ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ເກົາຫລີເໜືອ ຍິງທົດລອງລູກສອນໄຟ ລົງສູ່ມະຫາສະມຸດ


ຜູ້ຊາຍຄົນນຶ່ງຍ່າງຜ່ານ ໂທລະພາບລາຍງານຂ່າວຍິງລູກສອນໄຟ ຂອງເກົາຫລີເໜືອ.
ຜູ້ຊາຍຄົນນຶ່ງຍ່າງຜ່ານ ໂທລະພາບລາຍງານຂ່າວຍິງລູກສອນໄຟ ຂອງເກົາຫລີເໜືອ.

ພວກ​ເຈົ້າ​ໜ້າ​ທີ່​ທະຫານ​ເກົາຫລີ​ໃຕ້​ກ່າວ​ວ່າ ​ເກົາຫລີ​ເໜືອ​ໄດ້​ຍິງ​ລູກສອນ​ໄຟ​ຂີ​ປະນາ​ວຸດ​ເຂົ້າ​ສູ່​ມະຫາ​ສຸ​ມຸດ ນອກ​ຝັ່ງ​ທະ​ເລ​ທາ​ງພາກ​ຕາ​ເວັນ​ອອກ ອັນ​ເປັນ​ການ​ທົດ​ລອງລູກ​ສອນ​ໄຟ​ຢ່າງ​ຕໍ່​ເນື່ອງ​ຄັ້ງ​ຫລ້າ​ສຸດ.

ກອງທັບ​ສະຫະລັດ​ກ່າວ​ວ່າ ຕົນ​ໄດ້ເຫັນ​ການຍິງທົດ​ລອງ​ສອງ​ຄັ້ງ ​ເທື່ອ​ທີນຶ່ງ​ໄດ້​ປະສົບ​ຜົນ ສຳ​ເລັດ ​ແລະ​ເທື່ອ​ທີສອງ​ໄດ້​ລະເບີດຫລັງ​ຈາກ​ສົ່ງຂຶ້ນ​ໄປ.

ພວກ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ​ລູກ​ສອນ​ໄຟ ​Rodong ​ ​ເຊື່ອວ່າ​ເປັນ​ລູກ​ສອນ​ໄຟໄລຍະ​ກາງ ​ໄດ້​ຖື​ກຍິງ​ກ່ອນ 8 ​ໂມງ​ຕອນ​ເຊົ້າ​ວັນ​ພຸດ​ມື້​ນີ້ຈາກ Unyul ​ໃນແຂວງ Hwanghae ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ປະ​ເທດ ​ແລະ​ໄດ້​ບິນໄປ​ປະມານ 1,000 ກິ​ໂລ​ແມັດ ກ່ອນ​ຕົກລົງມາ ​ໃກ້ໆ ຫລື ​ໃນ​ນານ​ນໍ້າ​ຍີ່​ປຸ່ນ.

ຖະ​ແຫລ​ງການ​ຮ່ວມ​ສະບັບ​ນຶ່ງ​ຂອງປະທານ​ເສນາ​ທິການ​ຮ່ວມຂອງກອງ​ທັບ ກ່າວ​ວ່າ ການ​ຍິງ​ລູກ​ສອນ​ໄຟ​ແມ່ນໄດ້ເປັນສັນຍານ​ຈາກ​ເກົາຫລີ​ເໜືອເຕືອນວ່າ ຕົນ “​ມີ​ຄວາມ​ກະຕືລື​ລົ້ນ​ຢາກ​ໂຈມ​ຕີ​ບັນດາປະ​ເທດເພື່ອນ​ບ້ານ."

ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Shinzo Abe ​ໄດ້​ຮ້ອງ​ການ​ຍິງ​ລູກ​ສອນ​ໄຟ​ດັ່ງກ່ວວ່າ “​ເປັນ​ການ​ຂົ່ມ​ຂູ່​ທີ່​ຮ້າຍ​ແຮງ” ຕໍ່​ຄວາມ​ໝັ້ນຄົງຂອງ​ຍີ່ປຸ່ນ ​ແລະ​ໄດ້​ສະ​ແດງການ​ຕ້ານຢັນ​ຢ່າງ​ແຮງ​ຕໍ່​ເກົາຫລີ​ເໜືອ ທີ່​ໄດ້​ດຳ​ເນີນ​ການທົດ​ລອງຍິງ​ລູກ​ສອນ​ໄຟດັ່ງກ່າວ.

ສະຫະລັດ​ໄດ້​ຕອບ​ໂຕ້​ຢ່າງ​ທັນທີ​ຕໍ່​ການ​ທົດ​ລອງ​ໃນ​ວັນ​ພຸດ​ມື້​ນີ້ ​ເຕືອນ​ເກົາຫລີ​ເໜືອ​ວ່າ ຕຽມ​ພ້ອມ​ແລ້ວ​ທີ່​ຈະ​ປ້ອງ​ກັນ​ຕົນ​ເອງ ​ແລະ​ບັນດາ​ພັນທະ​ມິດຈາກ​ການ​ເກາະຜິດ.

ທ່ານ​ນາງ Anna Richey-Allen ​ໂຄສົກ​ກະຊວງ​ຕ່າງປະ​ເທດ​ສະຫະລັດ ກ່າວ​ວ່າ “ພວກ​ເຮົາ​ຊາບກ່ຽວ​ກັບ​ລາຍ​ງາ​ນວ່າ ສາທາລະນະປະຊາທິປະ​ໄຕປະຊາຊົນ​ເກົາຫລີ ຫລື DPRK ຍິງ​ລູກ​ສອນໄຟ​ຂີ​ປະ​ນາ​ວຸດ ພວກ​ເຮົາ​ດຳ​ເນີນ​ກະກຽມ​ປະຕິບັດ​ງານ​ກັບພັນທະ​ມິດ​ຂອງ​ພວກ​ເຮົາ ​ແລະ​ບັນດາ​ຄູ່​ຕຳ​ແໜ່​ງຢູ່​ທົ່ວ​ໂລກ ​ເພື່ອ​ຕອບ​ໂຕ້ຕໍ່ການ​ເກາະຜິດຕໍ່ໄປ ຂອງ DPRK ພ້ອມ​ທັງ​ປ້ອງ​ກັນ​ພວກ​ເຮົາ​ເອງ ​ແລະ​ບັນດາ​ພັນທະ​ມິດ​ຈາກ​ການ​ຂົ່ມຂູ່​ໂຈມ​ຕີ​ໃດໆ.

ການ​ຍິງ​ທົດ​ລອງ​ຄັ້ງ​ສຸດ​ທ້າຍນີ້​ເປັນ​ເທຶ່ອທີສີ່ ທີ່​ໄດ້ປະ​ຕິ​ບັດ​ໃນ​ສອງອາທິດທີ່​ຜ່ານ​ມາ. ທັງ​ໝົດ​ເປັນ​ການ​ທ້າ​ທາຍ​ຕໍ່ ຂໍ້ມະຕິຂອງ​ສະຫະ​ປະຊາ​ຊາດ ທີ່​ຫ້າມ​ພຽງ​ຢາງ​ຈາກ​ການ​ພັດ ທະນາລູກ​ສອນ​ໄຟ​ຂີ​ປະນາວຸດ​.

ອ່ານຂ່າວນີ້ເພິ້ມປັນພາສາອັງກິດ

North Korea Missile
please wait
Embed

No media source currently available

0:00 0:02:15 0:00

XS
SM
MD
LG