ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີເໜືອ ຍິງລູກສອນໄຟ ຂົ່ມຂູ່ ກ່ອນໜ້າການເລືອກຕັ້ງ ຢູ່ໃນເກົາຫຼີໃຕ້


ຜູ້ຊາຍຄົນນຶ່ງໃສ່ໜ້າກາກຍ່າງຜ່ານໜ້າໂທລະພາບ ທີ່ລາຍງານຂ່າວ ກ່ຽວກັບເກົາຫຼີເໜືອ ຍິງລູກສອນໄຟ.
ຜູ້ຊາຍຄົນນຶ່ງໃສ່ໜ້າກາກຍ່າງຜ່ານໜ້າໂທລະພາບ ທີ່ລາຍງານຂ່າວ ກ່ຽວກັບເກົາຫຼີເໜືອ ຍິງລູກສອນໄຟ.

ເກົາຫຼີເໜືອໄດ້ທົດລອງຍິງລູກສອນໄຟໄລຍະໄກ້ຫຼາຍລູກໃນວັນອັງຄານມື້ນີ້ ຊຶ່ງເປັນ
ທ້າທາຍທາງທະຫານເທື່ອຫລ້າສຸດທີ່ມີຂຶ້ນນຶ່ງມື້ກ່ອນໜ້າການເລືອກຕັ້ງແຫ່ງ ຊາດທີ່
ສຳຄັນ ຢູ່ໃນເກົາຫຼີໃຕ້ທີ່ເປັນເພື່ອນບ້ານ.

ລູກສອນໄຟຈຳນວນນຶ່ງປາກົດວ່າ ເປັນລູກສອນໄຟນຳວິຖີໄລຍະໃກ້ ທີ່ໄດ້ຍິງຈາກຝັ່ງ
ທະເລກ້ຳຕາເວັນອອກຂອງເກົາຫຼີເໜືອ ໃນຂະນະທີ່ລູກສອນໄຟອື່ນໆ ອາດເປັນລູກ
ສອນໄຟທີ່ຍິງຈາກອາກາດ ລົງມາໃສ່ພື້ນດິນຈາກເຮືອບິນລົບ ອີງ ຕາມພວກເຈົ້າໜ້າ
ທີ່ກອງທັບເກົາຫຼີໃຕ້.

ຢູ່ໃນສານສົ່ງຂໍ້ຄວາມ ປະທານ​ເສນາ​ທິການ​ຮ່ວມຂອງກອງ​ທັບເກົາຫຼີໃຕ້ ກ່າວວ່າ ຕົນ
ຍັງສືບຕໍ່ຊັ່ງຊາເບິ່ງການຍິງເຫຼົ່ານີ້ຢູ່.

ເກົາຫຼີເໜືອ ຊຶ່ງໄດ້ທົດລອງລູກສອນໄຟໄລຍະໃກ້ຫ້າເທື່ອໃນປີນີ້ ມັກຈະທຳ ການທ້າ
ທາຍເກາະຜິດທາງທະຫານ ກ່ອນໜ້າການເລືອກຕັ້ງໃນເກົາຫຼີໃຕ້ ໂດຍມີຈຸດປະສົງ
ເພື່ອຈະໃຊ້ອິດທິພົນຕໍ່ການປ່ອນບັດ ຫຼືກົດດັນລັດຖະບານໂຊລ. ໃນວັນພຸດມື້ອື່ນນີ້
ຊາວເກົາຫຼີໃຕ້ຈະເລືອກເອົາສະມາຊິກສະພາແຫ່ງຊາດຂອງ ປະເທດ 300 ຄົນ. ຜົນ
ຂອງການເລືອກຕັ້ງດັ່ງກ່າວ ຈະຊ່ວຍຕັດສິນກ່ຽວກັບທິດທາງ ສຳລັບເຄິ່ງສະໄໝທີ
ສອງຂອງປະທານາທິບໍດີ ມູນ ແຈ-ອິນ ທີ່ຈະຢູ່ໃນຕຳແໜ່ງຫ້າປີນັ້ນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG