ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຜູ້ນຳເກົາຫຼີເໜືອ ທ່ານກິມ ເຕືອນວ່າ 'ການຕໍ່ສູ້ທີ່ຍິ່ງໃຫຍ່' ໃນປີໜ້າ ແມ່ນເພື່ອເສີມຂະຫຍາຍເສດຖະກິດ


ພວກຄົນກຳລັງເບິ່ງຈໍໂທລະທັດທີ່ສະແດງໃຫ້ເຫັນ ພາບຂອງຜູ້ນຳເກົາຫຼີເໜືອ ກິມ ຈົງ ອຶນ ໃນລະຫວ່າງ ລາຍການຂ່າວ ຢູ່ທີ່ສະຖານີລົດໄຟ ໃນນະຄອນຫຼວງໂຊລ ຂອງເກົາຫຼີໃຕ້, ວັນທີ 12 ຕຸລາ 2021.
ພວກຄົນກຳລັງເບິ່ງຈໍໂທລະທັດທີ່ສະແດງໃຫ້ເຫັນ ພາບຂອງຜູ້ນຳເກົາຫຼີເໜືອ ກິມ ຈົງ ອຶນ ໃນລະຫວ່າງ ລາຍການຂ່າວ ຢູ່ທີ່ສະຖານີລົດໄຟ ໃນນະຄອນຫຼວງໂຊລ ຂອງເກົາຫຼີໃຕ້, ວັນທີ 12 ຕຸລາ 2021.

ອີງຕາມລາຍງານຂອງອົງການຂ່າວຣອຍເຕີ ຜູ້ນຳເກົາຫຼີເໜືອ ກິມ ຈົງ ອຶນ ໄດ້ກ່າວວ່າ ປະເທດຊາດຕ້ອງກຽມພ້ອມສຳລັບ “ການຕໍ່ສູ້ທີ່ຍິ່ງໃຫຍ່” ໃນປີໜ້າເພື່ອສືບຕໍ່ທຳຄວາມກ້າວໜ້າ ໃນຫຼາຍດ້ານທີ່ລວມມີ ການປ້ອງກັນ ກະສິກຳ ແລະການກໍ່ສ້າງ ດັ່ງທີ່ສື່ມວນຊົນຂອງທາງການ ໄດ້ລາຍງານ ໃນວັນພະຫັດມື້ນີ້.

ທ່ານກິມ ໄດ້ໃຫ້ຄຳເຫັນດັ່ງກ່າວເມື່ອວັນພຸດວານນີ້ ຢູ່ທີ່ກອງປະຊຸມຄະນະກຳ ມະການສູນກາງພັກກຳມະກອນ ທີ່ປົກຄອງປະເທດໃນປັດຈຸບັນ ຊຶ່ງທ່ານໄດ້ຕັດສິນໃຈ ທີ່ຈະຈັດກອງປະຊຸມຄົບຄະນະຂອງຄະນະກຳມະການໃນເດືອນໜ້າ.

ທ່ານກິມ ໄດ້ກ່າວວ່າ ໃນຂະນະທີ່ປະເທດຊາດຍັງປະເຊີນກັບຄວາມຫຍຸ້ງຍາກດ້ານເສດຖະກິດ ພັກກໍໄດ້ປະສົບຜົນສຳເລັດໃນການຊຸກຍູ້ໃຫ້ບັນລຸຕາມເປົ້າໝາຍນະໂຍບາຍທີ່ວາງໄວ້ ແລະຈັດຕັ້ງປະຕິບັດ ແຜນເສດຖະກິດໄລຍະຫ້າປີ ທີ່ທ່ານໄດ້ເປີດເຜີຍເມື່ອຕົ້ນປີນີ້ ອີງຕາມການກ່າວຂອງອົງການຂ່າວ KCNA ຂອງທາງການ.

ທ່ານກິມເວົ້າວ່າ “ມັນເປັນເລື້ອງທີ່ໜ້າຍິນດີຢ່າງຍິ່ງທີ່ການປ່ຽນແປງທັງຫຼາຍໃນທາງບວກ ໄດ້ເກີດຂຶ້ນໃນທົ່ວທຸກດ້ານຂອງປະເທດ ລວມມີ ດ້ານການເມືອງ ເສດຖະກິດ ວັດທະນະທຳ ແລະການປ້ອງກັນຊາດ ອັນເປັນຫຼັກຖານຈາກການຄຸ້ມຄອງທີ່ສົມດຸນໃນເສດຖະກິດຂອງປະເທດ ແລະຄວາມສຳເລັດຂະໜາດໃຫຍ່ໃນພາກສ່ວນຂອງກະສິກຳ ແລະການກໍ່ສ້າງ.”

ທ່ານກ່າວຕື່ມວ່າ “ໃນປີໜ້າ ຈະເປັນປີທີ່ສຳຄັນອັນນຶ່ງ ຂະນະທີ່ພວກເຮົາຄວນຕໍ່ສູ້ດິ້ນຮົນຢ່າງໃຫຍ່ຫຼວງເທົ່າທີ່ພວກເຮົາເຮັດໄດ້ໃນປີນີ້.”

ທ່ານກິມ ໄດ້ຫາທາງເພື່ອເສີມຂະຫຍາຍເສດຖະກິດ ແລະໃນການສະໜອງພະລັງງານ ດ້ວຍແຜນການຂອງທ່ານ ແຕ່ອົງການສະຫະປະຊາຊາດ ໄດ້ກ່າວວ່າ ອາຫານແລະໄຟຟ້າ ແມ່ນຍັງຂາດແຄນຢູ່, ບັນຫານີ້ໜັກຂຶ້ນຍ້ອນການວາງມາດຕະການລົງໂທດຕໍ່ໂຄງການນິວເຄລຍແລະລູກສອນໄຟຂອງເກົາຫຼີເໜືອ ພ້ອມທັງ ໂຣກລະຍາດຂອງພະຍາດໂຄວິດ-19 ແລະໄພພິບັດດ້ານທຳມະຊາດ.

ເກົາຫຼີເໜືອ ບໍ່ໄດ້ໃຫ້ການຢືນຢັນໃດໆກ່ຽວກັບກໍລິນີຂອງໄວຣັສໂຄໂຣນາ ແຕ່ໄດ້ປິດຊາດແດນທັງຫຼາຍ ແລະໄດ້ວາງມາດຕະການຈຳກັດການເດີນທາງພາຍໃນປະເທດ ແລະມາດຕະການອື່ນໆ ຊຶ່ງປາກົດວ່າ ເປັນການຄວບຄຸມ ຫຼື ປ້ອງກັນການແຜ່ລະບາດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG