ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີເໜືອ ຍິງທົດ​ລອງ ລູກສອນໄຟ ລະຍະ ພໍປານກາງ (ວີດີໂອ)


nokormissiles26mar14
please wait
Embed

No media source currently available

0:00 0:01:28 0:00

ເບິ່ງວີດີໂອ ເລື້ອງນີ້.

ເກົາຫຼີ​ເໜືອ​ຍິງ​ລູກ​ສອນ​ໄຟ ​ທີ່​ຍິງ​ໄດ້ໃນລະຍະ​ກາງ​ 2 ລູກ​
ລົງ​ໃສ່​ທະ​ເລ​ທາງ​ຝັ່ງ ຕາ​ເວັນ​ອອກ​ຂອງ​ຕົນ ອັນ​ເປັນ​ການ​
ເຄື່ອນ​ໄຫວ​ທີ່​ກຸງ​ໂຊ​ລ​ແລະ​ກຸງ​ວໍ​ຊິງ​ຕັນກ່າວ ຫາ​ໃນ​ທັນທີ
ວ່າ​ເປັນ​ການ​ເກາະ​ຜິດ.

​ເກົາຫຼີ​ໃຕ້ ກ່າວ​ວ່າ ​ໄດ້​ມີ​ການ​ຍິງ​ລູກ​ສອນ​ໄຟ​ທີ່​ສົງ​ໄສ​ວ່າ ​
ເປັນ​ລູກ​ສອນ​ໄຟຂີປະນາວຸດຮຸ້ນ Rodong ​ໃນ​ເຊົ້າ​ວັນ​ພຸດ
​ມື້​ນີ້ ທີ່​ຍິງ​ໄດ້​ໃນ​ລັດສະໝີ ປະມານ 650 ຫຼັກ​ກິ​ໂລ​ແມັດ
ກ່ອນ​ມັນ​ຕົກລົງ​ໃສ່​ທະ​ເລ ລະຫວ່າງ​ເກົາຫຼີ​ແລະ​ຍີ່ປຸ່ນ.

ການ​ກະທຳ​ເຊັ່ນ​ນີ້ ສະ​ແດງ​ໃຫ້​ເຫັນ​ວ່າ ​ເປັນ​ການ​ເພີ່ມ​ທະວີ
ຄວາມເຄັ່ງຕຶງ​ຂຶ້ນ​ສຳ ລັບ​ກຸງ​ພຽງ​ຢ້າງ ຊຶ່ງ​ໄດ້​ຍິງ​ທົດ​ລອງ​ພວກ​ລູກ​ສອນ​ໄຟ Scud ທີ່
​ຍິງ​ໄດ້​ໃນ​ລະຍະ​ໃກ້​ຕິດ​ຕໍ່​ກັນ​ມາ​ຫຼາຍລູກ​ໃນ​ຫວ່າງ​ບໍ່​ເທົ່າ​ໃດ​ສັບປະດາ​ຜ່ານ​ມາ​ນີ້.
​ລັດ​ສະ​ໝີ​ລູກ​ສອນ​ໄຟ ຂອງ​ເກົາ​ຫຼີ​ເໜືອ
​ລັດ​ສະ​ໝີ​ລູກ​ສອນ​ໄຟ ຂອງ​ເກົາ​ຫຼີ​ເໜືອ

​ໂຄສົກ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຂອງ​ເກົາຫຼີໃຕ້ ທ່ານ Kim Min-seok ​ເອີ້ນ​ການ
ເຄື່ອນໄຫວ​ດັ່ງກ່າວ​ວ່າ ​ເປັນ “ການ​ເກາະ​ຜິດ​ຢ່າງ​ຮ້າຍ​ແຮງ” ​ແລະ​ໃຫ້​ຂໍ້​ສັງ​ເກດວ່າ
ມັນ​ໝາຍ​ຄວາມ​ວ່າ​ເປັນ​ການ​ສົ່ງ​ຂ່າວທາງ​ການ​ເມືອງ ຊຶ່ງ​ທ່ານ​ກ່າວ​ວ່າ:

“​ການ​ຍິງ​ລູກ​ສອນ​ໄຟ​ຂອງເກົາຫຼີ​ເໜືອ​ເທື່ອ​ນີ້ ​ເປັນ​ການລະ​ເມີດ​ຢ່າງ​ຈະ​ແຈ້ງ
ຕໍ່ ມະຕິ​ຕ່າງໆ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ​ແລະ​ເປັນ​ການ
ເກາະ​ຜິດ​ຢ່າງ​ຮ້າຍ​ແຮງ​ຕໍ່​ເກົາຫຼີ​ໃຕ້ ​ແລະ​ປະຊາຄົມນາໆ​ຊາດ. ອັນ​ນີ້ເປັນ​ການ
ຂັດກັບ ​ຄຳ​ປະກາດ​ຕ່າງໆ​ທີ່​ໃຫ້​ເກົາຫຼີ​ເໜືອບໍ່​ມີ​ລະ​ເບີດ​ນີວ​ເຄລຍໃນ​ລະຫວ່າງ
​ກອງ​ປະ ຊຸມສຸດ​ຍອດ​ລະຫວ່າງ​ເກົາຫຼີ​ແລະ​ຈີນ ​ແລະ​ກອງ​ປະຊຸມ​ສຸດ​ຍອດ​ລະ
ຫວ່າງ​ເກົາຫຼີສະຫະລັດ​ແລະ​ຍີ່ປຸ່ນ​ທີ່​ກອງ​ປະຊຸມ​ສຸດ​ຍອດ​ວ່າ​ ດ້ວຍຄວາມປອດ
​ໄພ​ດ້ານ​ນີວ​ເຄລຍ​ໃນ​ປະ​ເທດ Netherlands ​ແລະ​ເປັນ​ການ​ຕໍ່ຕ້ານ​ຕໍ່​ການ​ຊ້ອມ​ລົບ​ຮ່ວມ​ປະຈຳ​ປີ​ລະຫວ່າງ​ສະຫະລັດ​ແລະ​ເກົາຫຼີ​ໃຕ້. ນອກ​ນັ້ນ​ຍັງ​ເປັນ​
ສະ​ແດງ​ໃຫ້​ເຫັນ​ເຊັ່ນ​ກັນ​ເຖິງ​ສະມັດຖະພາບ​ຂອງ​ການ​ຍິງ​ລູກສອນ​ໄຟ​ຂີປະ
ນາວຸດໂດຍ​ເກົາຫຼີ​ເໜືອ.”


ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ​ເອີ້ນ​ການ​ຍິງ​ລູກ​ສອນ​ໄຟ​ນີ້​ວ່າ ​ເປັນ​ການ​ເພີ່ມ
​ທະວີ​ “ບັນຫາ​ແລະ​ການ​ເກາະ​ຜິດ” ​ແລະ​ເປັນ “​ການລະ​ເມີດ​ຢ່າງ​ຈະ​ແຈ້ງ”
ຕໍ່​ມະຕິຕ່າງໆ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ​ທີ່ຫ້າມກ່ຽວກັບ​ໂຄງ
ການ​ລູກ​ສອນ​ໄຟ​ຂີປະນາວຸດ​ຂອງ​ເກົາຫຼີ​ເໜືອ​ນັ້ນ.

​ເກົາຫຼີ​ໃຕ້​ກ່າວ​ວ່າ ​ເກົາຫຼີ​ເໜືອ​ບໍ່​ໄດ້​ໃຫ້​ຄຳ​ເຕືອນ​ໃດໆລ່ວງໜ້າ ກ່ອນ​ຈະ​ທຳ​ການ​
ຍິງທົດ​ລອງ​ລູກ​ສອນ​ໄຟ​ຂອງ​ຕົນ ​ແລະ​ກ່າວ​ຕື່ມ​ວ່າ ຄວາມ​ຢ້ານ​ກົວ​ຕ່າງໆ​ກ່ຽວ​ກັບ
​ຄວາມ​ປອດ​ໄພ​ຂອງ​ພວກ​ສາຍ​ການບິນ​ພານິດ​ແລະ​ພວກ​ເຮືອ​ທີ່​ແລ່ນ​ຜ່ານ​ຂົງ
​ເຂດ​ດັ່ງກ່າວນີ້.
XS
SM
MD
LG