ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເກົາຫຼີເໜືອ ຍິງຈະຫຼວດ 16 ລູກ ລົງໃສ່ທະເລ ພາກຕາເວັນອອກ ຂອງປະເທດ


ຮູບພາບການຍິງລູກສອນໄຟ ຂອງເກົາຫຼີເໜືອ ຈາກສູນກາງຂ່າວເກົາຫຼີເໜືອ, ວັນທີ 14 ມີນາ 2014.
ຮູບພາບການຍິງລູກສອນໄຟ ຂອງເກົາຫຼີເໜືອ ຈາກສູນກາງຂ່າວເກົາຫຼີເໜືອ, ວັນທີ 14 ມີນາ 2014.
​ເກົາຫຼີ​ເໜືອ​ໄດ້ທຳ​ການ​ຍິງ​ລູກ​ຈະ​ຫຼວດ​ໄລຍະ​ສັ້ນ​ ເປັນ​ມື້​ທີ
​ສອງ​ໃນ​ວັນ​ອາທິດ​ມື້​ນີ້ ຊຶ່ງ​ປາກົດ​ວ່າ ເພື່ອ​ເປັນ​ການ​ປະ​ທ້ວງ
​ຕໍ່​ການ​ຊ້ອມ​ລົບ​ຮວມ ລະຫວ່າງ​ເກົາຫຼີ​ໃຕ້​ແລະ​ສະຫະລັດ​ທີ່
ກຳລັງ​ດຳ​ເນີນ​ໄປ​ຢູ່​ໃນ​ເວລາ​ນີ້.

ກອງ​ເສນາ​ທິການ​ຮ່ວມ​ຂອງ​ເກົາຫຼີ​ໃຕ້ ກ່າວ​ວ່າ ​ເກົາຫຼີ​ເໜືອ​
ໄດ້​ຍິງ​ລູກຈະ​ຫຼວດໄລຍະ​ສັ້ນ ຈຳນວນ 16 ລູກ ​ລົງ​ໃສ່​ທະ​ເລ​
ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຕົນ​ ໃນ​ຕອນເຊົ້າ​ໆ​ຂອງວັນ​ອາທິດ
​ມື້​ນີ້ ຫລັງ​ຈາກ​ທີ່​ໄດ້​ຍິງ​ລູກ​ຈະ​ຫຼວດປະ​ເພດດຽວ​ກັນ​ນີ້ 30 ລູກ
​ໃນ​ເຊົ້າ​ວັນ​ເສົາວານ​ນີ້.

​ໂຄສົກ​ກອງທັບ​ເກົາຫຼີ​ໃຕ້ ກ່າວ​ວ່າ ພວກ​ລູກສອນ​ໄຟ​ເຫຼົ່າ​ນີ້ ສາມາດຍິງ​ໄດ້​ໃນ​ໄລຍະ​ປະມານ 60 ຫຼັກ​ກິ​ໂລ​ແມັດ ​ແລະ​ກ່າວ​ຕື່ມ​ວ່າ ​ເປັນລຸ້ນ​ເກົ່າ​ຂອງຈະ​ຫຼວດ FROG ທີ່​ບໍ່ນຳ​ວິຖີ ຂອງຣັດ​ເຊຍ.

ບັນດາ​ນັກວິ​ເຄາະ​ກ່າວ​ວ່າ ການ​ຍິງ​ຈະ​ຫຼວດນີ້ ​ເປັນ​ການສະ​ແດງ​ອອກ​ເຖິງ​ຄວາມ​ໂມ​ໂຫ​
ໂທ​ໂສ ຂອງ​ກຸງ​ພຽງ​ຢ້າງ ຕໍ່​ການ​ຊ້ອມ​ລົບ​ຮ່ວມ​ປະຈຳ​ປີລະຫວ່າງ​ກອງທັບ​ເກົາຫຼີ​ໃຕ້​ແລະ​ສະຫະລັດ ທີ່​ຈະ​ດຳ​ເນີນ​ໄປ​ຮອດ​ເດືອນ​ໜ້າ​.

​ເກົາຫຼີ​ເໜືອ​ໄດ້​ທຳ​ການ​ຕຳ​ໜິຕິຕຽນ​ມາ​ເປັນ​ປະຈຳ ຕໍ່​ການ​ຊ້ອມ​ລົບ​ດັ່ງກ່າວ ​ໂດຍກ່າວວ່າ
​ເປັນ​ການ​ເຝິກ​ຊ້ອມ​ ເພື່ອ​ທຳ​ການ​ຮຸກ​ຮານຕົນ.
XS
SM
MD
LG