ຫັດ​ວານນີ້, ເຊິ່ງ​ໄດ້​ເຮັດ​ໃຫ້​ມີ​ຄຳ​ຖາມ​ວ່າ​ເຂົາ​ເຈົ້າ​ໄດ້​ກວດ​ພົບ​ການ​ຝຶກ​ຊ້ອມ​ຍິງ​ລູກ​ສອນ​ໄຟ​ນຳ​ວິ​ຖີ​ດັ່ງ​ກ່າວຫຼືບໍ່.

ໃນ​ວັນ​ສຸກ​ທີ່​ຜ່ານ​ມາ, ກອງ​ທັບ​ເກົາຫຼີ​ໃຕ້ ໄດ້​ໂຕ້ແຍ້ງ​ຕໍ່​ການ​ກ່າວ​ອ້າງ​ຂອງ ເກົາຫຼີ​ເໜືອ ກ່ຽວ​ກັບ​ ລູກ​ສອນ​ໄຟ​ນຳ​ວິ​ຖີ, ໂດຍ​ປາ​ສະ​ຈາກ​ການ​ລະ​ບຸ​ວ່າ​ພາກ​ສ່ວນ​ໃດ​ຂອງ​ມັນ​ແມ່ນບໍ່​ຖືກ​ຕ້ອງ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG