ເກົາຫຼີເໜືອໃກ້ຈະສໍາ ເລັດການໂອນອໍານາດໃນຄະນະນໍາພາແລ້ວ ໂດຍມອບໝາຍ
ຕຳແໜ່ງ ໃໝ່ອີກຫຼາຍຕຳແໜ່ງໃຫ້ທ່ານກິມ ຈົງອຸນແລະເຮັດໃຫ້ຖານະຂອງທ່ານແຂງ
ແຮງຂຶ້ນ ໃນນາມເປັນຜູ້ສືບທອດລາຊະວົງການເມືອງທີ່ຈັດຕັ້ງຂຶ້ນມາໂດຍມື້ລາງບິດາ
ແລະພໍ່ປູ່ຂອງທ່ານນັ້ນ.
ອົງການຂ່າວທາງການເກົາຫຼີເໜືອກ່າວໃນວັນພະຫັດມື້ນີ້ວ່າ ທ່ານກິມ ໄດ້ຖືກແຕ່ງຕັ້ງ
ໃຫ້ເປັນປະທານຄະນະກໍາມາທິການສູນກາງກອງທັບຂອງພັກກໍາມະກອນທີ່ປົກຄອງ
ປະເທດໃນປັດຈຸບັນຊຶ່ງຄວບຄຸມພົນທະຫານ 1 ລ້ານ 1 ແສນຄົນ ຂອງກອງທັບເກົາຫຼີ
ເໜືອນັ້ນ. ນອກນັ້ນທ່ານຍັງຖືກເລືອກໃນວັນພຸດວານນີ້ໃຫ້ເປັນສະມາຊິກຖາວອນຂອງ
ກົມການເມືອງສູນກາງພັກທີ່ມີອໍານາດຫຼາຍທີ່ສຸດແລະໃຫ້ເປັນເລຂາທີ່ການເອກຂອງພັກ
ຊຶ່ງເປັນຕໍາແໜ່ງທີ່ຈັດຕັ້ງຂຶ້ນມາໃໝ່ໆນັ້ນ.
ບັນດານັກສັງເກດການກ່າວວ່າ ພວກຕໍາແໜ່ງໃໝ່ທີ່ສຸດຂອງທ່ານກິມ ນີ້ປາກົດວ່າເສັດ
ສິ້ນການເລື່ອນຊັ້ນຂຶ້ນມາຄອງຕໍາແໜ່ງສູງສຸດຊຶ່ງເປັນ ການເລື່ອນຊັ້ນທີ່ຫຼີກລ້ຽງບໍ່ໄດ້
ແລະຂຶ້ນໄວທີ່ສຸດຂອງຄະນະນໍາພາໃນພັກຄອມມີວນິດ ອັນເປັນຂັ້ນຕອນທີ່ໄດ້ເລີ້ມມາ
ເວລາທ່ານກິມຈົງອີລມື້ລາງບິດາຂອງທ່ານໄດ້ເຖິງແກ່ອະສັນຍະກໍາໄປໃນເດືອນທັນວາ
ປີແລ້ວນີ້.
ການເຄື່ອນໄຫວດັ່ງກ່າວມີຂຶ້ນໃນເວລາບໍ່ດົນ ກ່ອນການຍິງຈະຫຼວດທີ່ ຄາດກັນມາກ່ອນ
ໃນອັນທີ່ກຸງພຽງຢ້າງກ່າວວ່າ ເປັນການສົ່ງດາວທຽມພະຍາກອນອາກາດນັ້ນ ແຕ່ຖືກ
ປະນາມຈາກປະເທດອື່ນໆວ່າເປັນສາກບັງໜ້າໃນການທົດລອງລູກສອນໄຟນໍາວິຖີນັ້ນ.
ການສົ່ງຈະຫຼວດຂຶ້ນສູ່ອະວະກາດເປັນພາກສ່ວນນຶ່ງຂອງການສະເຫຼີມສະຫຼອງເປັນເວລາ
ນຶ່ງເດືອນວັນຄ້າຍວັນເກີດຄົບຮອບ 100 ປີ ຂອງທ່ານກິມອີລ ຊຸງ ມື້ລາງຜູ້ນໍາພາໃນການ
ກໍ່ຕັ້ງປະເທດ ແລະເປັນບິດາຂອງມື້ລາງທ່ານກິມ ຈົງອີລ.