ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໔ ມິຖຸນາ ໒໐໒໓

ຜູ້ນຳ ເກົາຫຼີເໜືອ ກ່າວວ່າ ໂຄງການນິວເຄລຍ ຈະແລ້ວສຳເລັດ


ຜູ້ຊາຍຄົນນຶ່ງ ເບິ່ງໂທລະພາບ ກ່ຽວກັບການຍິງລູກສອນໄຟ ແລະຜູ້ນຳເກົາຫຼີເໜືອ ທ່ານກິມຈົງອຸນ ທີ່ສະຖານີລົດໄຟແຫ່ງນຶ່ງ ໃນນະຄອນຫຼວງໂຊລ ຂອງ ເກົາຫຼີໃຕ້. (ວັນທີ 15 ກັນຍາ 2017)

ຜູ້ນຳ​ຂອງ​ເກົາຫຼີ​ເໜືອ ກິມຈົງ​ອຸນ ກ່າວ​ໃນ​ວັນ​ເສົາມື້ນີ້ວ່າ ປະ​ເທດ​ຂອງ​ທ່ານ​ຕ້ອງການ
ຢາກ​ຈະ​ມີ​ ກຳລັງ​ທາງທະຫານ ​ເທົ່າ​ທຽມ​ກັບ ​ສະຫະລັດ​ ແລະ​ປະກາດ​ວ່າ ຈະເຮັດ​ໃຫ້
​ໂຄງການ​ນິວ​ເຄລຍຂອງ​ທ່ານ​ສຳ​ເລັດ​ເສັດ​ສິ້ນ.

ອົງການ​ຂ່າວ KCNA ຂອງ​ທາງ​ການ​ເກົາຫຼີ​ເໜືອ ໄດ້​ອ້າງ​ຄຳ​ເວົ້າຂອງທ່ານ​ກິມຈົງ​ອຸນ
ຜູ້ນຳ​ຂອງ​ເກົາຫຼີ​ເໜືອທີ່​ກ່າວ​ວ່າ “​ເປົ້າໝາຍ​ສຸດ​ທ້າຍ​ຂອງ​ພວກ​ເຮົາ​ກໍ​ຄືສ້າງຄວາມ​ສົມ
​ດຸ​ນທາງ​ດ້ານ​ກຳລັງ​ທີ່​ແທ້​ຈິງ ​ກັບ​ສະຫະລັດ​ ແລະ​ເຮັດ​ໃຫ້​ຜູ້ນຳ ຂອງ​ສະຫະລັດ​ບໍ່​ກ້າທີ່
​ຈະ​ກ່າວ​ເຖິງ ທາງ​ເລືອກ​ດ້ານ​ທະຫານ​ອີກ.”

ທ່ານ​ກິມ​ເວົ້າວ່າ ​ເປົ້າໝາຍ​ຂອງ​ເກົາຫຼີ​ເໜືອ​ທີ່​ຈະ​ເຮັດໃຫ້​ກຳລັງ​ນິວ​ເຄລຍສຳ​ເລັດ​ເສັດ
​ສິ້ນ​ນັ້ນແມ່ນ “​ໃກ້​ທີ່​ຈະ​ບັນລຸ ​ເປົ້າໝາຍ​ຂັ້ນສຸດ​ທ້າຍ​ແລ້ວ ​ແລະ​ທ່ານ​ ກໍໄດ້​ປະ ກາດວ່າ ​
ຈະ​ສຳ​ເລັດ​ເສັດ​ສິ້ນໂຄງການ​ນິວ​ເຄລຍທ່າມກາງ​ທີ່​ມີ​ການ​ລົງ​ໂທດ​ເພີ້ມຂຶ້ນ.

ທ່ານ​ໄດ້​ຮຽກຮ້ອງ​ໃຫ້ມີການ​ດຳ​ເນີນ “​ຄວາມ​ພະຍາຍາມ​ຂອງ​ລັດ​ທັງ​ໝົດ” ​ເພື່ອ​ໃຫ້​ບັນລຸ​ເປົ້າໝາຍ​ດັ່ງກ່າວ​ແລະ​ມີ​ “ຄວາມ​ສາມາດ​ໃນ​ການ​ໂຈມ​ຕີ​ຕອບ​ໂຕ້​ທາງ
ດ້ານ​ນິວ​ເຄລຍ ທີ່​ສະຫະລັດ​ບໍ່​ສາມາດ​ຮັບ​ມື​ໄດ້.”

ການ​ໃຫ້​ຄວາມ​ເຫັນ​ນີ້ ມີ​ຂຶ້ນນຶ່ງ​ມື້ ຫລັງ​ຈາກ​ເກົາຫຼີ​ເໜືອ​ໄດ້​ຍິງ​ລູກ​ສອນ​ໄຟ​ທີ່​ມີ​ລັດສະໝີ
ໃນໄລຍະ​ປານ​ກາງ ຂ້າມ​ປະ​ເທດ​ຍີ່ປຸ່ນ ​ເປັນ​ເທື່ອ​ທີ​ 2 ພາຍ​ໃນ​ເວລາ ບໍ່​ຮອດ​ນຶ່ງ​ເດືອນ.
ລູກ​ສອນ​ໄຟ​ດັ່ງກ່າວ ​ໄດ້​ເດີນທາງໃນ​ລັດສະໝີ 3,700 ກິ​ໂລ​ແມັດ​ກ່ອນ​ທີ່​ຈະ​ຕົກລົງ​ໃສ່
​ພາກ​ເໜືອ​ຂອງ​ມະຫາ​ສະໝຸດ​ປາຊີ​ຟິກແລະ​ເປັນ​ການ​ຍິງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດທີ່​ໄກ​
ທີ່​ສຸດຂອງ​ເກົາຫຼີ​ເໜືອ ​ເທົ່າ​ທີ່​ເຄີຍ​ມີ​ມາ.

ທ່ານ​ກິມ ​ໄດ້​ສະ​ແດງ​ຄວາມ​ເພິ​ງພໍ​ໃຈ ກ່ຽວ​ກັບ​ການ​ຍິງ​ລູກ​ສອນ​ໄຟ​ດັ່ງກ່າວ ທີ່​ທ່່ານ​ເວົ້າ
ວ່າ ສະ​ແດງ​ໃຫ້​ເຫັນ​ເຖິງ​ ຄວາມ​ສຳ​ເລັດ ຂອງ​ປະ​ເທດ​ທ່ານ ​ໃນ​ຄວາມ​ພະຍາຍາມທີ່​ຈະ​
ເພີ້ມກຳລັງ​ລູກ​ສອນ​ໄຟ.

ອົງການ​ຂ່າວ KCNA ​ໄດ້​ອ້າງ​ຄຳ​ເວົ້າຂອງ​ທ່ານ​ກິມ ທີ່​ກ່າວ​ວ່າ “​ໃນ​ຂະນະ​ທີ່​ມີການ​ຮັບ​
ຮູ້​ຂອງ​ໂລກ​ທັງ​ມວນວ່າ ພວກ​ເຮົາ​ໄດ້​ບັນລຸ ​ຄວາມ​ສຳ​ເລັດ​ເຫຼົ່ານີ້ ທັງໆ​ທີ່ ໄດ້​ມີ​ການ​ລົງ​
ໂທດ​ຂອງ​ສະຫະ​ປະຊາ​ຊາດ ທີ່​ມີ​ມາ​ເປັນ​ເວລາ​ຫຼາຍໆ​ທົດ​ສະ​ວັດ.”

ການ​ຍິງ​ລູກ​ສອນ​ໄຟ​ໃນ​ວັນ​ສຸກ​ວານ​ນີ້ ​ໄດ້​ມີ​ຂຶ້ນຫລັງ​ຈາກ​ການ​ທົດ​ລອງ​ນິວ​ເຄລຍຂອງ
​ເກົາຫຼີ​ເໜືອ​ໃນຕົ້ນ​ເດືອນ​ນີ້ ທີ່​ກ່າວ​ກັນ​ວ່າ ​ເປັນ​ຫົວ​ລະ​ເບີດ​ນິວ​ເຄລຍທີ່​ສ້າງສຳລັບ​ຕິດ
ຕັ້ງ​ໃສ່​ລູກ​ສອນ​ໄຟ​ຂ້າມ​ທະວີບ.

​ໃນ​ໄລຍະ 2 ປີຜ່ານມາ​ນີ້ ​ເກົາຫຼີ​ເໜືອ ​ໄດ້​ທົດ​ລອງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ 27 ​ເທື່ອ ​
ແລະ​ທົດ​ລອງ​ອາວຸດ​ນິວ​ເຄລຍ 3 ​ເທື່ອ.

​ໃນຕົ້ນປີ​ນີ້ ກິມຈົງ​ອຸນ​ໄດ້​ປະກາດ​ກ່ຽວ​ກັບ​ແຜນການທີ່​ຈະ​ພັດທະນາ​ລູກ​ສອນ​ໄຟ​ຂີ​ປະ
​ນາ​ວຸດ​ຂ້າມ​ທະວີບ ທີ່​ສາມາດ​ຍິງ​ໂຈມ​ຕີ​ເປົ້າໝາຍ​ໃນ​ແຜ່ນດິນ​ໃຫຍ່​ສະຫະລັດໄດ້.

​ໃນ​ຂະນະ​ທີ່​ ເຈົ້າໜ້າ​ທີ່​ສະຫະລັດ ​ກ່າວ​ວ່າ ຕົນ​ຢາກ​ໃຫ້​ມີ​ການ​ແກ້​ໄຂ​ ທາງ​ດ້ານ​ການ​
ທູດໃນ​ການ​ປະ​ເຊີນ​ໜ້າ​ທາງ​ດ້ານ​ນິວ​ເຄລຍ ​ແຕ່​ເຂົາ​ເຈົ້າກໍ​ກ່າວ​ວ່າການ​ໃຊ້​ກຳລັງ​ທະ
ຫານ​ກໍ​ຍັງ​ເປັນ​ທາງ​ເລືອກຢູ່.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG