ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີເໜືອ ໄດ້ທົດລອງຍິງລູກສອນໄຟອີກ ຫຼັງຈາກສະຫະລັດ ອອກມາດຕະການຂວໍ້າບາດຄັ້ງໃໝ່


ຜູ້ຄົນກຳລັງເບິ່ງຂ່າວໂທລະພາບ ທີ່ລາຍງານກ່ຽວກັບການຍິງລູກສອນໄຟຂອງເກົາຫຼີເໜືອ ຢູ່ສະຖານີລົດໄຟ ໃນນະຄອນຫຼວງໂໍຊລ, ປະເທດເກົາຫຼີໃຕ້, ວັນທີ 12 ມັງກອນ 2022.
ຜູ້ຄົນກຳລັງເບິ່ງຂ່າວໂທລະພາບ ທີ່ລາຍງານກ່ຽວກັບການຍິງລູກສອນໄຟຂອງເກົາຫຼີເໜືອ ຢູ່ສະຖານີລົດໄຟ ໃນນະຄອນຫຼວງໂໍຊລ, ປະເທດເກົາຫຼີໃຕ້, ວັນທີ 12 ມັງກອນ 2022.

ເກົາຫຼີເໜືອ ໄດ້ຍິງອັນທີ່ເບິ່ງກັນວ່າ ເປັນລູກສອນໄຟຂີປະນາວຸດອີກ 2 ລູກ ອີງຕາມລາຍງານຂອງເກົາຫຼີໃຕ້ໃນວັນສຸກມື້ນີ້, ເຊິ່ງເປັນການຍິງ ລູກສອນໄຟ ຄັ້ງທີສາມຂອງພຽງຢາງ ​ນັບ​ແຕ່​ປີ​ໃໝ່​ມາ.

ການຍິງດັ່ງ​ກ່າວ ມີຂຶ້ນໃນບໍ່ເທົ່າໃດຊົ່ວໂມງ ລຸນຫຼັງທີ່ມີການເຕືອນຈາກກະຊວງການຕ່າງປະເທດຂອງເກົາຫຼີເໜືອ ​ທີ່​ຈະ​ເອົາ​ມາດ​ຕະ​ການຕອບໂຕ້ທີ່ “​ແຮງຂຶ້ນ” ໃນການຂວໍ້າບາດຂອງສະຫະລັດ ຕໍ່ການທົດລອງຍິງລູກສອນໄຟໃນຄັ້ງທີ່ຜ່ານມາ.

ກອງທັບຂອງເກົາຫຼີໃຕ້, ​ເຊິ່ງ​ໄດ້ຕິດຕາມ​ເບິ່ງການຍິງ ຢ່າງໃກ້ຊິດນັ້ນ ກ່າວວ່າ ເກົາຫຼີເໜືອໄດ້ຍິງລູກສອນໄຟ 2 ລູກ ເຊິ່ງສັນນິດຖານວ່າເປັນລູກສອນໄຟໄລ ຍະໃກ້ ຈາກແຂວງ​ປີ​ຢອນ​ການ​ເໜືອ ໃນຕອນບ່າຍຂອງມື້ວັນສຸກນີ້.

ໃນກ່ອນໜ້ານີ້, ອົງການຂ່າງກຽວໂດຂອງຍີ່ປຸ່ນລາຍງານວ່າ ການທົດລອງໃນຄັ້ງນີ້ ເປັນລູກ ສອນໄຟ​ຂີ​ປະ​ນາ​ວຸດດ່ຽວ ໂດຍກ່າວວ່າ ມັນໄດ້ຕົກລົງຢູ່ບໍລິເວນນອກເຂດເສດຖະກິດພິເສດຂອງຍີປຸ່ນ.

ເຫດ​ຜົນ​ໃນຄວາມບໍ່ສອດຄ່ອງກັນ ລະຫວ່າງການລາຍງານຂອງຍີປຸ່ນ ແລະເກົາຫຼີໃຕ້ ແມ່ນຍັງ​ບໍ່​ເປັນ​ທີ່ແຈ່ມແຈ້ງ.

ເກົາຫຼີເໜືອ ໄດ້​ທຳການທົດລອງລູກສອນໄຟໄປແລ້ວ 4 ລູກໃນລະຫວ່າງການຍິງສາມຄັ້ງ ທີ່ແຕກຕ່າງກັນ ພາຍໃນໄລຍະເວລາ 10 ມື້ ທີ່ຜ່ານມາ ເຊິ່ງເປັນບາດກ້າວທີ່ຫວນ​ຄິດເຖິງ​ເມື່ອປີ 2017 ເວ​ລາຄວາມສໍາພັນລະຫວ່າງສະຫະລັດ ແລະເກົາຫຼີເໜືອ ໄດ້​ຕົກລົງສູ່​ຈຸດຕໍ່າ​ສຸດ.

ການທົດລອງສອງຄັ້ງທີ່ຜ່ານມາ ​ແມ່ນກ່ຽວພັນກັບສິ່ງທີ່ເກົາຫຼີເໜືອອ້າງວ່າ ເປັນລູກສອນໄຟຄວາມໄວກວ່າສຽງ. ເຖິງແມ່ນວ່າ ນັກວິເຄາະດ້ານຄວາມໝັ້ນຄົງກ່າວວ່າ ບາງທີເກົາຫຼີເໜືອເວົ້າເກີນຄວາມເປັນ ຈິງກ່ຽ​ວ​ກັບຄວາມ​ສາ​ມາດ​ຂອງ​ລູກ​ສອນ​ໄຟກໍຕາມ, ແຕ່ອາວຸດດັ່ງກ່າວ ມີທ່າ​ທາງວ່າ ຈະ​ສ້າງຄວາມຫຍຸ້ງຍາກຕໍ່ລະບົບກວດຈັບ ແລະສະກັດກັ້ນ ​ຂອງລູກສອນໄຟສະຫະລັດ.

ຍັງບໍ່ເປັນທີ່ແຈ່ມແຈ້ງວ່າ ມັນເປັນລູກສອນໄຟແບບໃດ ທີ່ເກົາຫຼີເໜືອໄດ້ທຳການທົດລອງ ໃນວັນສຸກມື້ນີ້. ໂດຍປົກກະຕິ ເກົາຫຼີເໜືອຈະບໍ່ເປີດເຜີຍຂໍ້ມູນໃດໆຈົນກວ່າຈະມີການເຜີຍແຜ່ ໃນລາຍງານຂອງໜັງສືພິມລັດຖະບານ ໃນມື້ຕໍ່ມາ.

ໃນອາທິດນີ້, ສະຫະລັດ ໄດ້ອອກມາປະ​ນາມການຍິງທົດລອງລູກສອນໄຟຂອງເກົາຫຼີເໜືອ ຮຸນແຮງກວ່າປົກກະຕິ, ນອກຈາກນັ້ນ ສະຫະລັດຍັງໄດ້ວາງມາດຕະການລົງໂທດຝ່າຍດຽວ ຕໍ່ຊາວເກົາຫຼີເໜືອ 5 ຄົນ ທີ່ຖືກກ່າວຫາວ່າ ເປັນຜູ້ຈັດຫາອຸປະກອນສໍາລັບໂຄງການອາວຸດຂອງລັດຖະບານພຽງຢາງ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG