ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີເໜືອກ່າວວ່າ ຕົນທໍາການທົດລອງ ລູກສອນໄຟໄລຍະກາງ ​ໃຊ້ເຊື້ອໄຟແຂງ ທີ່ມີຫົວລົບ ຄວາມໄວກວ່າສຽງ


ໃນພາບທີ່ໄດ້ຮັບການສະໜອງໂດຍລັດຖະບານເກົາຫຼີເໜືອ, ຜູ້ນໍາເກົາຫຼີເໜືອ ທ່ານກິມ ຈົງ ອຶນ, ກາງ, ກວດກາໃນຂະນະທີ່ທ່ານທ່ຽວຊົມໂຮງງານຜະລິດອາວຸດໃນເກົາຫຼີເໜືອ, ວັນທີ 8-9 ມັງກອນ 2024.
ໃນພາບທີ່ໄດ້ຮັບການສະໜອງໂດຍລັດຖະບານເກົາຫຼີເໜືອ, ຜູ້ນໍາເກົາຫຼີເໜືອ ທ່ານກິມ ຈົງ ອຶນ, ກາງ, ກວດກາໃນຂະນະທີ່ທ່ານທ່ຽວຊົມໂຮງງານຜະລິດອາວຸດໃນເກົາຫຼີເໜືອ, ວັນທີ 8-9 ມັງກອນ 2024.

ເກົາຫຼີເໜືອກ່າວວ່າ ຕົນໄດ້ຍິງທົດລອງລູກສອນໄຟທີ່​ໃຊ້ເຊື້ອ​ໄຟ​ແຂງໄລຍະກາງຄັ້ງໃໝ່ ທີ່ມີຫົວລົບພ້ອມ​ກັບຄວາມໄວກວ່າສຽງ, ໃນຂະນະທີ່ເກົາຫຼີເໜືອ ຊອກ ສະແຫວງຫາອາວຸດທີ່​ມີ​ຄວາມ​ຮ້າຍ​ແຮງເພີ້ມຂຶ້ນ ທີ່​ຍາກຈະກວດຫາໄດ້ ໂດຍອອກແບບມາເພື່ອໂຈມຕີເປົ້າໝາຍໃນພາກພື້ນທີ່ຢູ່ຫ່າງໄກຂອງສະຫະລັດ, ອີງຕາມລາຍງານຂອງອົງການຂ່າວ AP.

ລາຍ​ງານ​ຂອງ​ອົງການຂ່າວ​ທາງ​ການ​ຂອງ​ເກົາຫລີ​ເໜືອໃນວັນຈັນມື້ນີ້ ມີ​ຂຶ້ນ​ນຶ່ງ​ມື້​ຫລັງ​ຈາກ​ກອງທັບຂອງ​ເກົາຫລີ​ໃຕ້ ​ແລະ ​ຍີ່ປຸ່ນ​ ​ກວດ​ພົບ​ການ​ທົດ​ລອງຍິງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ຄັ້ງ​ທຳ​ອິດ ​ໃນ​ປີ 2024 ຂອງ​ເກົາຫລີ​ເໜືອ.

ການຍິງດັ່ງກ່າວ ມີຂຶ້ນສອງເດືອນ ລຸນຫຼັງເກົາຫຼີເໜືອກ່າວວ່າ ພວກເຂົາປະສົບຜົນສໍາເລັດໃນການທົດລອງລູກສອນໄຟໄລຍະກາງທີ່ນໍາໃຊ້ເຊື້ອ​ໄຟ​ແຂງ, ​ເຊິ່ງ​ໄດ້​ສະທ້ອນ​ເຖິງ​ການຜັກດັນເພື່ອ​ສ້າງຄວາມກ້າວ​ໜ້າ​ດ້ານ​ອາວຸດ​ຍຸດ​ໂທ​ປະກອນ​ທີ່​ແນເປົ້າໝາຍ​ໃສ່​ຖານ​ທັບ​ທະຫານ​ຂອງ​ສະຫະລັດຢູ່​ເກາະກວມ ​ແລະ ປະເທດຍີ່ປຸ່ນ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG