ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ເກົາຫຼີເໜືອ ຍິງທົດລອງລູກສອນໄຟອີກ ແລະກ່າວຫາ ເກົາຫຼີໃຕ້ວ່າ ເປັນປໍລະປັກ


ຜູ້ຄົນເບິ່ງຂ່າວທາງໂທລະພາບ ກ່ຽວກັບການທົດລອງລູກສອນໄຟຂອງເກົາຫຼີເໜືອ ໃນວັນທີ 28 ກັນຍາມື້ນີ້ ທີ່ສະຖານະລົດໄຟແຫ່ງນຶ່ງໃນນະຄອນຫຼວງໂຊລ ຫຼັງຈາກເກົາຫຼີເໜືອໄດ້ທົດລອງລູກສອນໄຟໄປສູ່ທະເລຕາເວັນອອກ ອີງຕາມກອງທັບຂອງເກົາຫຼີໃຕ້.
ຜູ້ຄົນເບິ່ງຂ່າວທາງໂທລະພາບ ກ່ຽວກັບການທົດລອງລູກສອນໄຟຂອງເກົາຫຼີເໜືອ ໃນວັນທີ 28 ກັນຍາມື້ນີ້ ທີ່ສະຖານະລົດໄຟແຫ່ງນຶ່ງໃນນະຄອນຫຼວງໂຊລ ຫຼັງຈາກເກົາຫຼີເໜືອໄດ້ທົດລອງລູກສອນໄຟໄປສູ່ທະເລຕາເວັນອອກ ອີງຕາມກອງທັບຂອງເກົາຫຼີໃຕ້.

ເກົາຫຼີເໜືອ ໄດ້ທຳການທົດລອງຍິງລູກສອນໄຟອີກຄັ້ງນຶ່ງໃນວັນອັງຄານມື້ນີ້ ຊຶ່ງເປັນເທື່ອທີສາມພາຍໃນເດືອນນີ້. ການຍິງທົດລອງດັ່ງກ່າວ ມີຂຶ້ນບໍ່ເທົ່າໃດນາທີ ກ່ອນທີ່ເອກອັກຄະລັດ ຖະທູດຂອງເກົາຫຼີເໜືອຂຶ້ນກ່າວຄຳປາໄສຢູ່ອົງການສະປະ ຊາຊາດ ບ່ອນທີ່ທ່ານໄດ້ກ່າວຫາເກົາຫຼີໃຕ້ວ່າ ສະແດງຄວາມບໍ່ເປັນມິດ.

ເກົາຫຼີເໜືອ ໄດ້ຍິງລູກສອນໄຟໄປສູ່ທະເລ ນອກແຄມຝັ່ງດ້ານຕາເວັນອອກຂອງຕົນ ໃນເວລາປະມານ 6:40 ໂມງ ຕາມເວລາທ້ອງຖິ່ນໃນວັນອັງຄານມື້ນີ້ ອີງຕາມກອງທັບຂອງເກົາຫຼີໃຕ້ ທີ່ຕິດຕາມເບິ່ງການຍິງທົດລອງ.

ເຈົ້າໜ້າທີ່ກະຊວງປ້ອງກັນປະເທດຂອງຍີປຸ່ນ ກ່າວວ່າ ການທົດລອງດັ່ງກ່າວ ປາກົດວ່າພົວພັນກັບລູກສອນໄຟຂີປະນາວຸດຊະນິດແບບລູກດຽວ.

ກອງທັບຂອງເກົາຫຼີໃຕ້ກ່າວວ່າ ລູກສອນໄຟນີ້ “ຄາດກັນວ່າເປັນຊະນິດໄລຍະໃກ້” ແລະໄດ້ຍິງຂຶ້ນຈາກເມືອງມູພຽງຣີ (Mupyong-ri) ໃນແຂວງຈາກັງ (Ja-gang) ຂອງເກົາຫຼີເໜືອ ຊຶ່ງເຂດດັ່ງກ່າວແມ່ນບໍລິເວນດຽວກັນກັບທີ່ເກົາຫຼີເໜືອໄດ້ຍິງລູກສອນໄຟຂີປະນາວຸດຂ້າມທະວີບ ໃນເດືອນກໍລະກົດປີ 2017.

ນັບແຕ່ໄດ້ເລີ້ມການຍິງລູກສອນໄຟຂີປະນາວຸດຂ້າມທະວີບຄືນໃນປີ 2019 ຊຶ່ງເກົາຫຼີເໜືອໄດ້ຍິງລູກສອນໄຟ 2 ລູກໃນເວລານັ້ນ. ການຍິງສ່ວນໃຫຍ່ແມ່ນພົວພັນກັບລູກສອນໄຟໄລຍະໃກ້ ຊຶ່ງຫຼາຍໆລູກແມ່ນມາຈາກລະບົບທີ່ສາມາດຍິງໄດ້ພ້ອມກັນໃນເວລາດຽວ.

ສະຖາບັນວິທະຍາສາດ ໃນດ້ານປ້ອງກັນປະເທດອຫ່ງຊາດ ຂອງເກົາຫູີເໜືອ ໄດ້ຍິງທົດລອງລູກສອນໄຟຄຣູສ ໃນເກົາຫຼີເໜືອ ດັ່ງທີ່ເຫັນໃນຮູບ ທີ່ສະໜອງໂດຍອົງການຂ່າວສູນກາງ ຫຼື KCNA ຂອງເກົາຫຼີເໜືອ ເມື່ອວັນທືີ 13 ກັນຍາ 2021.
ສະຖາບັນວິທະຍາສາດ ໃນດ້ານປ້ອງກັນປະເທດອຫ່ງຊາດ ຂອງເກົາຫູີເໜືອ ໄດ້ຍິງທົດລອງລູກສອນໄຟຄຣູສ ໃນເກົາຫຼີເໜືອ ດັ່ງທີ່ເຫັນໃນຮູບ ທີ່ສະໜອງໂດຍອົງການຂ່າວສູນກາງ ຫຼື KCNA ຂອງເກົາຫຼີເໜືອ ເມື່ອວັນທືີ 13 ກັນຍາ 2021.

ການຍິງພຽງລູກດຽວ ອາດເປັນຮ່ອງຮອຍທີ່ສະແດງໃຫ້ເຫັນວ່າ ເປັນລູກສອນໄຟໄລຍະໄກ ນັ້ນຄືການຄາດຄະເນ ຂອງພວກນັກວິເຄາະບາງຄົນ ໃນດ້ານປ້ອງກັນປະເທດ ແຕ່ແນວໃດກໍຕາມ ຍັງບໍ່ມີຫຼັກຖານສະແດງໃຫ້ເຫັນວ່າ ເປັນລູກສອນໄຟຊະນິດນັ້ນ. ເກົາຫຼີເໜືອບໍ່ໄດ້ປະກາດໃຫ້ຊາບ ກ່ຽວກັບລາຍລະອຽດ ຂອງອາວຸດທີ່ຕົນໄດ້ຍິງທົດລອງ ຈົນຮອດຕອນເຊົ້າທີ່ຕິດຕາມມາ ຈຶ່ງໄດ້ມີການປະກາດໂດຍສື່ມວນຊົນຂອງລັດຖະບານ.

ຂ່າວກ່ຽວກັບການຍິງທົດລອງລູກສອນໄຟ ມີຂຶ້ນໃນຂະນະທີ່ ເອກອັກຄະລັດຖະທູດຂອງເກົາຫຼີເໜືອປະຈຳອົງການສະຫະປະຊາຊາດ ກ່າວຄຳປາໄສ ຢູ່ທີ່ກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດ ທີ່ນະຄອນນິວຢອກ. ໃນຄຳປາໄສຂອງທ່ານນັ້ນ ເອກອັກຄະລັດຖະທູດເກົາຫຼີເໜືອ ປະຈຳສະຫະປະຊາຊາດ ທ່ານກິມ ຊອງ ໄດ້ກ່າວປ້ອງກັນການສ້າງຄວາມກ້າວໜ້າໃຫ້ແກ່ໂຄງການລູກສອນໄຟນິວເຄລຍຂອງປະເທດທ່ານ ໂດຍເອີ້ນວ່າ ເປັນການຕອບໂຕ້ ຕໍ່ “ນະໂຍບາຍທີ່ເປັນປໍລະປັກ” ຂອງສະຫະລັດ ແລະເກົາຫຼີໃຕ້.

ທ່ານກິມ ຊອງ ກ່າວວ່າ “ບໍ່ມີໃຜສາມາດປະຕິເສດໄດ້ຕໍ່ສິດທິອັນຖືກຕ້ອງຊອບທຳ ສຳລັບ (ເກົາຫຼີເໜືອ) ທີ່ຈະພັດທະນາ ທົດລອງ ຜະລິດ ແລະມີໄວ້ໃນຄວາມຄອບຄອງລະບົບອາວຸດ ທີ່ທຽບເທົ່າກັບປະເທດອື່ນໆ ຊຶ່ງມີຢູ່ໃນຄວາມຄອງຄອງຫຼືກຳລັງຢູ່ໃນການພັດທະນາໂດຍ” ສະຫະລັດ ແລະເກົາຫຼີໃຕ້.

ນອກນັ້ນ ເອກອັກຄະລັດຖະທູດເກົາຫຼີເໜືອ ຍັງໄດ້ປະນາມ ການມິີໜ້າ ຂອງກຳລັງທະຫານສະຫະລັດໃນເກົາຫຼີໃຕ້ ການຊ້ອມລົບຮ່ວມ ລະຫວ່າງສະຫະລັດກັບເກົາຫຼີໃຕ້ແລະການເສີມສ້າງແສນຍານຸພາບທາງທະຫານຂອງເກົາຫຼີໃຕ້ເມື່ອໄວໆມານີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG