ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ກຳມາທິການ ທະຫານ ເກົາຫຼີເໜືອ ໂຈມຕີ ປ. ເກົາຫຼີໃຕ້


ປະທານາທິບໍດີ Park Geun-Hye ໂບກມື ກວດແຖວທະຫານ ຢືນຄຽງຂ້າງ ລັດຖະມົນຕີ ປ້ອງກັນປະເທດ ທ່ານ Kim Kwan-jin
ປະທານາທິບໍດີ Park Geun-Hye ໂບກມື ກວດແຖວທະຫານ ຢືນຄຽງຂ້າງ ລັດຖະມົນຕີ ປ້ອງກັນປະເທດ ທ່ານ Kim Kwan-jin
ອົງການ​ທາງທະຫານຊັ້ນ​ສູງຂອງເກົາຫລີ​ເໜືອ​ໄດ້​ກ່າວ​ໂຈມ​ຕີ​
ຢ່າງ​ແຮງ​ຕໍ່ ປະທານາທິບໍດີເກົາຫລີ​ໃຕ້ ທ່ານ​ນາງ Park Geun
-Hye ​ໂດຍ​ເວົ້າວ່າ ກຸງພຽງຢາງ ຈະ​ສືບ​ຕໍ່ ດຳ​ເນີນນະໂຍບາຍ
ນິວເຄລຍຂອງຕົນ.

ໂຄສົກຂອງຄະນະກໍາມາທິການ ປ້ອງກັນປະເທດ ເກົາຫລີເໜືອ
ໄດ້ເອົາ ບາດກ້າວທີ່ບໍ່ຄ່ອຍ​ເຫັນ ໂດຍກ່າວ​ອ້າງ​ເຖິງຜູ້ນໍາເກົາຫຼີ
ໃຕ້ ດ້ວຍຊື່ຂອງ ທ່ານນາງ ແທນທີ່ຈະໃຊ້ຕຳ​ແໜ່​ງ “ຫົວໜ້າ​ຄະ
ນະ​ບໍລິຫານ” ຕາມທີ່​ເຄີຍ​ໃຊ້​ມານັ້ນ.

ປະທານາທິບໍດີ Park ກ່າວໃນອາທິດນີ້ວ່າ ການ​ຕັດສິນ​ໃຈ​ຂອງ
ເກົາຫລີເໜືອ ທີ່​ຈະ​ພັດທະນາ​ຄວາມ​ສາມາດ​ທາງ​ດ້ານນິວເຄລຍ
ຂອງຕົນ ໃນຂະນະທີ່ທຳ​ການ​ເພີ້ມພູນເສດຖະກິດນັ້ນ ​ແມ່ນ​ຈະ​
ພາໃຫ້​ປະສົບ​ກັບ​ຄວາມ​ລົ້ມ​ແຫຼວ.

ໂຄສົກເກົາຫລີເໜືອ ຮ້ອງໂຄງການນິວເຄລຍຂອງ ພຽງຢາງ ວ່າ
ສໍາຄັນທີ່ສຸດ ເພື່ອຢັບຢັ້ງປ້ອງກັນ ການໂຈມຕີດ້ວຍ​ອາວຸດ
ນິວເຄລຍ.

ໃນວັນພຸດທີ່ຜ່ານມາ ລັດຖະມົນຕີປ້ອງກັນປະເທດສະຫະລັດ ທ່ານ Chuck Hagle ທີ່
ໄປ​ຢ້ຽມຢາມ ແລະຄູ່ຕໍາແໜ່ງຝ່າຍເກົາຫລີໃຕ້ ທ່ານ Kim Kwan-jin ໄດ້ເຊັນຂໍ້​ຕົກລົງ
ສະບັບ​ນຶ່ງ ທີ່ຈະ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ເພີ້ມຂຶ້ນ ​ໃນ​ການ​ຢັບ ຢັ້ງອາ​ວຸດ​ນິວ​ເຄລຍ​ຂອງ
ເກົາ​ຫລີ​ເໜືອ.

ທ່ານ Hagel ກ່າວວ່່າ ແຜນການ​ດັ່ງກ່າວນີ້ ​ແມ່ນເນັ້ນໃຫ້​ເຫັນ​ເຖິງຄວາມ​ເປັນ​ຫ່ວງ​
ຂອງສະຫະລັດ​ ແລະ​ເກົາຫລີໃຕ້ ກ່ຽວ​ກັບ “​ໂຄງການນິວ​ເຄລຍ ​ແລະລູກ​ສອນ​ໄຟ​ຂີ​ປະ
​ນາວຸດ ຂອງ​ເກົາຫຼີ​ເໜືອ ພ້ອມ​ທັງ​ການ​ແຜ່ຜາຍຂອງອາວຸດ​ເຫລົ່າ ນີ້ ​ແລະ​ອາວຸດ​ເຄມີ
ນຳ​ດ້ວຍ.”
XS
SM
MD
LG