ເກົາຫຼີເໜືອ ໄດ້ຮຽກຮ້ອງໃນວັນຈັນມື້ນີ້ ໃຫ້ຍຸບກອງບັນຊາການກຳລັງສະຫະປະຊາຊາດ ໂດຍເອີ້ນວ່າ “ເປັນອົງການຈັດຕັ້ງທາງສົງຄາມ ທີ່ຜິດກົດໝາຍ” ຢູ່ໃນກອງປະຊຸມຊຶ່ງກຳນົດຈະຈັດຂຶ້ນ ລະຫວ່າງບັນດາປະເທດສະມາຊິກໃນເກົາຫຼີໃຕ້ ພາຍໃນທ້າຍອາທິດນີ້ ອົງການຂ່າວສູນກາງຂອງທາງການເກົາຫຼີເໜືອລາຍງານ ອີງຕາມຣອຍເຕີ້.
ກອງບັນຊາການກຳລັງສະຫະປະຊາຊາດຫຼື UNC ພາຍໃຕ້ການນຳພາຂອງສະຫະລັດ ເປັນກອງກຳລັງທະຫານລະຫວ່າງປະເທດ ແລະກຳກັບນຳກິດຈະການຢູ່ໃນເຂດປອດທະຫານລະຫວ່າງສອງເກົາຫຼີ ຊຶ່ງໃນທາງເທັກນິກແລ້ວຍັງຢູ່ໃນພາວະສົງຄາມ.
ກະຊວງປ້ອງກັນປະເທດຂອງເກົາຫຼີໃຕ້ກ່າວໃນອາທິດແລ້ວນີ້ວ່າ ຜູ້ບັນຊາການກຳລັງທະຫານເກົາຫຼີໃຕ້ແລະສະຫະລັດ ພ້ອມກັບບັນດາປະເທດສະມາຊິກອື່ນໆ ຂອງກອງບັນຊາການສະຫະປະຊາຊາດ ຈະພົບປະກັນໃນວັນອັງຄານມື້ອື່ນທີ່ນະຄອນຫຼວງໂຊລ ເພື່ອຮຽກຮ້ອງໃຫ້ພຽງຢາງຢຸດເຊົາໃນອັນທີ່ຕົນເອີ້ນວ່າ “ກິດຈະການທີ່ຜິດກົດໝາຍ” ແລະປະຕິບັດຕາມມະຕິຕ່າງໆ ຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ.
ລາຍງານຂອງອົງການຂ່າວສູນກາງເກົາຫຼີເໜືອ ຊຶ່ງກ່າວອ້າງສະຖາບັນຫຼຸດກຳລັງອາວຸດແລະສັນຕິພາບຂອງກະຊວງການຕ່າງປະເທດ ສປປ ເກົາຫຼີ ຍັງໄດ້ຕ້ອງຕິຖະແຫຼງການຮ່ວມ ຊຶ່ງມີກຳນົດຈະຖືກຮັບຮອງເອົາສຳລັບໃນກໍລະນີ ທີ່ເກີດເຫດການສຸກເສີນຢູ່ໃນແຫຼມເກົາຫຼີ.
ສປປ ເກົາຫຼີ ແມ່ນຫຍໍ້ມາຈາກຊື່ຢ່າງເປັນທາງການຂອງເກົາຫຼີເໜືອ ຄືສາທາລະນະລັດປະຊາທະປະໄຕປະຊາຊົນເກົາຫຼີ.