ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີເໜືອ ໄດ້ທົດລອງຍິງ ໃນອັນທີ່ ສົງໄສວ່າ ເປັນລູກສອນໄຟ ຂີປະນາວຸດ


ຜູ້ຊາຍຄົນໜຶ່ງເບິ່ງຂ່າວໂທລະພາບ ສະແດງໃຫ້ເຫັນຜູ້ນຳ ເກົາຫລີເໜືອ ທ່ານ Kim Jong Un ຢູ່ສະຖານີລົດໄຟໃນ ນະຄອນໂຊລ ເກົາຫລີໃຕ້.
ຜູ້ຊາຍຄົນໜຶ່ງເບິ່ງຂ່າວໂທລະພາບ ສະແດງໃຫ້ເຫັນຜູ້ນຳ ເກົາຫລີເໜືອ ທ່ານ Kim Jong Un ຢູ່ສະຖານີລົດໄຟໃນ ນະຄອນໂຊລ ເກົາຫລີໃຕ້.

ສື່​ມວນ​ຊົນ​ເກົາຫລີ​ໃຕ້​ກ່າວ​ວ່າ ​ເກົາຫລີ​ເໜືອ​ໄດ້​ຍິງ​ໃນ​ອັນ​ທີ່ສົງໄສ​ວ່າ​ ເປັນ​ລູກ​ສອນ​ໄຟ​ຂີ​ ປະ​ນາ​ວຸດ ຢູ່​ນອກ​ຝັ່ງ​ທະ​ເລ ​ກ້ຳຕາ​ເວັນ​ອອກຂອງ​ປະ​ເທດ ຊຶ່ງ​ເປັນການຍິງເທຶ່ອຫລ້າ​ສຸດ ຂອງ​ການ​ທົດ​ລອງ​ຫລາຍ​ຄັ້ງ ​ໃນ​ປີ​ນີ້ ທີ່ສ​ະ​ແດງ​ໃຫ້​ເຫັນ​ວ່າ ລະດັບ​ຄວາມ​ເຄັ່ງ​ຕືງ​ໄດ້ເພີ້ມ ຂຶ້ນລະຫວ່າງ ພຽງຢາງ ​ໂຊ​ລ ​ແລະ​ບັນດາ​ພັນທະ​ມິດ​ຕາ​ເວັນ​ຕົກ​ຂອງເກົາຫລີ​ໃຕ້.

ອົງການ​ຂ່າວ Yonhap ​ຂອງເກົາຫລີ​ໃຕ້ ກ່າວ​ວ່າ ລູກ​ສອນ​ໄຟ ທີ່​ຍິງຈາກ​ໜ້າດິນຫາ​ອາ ກາດ ​ໄດ້​ຍິງ​ອອກ​ສູ່​ທະ​ເລຍີ່​ປຸ່ນ ​ໃນ​ຕອນ​ທ່ຽງວັນ​ສຸກ​ມື້​ນີ້.

ກະຊວງ​ປ້ອງ​ກັນ​ປະ​ເທດ​ເກົາຫລີ​ໃຕ້ ​ໄດ້​ຢືນຢັນ​ລາຍ​ງານ​ດັ່ງກ່າວ​ກັບ​ອົງການ​ຂ່າວ​ຝຣັ່ງ ແຕ່​ໄດ້​ກ່າວວ່າ ​ລັດສະໝີແລະ​ຄວາມ​ແມ່ນ​ຍຳ​ຂອງ​ລູກ​ສອນ​ໄຟນັ້ນບໍ່​ສາມາດ​ຢືນຢັນ​ໄດ້. ລາຍ​ງານ​ກ່າວ​ວ່າ ການ​ຍິງ​ນີ້ ແມ່ນມາ​ຈາກເມືອງ Sondok ໃນພາກ​ຕາ​ເວັນ​ອອກ​ຂອງປະ​ ເທດ​.

​ເກົາຫລີ​ເໜືອ ​ໄດ້​ຍິງໃນ​ອັນ​ທີ່​ປາກົດ​ວ່າ ​ເປັນ​ການທົດ​ລອງ​ອາວຸດ ຢ່າງ​ຕໍ່​ເນື່ອງ​ ນັບ​ແຕ່ ເດືອນມັງກອນ​ເປັນຕົ້ນມາ. ສະຫະລັດ ​ແລະ​ເກົາຫລີ​ໃຕ້ກຳລັງ​ຢູ່​ໃນ​ລະຫວ່າງການ​ຊ້ອມ ​ລົບຮ່ວມ​ທາງ​ທະຫານ​ທີ່​ໃຫຍ່​ສຸດ​ແບບບໍ່​ເຄິຍມີ​ມາ​ກ່ອນ. ພຽງ​ຢາງ​ກ່າວ​ວ່າ ຕົນມອງ​ເຫັນ​ ການ​ຊ້ອມ​ລົບ​ດັ່ງກ່າວ​ ເປັນ​ການ​ຝຶກຊ້​ອມ​ເພື່ອກຽມ ຮຸນ​ຮານ​ຕົນ.

​ໃນ​ຂະນະ​ດຽວກັນ ຢູ່ທີ່​ນະຄອນຫລວງ​ວໍຊິ​ງຕັນ ປະທານາທິບໍດີສະຫະລັດ ທ່ານ Barack Obama ກຳລັງ​ເປັນເຈົ້າພາບ ​ຈັດ​ກ​ອງປະຊຸມ​ສຸດຍອດ ວ່າດ້ວຍຄວາມໝັ້ນຄົງ ດ້ານ​ນິວ​ເຄລຍສາກົນ ບ່ອນ​ທີ່​ສະຫະລັດ ເກົາຫລີ​ໃຕ້ ຈີນ ​ແລະຍີ່ປຸ່ນ ​ໄດ້ເອົາ​ກິດຈະກຳ ​ດ້ານ​ນິວ​ເຄລຍຂອງເກົາຫຼີ​ເໜືອເປັນ​ຈຸດ​ເພັ່ງ​ເລັງ ​ໃນການ​ສົນທະນາ.

XS
SM
MD
LG