ເກົາຫລີເໜືອ ກ່າວວ່າຕົນໄດ້ຮັບຜົນສໍາເລັດໃນການຍິງຈະ
ຫລວດລະຍະໄກ ແລະປ່ອຍດາວທຽມດວງນຶ່ງ ເຂົ້າສູ່ວົງໂຄ
ຈອນ ຊຶ່ງໄດ້ກະຕຸ້ນໃຫ້ມີການປະນາມ ຈາກລັດຖະບານ
ປະເທດຕ່າງໆໃນທົ່ວໂລກ.
ສໍານັກງານຂ່າວກາງ KCNA ຂອງທາງການເກົາຫລີເໜືອ
ລາຍງານຂ່າວໃຫ້ຊາບໃນຕອນເຊົ້າວັນພຸດນີ້ ແລະຕໍ່ມາ
ນັກຂ່າວໂທລະພາບຂອງລັດກໍໄດ້ປະກາດຂ່າວນີ້ ດ້ວຍນໍ້າ
ສຽງທີ່ສະແດງເຖິງໄຊຊະນະ.
ສຽງປະກາດພາສາເກົາຫລີ:
ນັກຂ່າວປະກາດວ່າ “ດາວທຽມ Kwangmyongsong-3
ໜ່ວຍທີສອງ ໄດ້ຖືກສົ່ ຂື້ນ ຢ່າງສໍາເລັດຜົນ ຈາກຖານຍິງທີ່
ສູນກາງອາວະກາດ Sohae ໃນເມືອງ Cholsan ແຂວງ Pyongan ເໜືອ ໂດຍການນໍາສົ່ງຂອງຈະຫລວດ Unha-3 ໃນວັນທີ 2 ທັນວາ. ດາວ ທຽມໄດ້ເຂົ້າສູ່ວົງໂຄຈອນ ປັດຈຸບັນຂອງມັນແລ້ວ.”
ກອງບັນຊາການ ປ້ອງກັນອາວະກາດພາກພື້ນອາເມຣິກາເໜືອ (NORAD) ຂອງສະຫະ ລັດ ກ່າວວ່າ ຮ່ອງຮອຍຕ່າງໆໃນເບື່ອງຕົ້ນ ສະແດງໃຫ້ເຫັນວ່າ ຈະຫລວດໄດ້ການນໍາ ເອົາ “ວັດຖຸ” ນຶ່ງ ຂຶ້ນໄປປ່ອຍສູ່ວົງໂຄຈອນ ຢ່າງສໍາເລັດຜົນ.
ບັນດາຜູ້ສັງເກດການກ່າວວ່າ ຖ້າຫາກມີການຢືນຢັນ ມັນກໍຈະເປັນ ບາດກ້າວໄປຂ້າງໜ້າທີ່ສໍາຄັນກ້າວນຶ່ງຂອງເກົາຫລີເໜືອ ໃນການສະແຫວງຫາ ການພັດທະນາລູກສອນໄຟ
ຂີປະນາວຸດ ທີ່ສາມາດ ຕິດຫົວລະເບີດນິວເຄລຍໄດ້. ເກົາຫລີເໜືອຢືນຢັດວ່າ ເປົ້າໝາຍ
ຂອງຕົນແມ່ນແນ່ໃສ່ການນໍາເອົາດາວທຽມພະຍາກອນອາກາດເຂົ້າສູ່ວົງໂຄຈອນ.
ເບິ່ງສະໄລດ໌ພາບການຍິງຈະຫລວດໄລຍະໄກ ຂອງເກົາຫລີເໜືອ: