ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ເຄື່ອນ​ໄຫວ ຫຼ້າ​ສຸດ ຂອງເກົາຫຼີເໜືອ ກໍ​ຄື ການ​ເປີດ​ໂຕ ເຮືອ​ດຳ​ນ້ຳ ຮ້າຍ​ແຮງ ລຸ້ນ​ໃໝ່


ຜູ້ນຳເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ ກຳລັງໂອ້ລົມ ກັບ ບັນດາເຈົ້າໜ້າທີ່ ອົງການຂ່າວຂອງທາງການເກົາຫຼີເໜືອ.
ຜູ້ນຳເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ ກຳລັງໂອ້ລົມ ກັບ ບັນດາເຈົ້າໜ້າທີ່ ອົງການຂ່າວຂອງທາງການເກົາຫຼີເໜືອ.

ມັນບໍ່ແມ່ນການຍິງລູກສອນໄຟ ຫຼື ການທົດລອງນິວເຄລຍ. ແຕ່ເປັນການເປີດໂຕເຮືອ
ດຳນ້ຳລຳໃໝ່ຂອງ ທ່ານກິມ ຈົງ ອຶນ ຊຶ່ງເປັນວິທີທາງຫຼ້າສຸດ ທີ່ເກົາຫຼີເໜືອ ປາກົດວ່າ
ຈະກົດດັນສະຫະລັດໄດ້ ໃນຂະນະທີ່ການເຈລະຈານິວເຄລຍ ໃນລະດັບ​ການ​ປະ​ຕິ​ບັດ
ງານນັ້ນ ກຳລັງສູ້ຊົນທີ່ຈະເລີ້ມຂຶ້ນ.

ສື່ມວນຊົນຂອງທາງການເກົາຫຼີເໜືອ ໃນວັນອັງຄານມື້ນີ້ ໄດ້ພິມອອກເຜີຍແຜ່ ຮູບພາບ
ຕ່າງໆ ຂອງທ່ານກິມ ກຳລັງກວດກາເບິ່ງເຮືອດຳນ້ຳ ທີ່ຫາກໍສ້າງຂຶ້ນໃໝ່ ໂດຍກ່າວວ່າ
ເຮືອດຳນ້ຳລຳນີ້ ຈະຖືກສົ່ງໄປປະຕິບັດງານ ໃນທະເລນອກຝັ່ງກ້ຳຕາເວັນອອກ ຂອງ
ແຫຼມເກົາຫຼີ.

ອົງການສູນກາງຂ່າວຂອງທາງການເກົາຫຼີເໜືອ ຫຼື KCNA ໄດ້ລາຍງານວ່າ “ທ່ານກິມ
ສະແດງຄວາມປິຕິຍິນດີຢ່າງຍິ່ງ ກ່ຽວກັບຄວາມເປັນຈິງທີ່ວ່າ ເຮືອດຳ ນ້ຳນີ້ ໄດ້ຖືກອອກ
ແບບ ແລະສ້າງຂຶ້ນມາ ດ້ວຍຄວາມສາມາດ ໃນການຈັດຕັ້ງປະຕິບັດຢ່າງເຕັມສ່ວນ ຕາມ
ຄວາມຕັ້ງໃຈ ໃນດ້ານຍຸດທະສາດການທະຫານຂອງພັກ ພາຍໃຕ້ສະ​ພາບ​ການຫຼາຍຢ່າງ.”

ແຕ່ຫາກວ່າ ບົດລາຍງານດັ່ງກ່າວ ບໍ່ໄດ້ກ່າວວ່າ ອາວຸດທີ່ເຮືອດຳນ້ຳຈະ​ຕິດ​ຕັ້ງນັ້ນ ແມ່ນ
ປະເພດໃດ ຊຶ່ງການກ່າວອ້າງເຖິງຄຳວ່າ ຄວາມອາດສາມາດໃນດ້ານ “ຍຸດທະສາດ” ນັ້ນ
ກໍອາດໝາຍເຖິງ ເຮືອດຳນ້ຳນີ້ ອາດຈະ​ສາ​ມາດຕິດ​ຕັ້ງລູກ ສອນໄຟທີ່ມີອະນຸພາບດ້ານ
ນິວເຄລຍ ສຳລັບຈຸດປະສົງໃນດ້ານຍຸດທະສາດການ ປ້ອງກັນ.

ເຮືອດຳນ້ຳລຳໃໝ່ນີ້ ເປັນການຢ້ຳເຕືອນວ່າ ເກົາຫຼີເໜືອ ສືບຕໍ່ພັດທະນາ ແລະປັບປ່ຽນ
ໂຄງການອາວຸດຂອງຕົນໃນຮູບແບບໃໝ່ ທ່າມກາງຄວາມຫລ້າຊ້າ ອີກ ເທື່ອນຶ່ງ ໃນການ
ເຈລະຈານິວເຄລຍ ກັບສະຫະລັດ.

ການພັດທະນາລູກສອນໄຟຂີປະນາວຸດເພື່ອສົ່ງດາວທຽມ ຫຼືເອີ້ນຫຍໍ້ວ່າ SLBM ຈະ
ເພີ້ມສ່ວນປະກອບໃໝ່ ທີ່ຄາດການບໍ່ໄດ້ ເຂົ້າໃນຄັງອາວຸດລູກສອນໄຟຂີປະນາວຸດ
ຂອງເກົາຫຼີເໜືອ. ພວກລູກສອນໄຟດັ່ງກ່າວ ຍັງສາມາດນຳໄປຊຸກເຊື່ອງໄວ້ ໄດ້ຢ່າງ
ງ່າຍດາຍ.

“ພວກລູກສອນໄຟຂີປະນາວຸດຂ້າມທະວີບ ຫຼື ICBM ນັ້ນ ແມ່ນສຳລັບ ການຕອບໂຕ້ແລະ
ລັດ​ສະໝີ ສ່ວນພວກ SLBM ແມ່ນສຳລັບການຢູ່ລອດ” ນັ້ນ ແມ່ນຂໍ້ຄວາມທະວີດເຕີ້
ຂອງທ່ານ ວີປິນ ນາຣັງ ນັກຊ່ຽວຊານດ້ານນິວເຄລຍ ແລະເປັນອາຈານ ຢູ່ສະຖາບັນ
ເທັກໂນໂລຈີ ຂອງລັດແມັສຊາຈູເຊັຕສ໌.

ຫຼັງຈາກການທົດລອງທີ່ລົ້ມແຫຼວມາຫຼາຍຄັ້ງ ເກົາຫຼີເໜືອໃນປີ 2016 ກໍໄດ້ຍິງທົດລອງ
ລູກສອນໄຟຂີປະນາວຸດໄດ້ຢ່າງສຳເລັດຜົນ ຈາກເຮືອດຳນ້ຳທີ່​ກຳ​ລັງ​ຢູ່ ໃນຂັ້ນທົດລອງ
ລຸ້ນ Gorae.

ລາຍງານຫຼາຍ​ສະ​ບັບ ທີ່ອ້າງອີງໃສ່ພາບຖ່າຍ ຈາກດາວທຽມພານິດ ທີ່ມີໃນເວລານີ້
ໄດ້ສະເໜີແນະວ່າ ເກົາຫຼີເໜືອ ກຳລັງພັດ​ທະ​ນາ ເຮືອດຳນ້ຳລຸ້ນໃໝ່ ຂະ ໜາດໃຫຍ່
ກວ່າເກົ່າ ທີ່ອາດຍິງລູກສອນໄຟ SLBM ໄດ້ຫຼາຍລູກ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG