ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກິມຈົງອຸນ ກຽມຂຶ້ນເປັນຜູ້ນໍາເກົາຫລີເໜືອ ແທນພໍ່


ທ່ານກິມຈົງອິລ (ຂວາສຸດ) ກັບ ກິມຈົງອຸນ (ຊ້າຍສຸດ) ພ້ອມດ້ວຍຜູ້ນໍາ ທີ່ຫາກໍ່ຖືກແຕ່ງຕັ້ງໃໝ່ ໃນພັກ Workers' Party of Korea (WPK) ຂອງເກົາຫລີເໜືອ
ທ່ານກິມຈົງອິລ (ຂວາສຸດ) ກັບ ກິມຈົງອຸນ (ຊ້າຍສຸດ) ພ້ອມດ້ວຍຜູ້ນໍາ ທີ່ຫາກໍ່ຖືກແຕ່ງຕັ້ງໃໝ່ ໃນພັກ Workers' Party of Korea (WPK) ຂອງເກົາຫລີເໜືອ

ກິມຈົງອຸນ ທີ່ເປັນລູກຊາຍຫລ້າຂອງຜູ້ນໍາເກົາຫລີເໜືອ ທ່ານກິມຈົງອີລ ໄດ້ຖືກແຕ່ງຕັ້ງ ໃຫ້ກໍາຕໍາແໜ່ງຜູ້ນໍາໃນການປົກຄອງພັກ ແລະ ກອງທັບເກົາຫລີເໜືອ.

ທັງຢູ່​ໃນ​ແລະ ຢູ່ນອກ​ເກົາຫລີ​ເໜືອ ບໍ່ຄ່ອຍ​ມີ​ຄົນຮູ້​ກ່ຽວກັບ​ຊາຍໜຸ່ມ ຜູ້ທີ່​ຈະ​ກາຍ​ເປັນ​ຜູ້​ນໍາ​ຄົນ​ຕໍ່​ໄປນີ້ຫລາຍ​ປານໃດ. ກິມຈົງອຸນ ຮຽນຢູ່ສວິດ​ເຊີ​ແລນ ​ແຕ່​ວ່າ ​ແມ່ນ​ແຕ່​ອາຍຸ ຂອງເຂົາ​ ກໍ​ຍັງ​ເປັນ​ເລື້ອງລຶກລັບ​ຢູ່. ລາວມີ​ອາຍຸ​ໄດ້​ປະມານ 27 ປີ ​ເປັນ​ຜູ້​ນ້ອຍ​ກວ່າໝູ່​ໃນ​ຈຳນວນ​ 3 ຊາຍ ທີ່​ຜູ້​ຄົນຮູ້​ກັນ​ດີວ່​າ​ເປັນ​ລູກ​ຂອງ​ທ່ານກິມຈົງອິລ ຜູ້ນຳ​ເກົາຫລີ​ເໜືອຊຶ່ງ ຕອນ​ນີ້ມີ​ອາຍຸ​ 68 ປີ ​ແລະ ​ເຊື່ອ​ວ່າ​ກໍາລັງ​ມີ​ສຸຂະພາບ​ຊຸດ​ໂຊມ​ຢູ່.

ໃນ​ອາທິດ​ແລ້ວນີ້, ເກົາຫລີ​ເໜືອ ​ໄດ້​ພິມ​ຮູບ​ຂອງທ່ານກິ​ມຈົງອູລ ອອກ​ເຜີຍ​ແຜ່​ພາຍຫລັງ​ການ​ປະຊຸມ​ຂອງ​ພັກ Workers’ Party ​ຫລື​ ພັກ​ກໍາມະກອນ ​ທີ່ກໍາ​ອໍານາ​ດ​ຢູ່​ເວລາ​ນີ້ ​ໄດ້​ສິ້ນສຸດ​ລົງ ຊຶ່ງ​ພາ​ໃຫ້ນັກ​ສັງ​ເກດ​ການ​ບາງ​ຄົນຄາດ​ໝາຍ​ວ່າ ຜູ້ກ່ຽວຈະ​ຖືກ​ແຕ່ງຕັ້ງ​ໃຫ້​ເປັນ​ຜູ້​ນໍາ​ຄົນ​ຕໍ່​ໄປ.

ທ່ານ ກີມຈົງ ອຸນ ທີ່ກໍາລັງຖືກແຕ່ງຕັ້ງ ໃຫ້ເປັນຜູ້ນໍາພັກກໍມະກອນ ແລະ ກອງທົບເກົາຫລີເໜືອ ໃນອາທິດທີ່ຜ່ານມານີ້
ທ່ານ ກີມຈົງ ອຸນ ທີ່ກໍາລັງຖືກແຕ່ງຕັ້ງ ໃຫ້ເປັນຜູ້ນໍາພັກກໍມະກອນ ແລະ ກອງທົບເກົາຫລີເໜືອ ໃນອາທິດທີ່ຜ່ານມານີ້

ແຕ່​ວ່າ ທ່ານ Gordon Flake, ຜູ້ຊ່ຽວຊານ ກ່ຽວກັບ​ເກົາ​ຫລີ ຢູ່ມູນ​ນິທິ Mansfield Foundation ທີ່​ ນະຄອນ​ຫລວງວໍ​ຊິງ​ຕັນ​ ກ່າວ​ວ່າ ຂັ້ນຕອນ​ການ​ແຕ່ງຕັ້ງຜູ້ນຳເກົາຫລີ​ເໜືອ ​ແມ່ນບໍ່​ໄດ້ງ່າຍ​ປານ​ນັ້ນ. ທ່ານ​ອະທິ​ບາຍ​ວ່າ:

ສິ່ງທີ່ພວກເຮົາເຫັນກັນຢູ່ນີ້ ບໍ່ແມ່ນການ ສືບຕໍ່ຕໍາແໜ່ງ. ສິ່ງທີ່ພວກເຮົາເຫັນຢູ່ນີ້ ກໍຄືຮ່ອງຮອຍ​ທີ່​ເປີດ​ເຜີຍ​ອັນທໍາອິດໆ ຂອງການເລີ່ມຕົ້ນ​ຂອງຂັ້ນ​ຕອນ​ໃນການ ສືບທອດຕໍາແໜ່ງທີ່ອາດເປັນໄປໄດ້. ແຕ່ ເວລານີ້ ກິມຈົງອິລ ກໍຍັງກໍາອຳນາດ ຢູ່. ​ເພາະສະນັ້ນ, ຈິງໆແລ້ວ ເລື້ອງນີ້ ຈຶ່ງບໍ່ແມ່ນກົດເກນຂອງສະຖາບັນເລີຍ ແຕ່ມັນເປັນກົດເກນຂອງຄອບຄົວຫລາຍກວ່າ.

ທ່ານກິມຈົງອິລ ​ໄດ້​ຂຶ້ນກໍາອໍາ​ນາດ​ພາຍຫລັງ​ທີ່​ ທ່ານກິມອິລຊຸງ ຜູ້​ເປັນບິດາຂອງ​ທ່ານແລະ ຜູ້ກໍ່ຕັ້ງປະ​ເທດ​ເກົາຫລີ​ເໜືອ ໄດ້​ເສຍ​ຊີວິດ​ໄປ​ໃນ​ປີ 1994.

ໃນ​ອາທິດ​ນີ້ ກິມຈົງອຸລ ​ແລະ ອາຂອງ​ລາວ ຜູ້​ທີ່​ເປັນ​ນ້ອງ​ສາວ​ຂອງທ່ານກິ​ມຈົງອິລ​ໄດ້​ກາຍ​ ເປັນ​ນາຍ​ພົນສີ່​ດາວ ທີ່​ມີ​ປະສົບ​ການ​ທາງ​ດ້ານ​ທະຫານໜ້ອຍຫລາຍ. ຕໍ່​ມາສື່ມວນ​ຊົນ​ຂອງ ລັ​ດ​ກໍໄດ້​ປະກາດ​ຂ່າວການ​ແຕ່ງຕັ້ງທ່ານກິ​ມຈົງອຸລ ​ໃຫ້​ເປັນຄະນະ​ກໍາມະການ​ສູນ​ກາງ​ພັກ​ກໍາມະກອນ.

ນອກ​ນັ້ນ, ທ່ານກິມຈົງອຸລ ຍັງ​ໄດ້​ຖືກ​ແຕ່ງຕັ້ງ​ໃຫ້​ເປັນຄະນະ​ກໍາມະການ​ສູນ​ກາງກອງທັບ ​ເຂົ້າໄປຢູ່​ໃນ​ຖັນ​ແຖວ​ດຽວກັນ​ກັບທ່ານ ຈາງ​ຊົງ ​ເທັກ ຜູ້​ທີ່ຖື​ວ່າ​ມີ​ອຳນາດ​ເປັນອັນ​ດັບ​ສອງ ຮອງ​ຈາກ ທ່ານກິມຈົງອິລ. ທ່ານຈາງ​ຊົງ​ເທັກ​ ​ເປັນ​ສາມີ​ຂອງທ່ານ​ນາງກີິມກີ​ອົງ​ຮຸຍ ທີ່​ເປັນ​ນ້ອງ​ສາວ​ຂອງ​ທ່ານ​ຜູ້​ນໍາ​ເກົາຫລີ​ເໜືອຄົນປັດຈຸບັນ​ນີ້.

ທ່ານ Andrei Lankov ຜູ້ຊ່ຽວຊານກ່ຽວກັບ​ເກົາ​ຫລີ​ເໜື​ອ ​ໃຫ້​ຄຳ​ເຫັນ​ວ່າ ທ່ານກິ​ມຈົງອິລ ຢາກ​ໃຫ້​ສອງຜົວ​ເມຍຄູ່ນີ້ ຊ່ວຍສອນລູກ​ຊາຍໜຸ່ມນ້ອຍ​ຂອງ​ທ່ານ ​ໃນ​ການ​ກະ​ກຽມເປັນ​ຜູ້​ນໍາ. ສະນັ້ນ ຖ້າ​ຫາກ​ວ່າມີ​ການ​ເສຍ​ຊີວິດຢ່າງກະທັນຫັນ​ ຂອງ​ທ່ານກິມຈົງອິລ ພວກ​ເຂົາ​ເຈົ້າກໍ​ ຈະ​ໄດ້​ກາຍ​ເປັນຄື​ກັນ​ກັບ “​ເຈົ້າຊາຍ ​ແລະ ​ເຈົ້າຍິງທີ່​ວ່າການ​ແທນເຈົ້າຊີວິດ”. ທ່ານ Andrei Lankov ກ່າວ​ວ່າ ສອງ​ຄົນ​ນີ້​ແຫລະ ຈະ​ເປັນ​ຜູ້​ບໍລິຫານປະ​ເທດ​ຊາດ ​ແລະ ເປັນ ຜູ້​ທໍາ​ການຕັດສິນ​ໃຈ​ໂຕ​ຈິງ.

ແຕ່​ວ່າ​ ຜູ້ຊ່ຽວຊານດ້ານປະ​ເທດ​ເກົາ​ຫລີ​ເໜືອບາງ​ຄົນຜັດ​ເວົ້າວ່າ ທ່ານຈາງ​ຊົງ​ເທັກບໍ່​ເປັນ ​ທີ່​ເຊື່ອ​ຖື​ໄດ້ສະ​ເໝີ​ໄປ ​ເພາະວ່າ ​ໃນ​ປີ 2004 ທ່ານ​ໄດ້​ຫາຍ​ໄປ​ຈາກ​ສາຍຕາ​ຂອງ​ມວນ​ຊົນ ​ເປັນ​ເວລາຕັ້ງປີ​ເຄິ່ງ.

ທີ່​ນະຄອນຫລວງວໍ​ຊິງ​ຕັນ, ​ພັນ​ເອກ David Lapan, ​ໂຄສົກ​ກະຊວງ​ປ້ອງ​ກັນ​ປະ​ເທດສະ ຫະລັດ​ເວົ້າວ່າ ຜູ້​ນໍາ​ລັດຖະບານ​ພຽງຢາງ ສາມາດ​ປ່ຽນ​ໄປ​ໄດ້ ​ແຕ່​ວ່າຈຸດປະສົງຂອງອາ​ເມ​ຣິ ກາ ​ແມ່ນຍັງ​ຄື​ເກົ່າ ຊຶ່ງ​ກໍ​ຄື ​ໃຫ້ເກົາຫລີ​ເໜືອ ຢຸດ​ການ​ພັດທະນາ​ອາວຸດ​ນີວ​ເຄລຍ ​ແລະ ​ໃຫ້​ຊອກ​ຫາ​ວິທີ​ທາງ​ສ້າງ​ສັນຕິພາບ ​ແລະ​ສະ​ເຖຍລະ​ພາບ​ໃນ​ແຫລມເກົາຫລີ.

XS
SM
MD
LG