ເກົາຫຼີເໜືອຍິງທົດລອງລູກສອນໄຟຂີປະນາວຸດຈາກເຮືອດຳນ້ຳ ຫຼື SLBM ໃນວັນອັງຄານມື້ນີ້ ອີງຕາມລາຍງານຂອງກອງທັບເກົາຫຼີໃຕ້ໃນເວລາພຽງນຶ່ງເດືອນ ຫຼັງຈາກເກົາຫຼີໃຕ້ ໄດ້ຍິງລູກສອນໄຟຂີປະນາວຸດຈາກເຮືອດຳນໍ້າຂອງຕົນ.
ກອງທັບເກົາຫຼີໃຕ້ ຊຶ່ງເປັນຜູ້ຕິດຕາມເບິ່ງການຍິງຂອງເກົາຫຼີເໜືອກ່າວວ່າ ເກົາຫຼີເໜືອໄດ້ຍິງລູກສອນໄຟຂີປະນາວຸດໄລຍະໃກ້ ທີ່ຄາດກັນວ່າເປັນຊະນິດທີ່ຍິງຈາກເຮືອດຳນໍ້າ ຫຼື SLBM ຈາກບໍລິເວນນອກແຄມຝັ່ງກ້ຳຕາເວັນອອກຂອງຕົນໃນເວລາ 10 ໂມງ 17 ນາທີຕອນເຊົ້າຕາມເວລາໃນທ້ອງຖິ່ນ.
ລູກສອນໄຟດັ່ງກ່າວໄດ້ບິນໄປໄກປະມານ 430 ຫາ 450 ກິໂລແມັດ ຊຶ່ງຢູ່ໃນລະດັບສູງສຸດ 60 ກິໂລແມັດ ອີງຕາມອົງການຂ່າວຢອນຮັບຂອງເກົາຫຼີໃຕ້.
ໂອກາດເວລາໃນການຍິງທົດລອງຄັ້ງນີ້ແມ່ນເປັນທີ່ໜ້າສົນໃຈ. ໃນເດືອນແລ້ວນີ້ ເກົາຫຼີໃຕ້ແມ່ນ ເປັນພຽງປະເທດທີ 8 ເທົ່ານັ້ນ ທີ່ສາມາດຍິງທົດລອງ ລູກສອນໄຟ SLBM. ສອງມື້ຫຼັງຈາກນີ້ ເກົາຫຼີໃຕ້ກໍຈະຍິງຈະຫຼວດ ທີ່ຜະລິດພາຍໃນປະເທດ ຂຶ້ນສູ່ອະວະກາດ ເປັນເທື່ອທຳອິດ.
ເກົາຫຼີໃຕ້ ພວມດຳເນີນແຜນການພັດທະນາ ລະບົບປ້ອງກັນປະເທດ ຊຶ່ງຮວມທັງການສ້າງລູກ ສອນໄຟໃໝ່ຫຼາຍໆຊະນິດ ເຮືອບິນລົບອາຍພົ່ນທີ່ຜະລິດຂຶ້ນພາຍໃນປະເທດ ແລະແມ່ນກະທັງແຜນການທີ່ຈະສ້າງກຳປັ່ນບັນທຸກເຮືອບິນຂອງຕົນເປັນເທື່ອທຳອິດ. ເກົາຫຼີໃຕ້ ຊຶ່ງມີທະຫານອາເມຣິກັນ ປະຈຳການຢູ່ ຫຼາຍກວ່າ 28,000 ຄົນນັ້ນ ພວມພະຍາຍາມທີ່ຈະຮັບເອົາຄວາມຮັບຜິດ ຊອບ ໃນການປ້ອງກັນປະເທດຂອງຕົນຫຼາຍຂຶ້ນ ພ້ອມທັງມີບົດບາດເພີ້ມຂຶ້ນ ກ່ຽວກັບກິດຈະ ການຢູ່ໃນຂົງເຂດ ອີງຕາມຄຳເວົ້າຂອງພວກນັກວິເຄາະ.
ແຕ່ແນວໃດກໍຕາມ ເກົາຫຼີເໜືອໄດ້ກ່າວປະນາມການເຄື່ອນໄຫວຂອງເກົາຫຼີໃຕ້ນັ້ນວ່າ ທ້າທາຍເກາະຜິດແລະສ້າງຄວາມບໍ່ທຸ່ນທ່ຽງ ໃນຂະນະທີ່ປະກາດວ່າຕົນຈະສືບຕໍ່ທົດລອງອາວຸດຂອງຕົນ. ເກົາຫຼີເໜືອໄດ້ກ່າວຫາສະຫະລັດ ແລະພັນທະມິດວ່າ ໃຊ້ລະບຽບທີ່ບໍ່ສະເໝີຕົ້ນສະເໝີປາຍ.
ເກົາຫຼີເໜືອໄດ້ຖືກຫ້າມບໍ່ໃຫ້ດຳເນີນການໃດໆໃນເລື້ອງລູກສອນໄຟຂີປະນາວຸດ ບໍ່ວ່າຈະເປັນໄລຍະໃກ້ ຫຼືໄລຍະໄກ ໂດຍມະຕິຕ່າງໆຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ທີ່ໄດ້ມີການຮັບຮອງເອົາເພື່ອລົງໂທດຕໍ່ພຽງຢາງ ທີ່ໄດ້ດຳເນີນໂຄງການອາວຸດນິວເຄລຍຂອງຕົນຢ່າງຜິດກົດໝາຍ.