ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ນຳ ເກົາຫຼີເໜືອ ຍ່າງຂາເຄ ໃນພິທີ ໄວ້ອາໄລ ມື້ລາງປູ່ ຂອງທ່ານ (ວີດີໂອ)


ຜູ້ນຳເກົາຫລີເໜືອ ທ່ານ Kim Jong Un ປາກົດວ່າ ຍ່າງຂາເຄ
ຜູ້ນຳເກົາຫລີເໜືອ ທ່ານ Kim Jong Un ປາກົດວ່າ ຍ່າງຂາເຄ

ຜູ້ນຳ​ເກົາຫລີ​ເໜືອ ທ່ານ Kim Jong Un ປາກົດ​ວ່າ ຍ່າງ​ຂາ​ເຄ
​ໃນ​ວັນ​ອັງ ຄານ​ມື້​ນີ້ ຢູ່​ໃນ​ພິທີຈັດຂຶ້ນເພື່ອເປັນຂີດໝາຍຄົບຮອບ
​ວັນ​ເຖິງແກ່ອະສັນຍະກຳມື້​ລາງ​ປູ່ຂອງທ່ານຄືທ່ານ Kim II Sung ຜູ້ກໍ່ຕັ້ງປະເທດເກົາຫຼີເໜືອນັ້ນ.

ຢູ່ໃນ​ລາຍງານຂ່າວໂທລະພາບຖ່າຍ​ທອດສົດ​ຂອງລັດຖະບານ
ນັ້ນທ່ານ Kim ​ໄດ້ເດີນລາກ​ຂາ​ຢ່າງ​ວ່ອງ​ໄວ​ແລະ​ບໍ່​ກຳ້ເກິ່ງຢູ່​ເທິງ​
ເວທີອັນ​ກວ້າງ ຢູ່ຫ້ອງ​ປະຊຸມ​ອັນ​ກວ້າງ​ໃຫຍ່ ​ໃນ​ນະຄອນ​ພຽງ​
ຢາງ ​ໃນ​ຂະນະ​ທີ່​ບັນດາ​ນາຍ​ທະຫານຫຼາຍ​ພັນ​ຄົນ​ພາກັນ​ຕົບມື​
ໃຫ້​ແກ່່​ທ່ານ.

ບໍ່​ມີການບອກ​ເຫດຜົນ​ໃດໆ​ ກ່ຽວກັບການ​ໄດ້​ຮັບບາດ​ເຈັບ​ຂອງທ່ານ Kim ຊຶ່ງ​ເປັນ​ການສະ​
ແດງ​ອອກ​ແບບທີ່ບໍ່ສູ່ເຫັນຂອງ​ຄວາມອ່ອນແອ ຂອງ​ຜູ້ນຳ ທີ່​ຊາວ​ເກົາຫລີ​ເໜືອຫລາຍ​ຄົນ
ພາກັນ​ຖືວ່າ ​ເປັນ​ຄືກັນ​ກັບ​ພະ​ເຈົ້າ.

ຢູ່​ໃນ​ການ​ສຳພາດ​ກັບວີ​ໂອ​ເອ ທ່ານ Kim Yong-hyun ສາ​ສະ​ດາ​ຈານ​ສອນ ກ່ຽວກັບການ
ສຶກສາເລື່ອງເກົາຫລີ​ເໜືອ ທີ່ມະຫາວິທະຍາ​ໄລ Dongguk ບໍ່ໄດ້​ໃຫ້ຄວາມ​ສຳຄັນ​ ໃນກ
ານທີ່ທ່ານ Kim ຍ່າງ​ຂາ​ເຄ ​ໂດຍ​ກ່າວ​ວ່າ ທ່ານ​ອາດ​ຈະ​ໄດ້​ຮັບ​ບາດ​ເຈັບ​ຈາກ​ການ​ເຝິກ
ຊ້ອມ ທາງ​ທະຫານ​ໃນ​ອາທິດ​ແລ້ວ​ນີ້.

ທ່ານ Kim Jong Un ບໍ່​ໄດ້​ຖະແຫຼງໃດໆ​ຢູ່​ໃນ​ພິທີດັ່ງກ່າວ. ​ແຕ່ແມ່ນປະມຸກ ຂອງປະເທດ
ຊຶ່ງຫົວ​ໜ້າ​ໃນດ້ານພິທີການ ທ່ານ Kim Yong Nam ​ໄດ້​ກ່າວ ຍ້ອງຍໍມື້​ລາງທ່ານ Kim II
Sung ວ່າ “​ເປັນ​ຜູ້ນຳທີ່​ຍິ່ງ​ໃຫຍ່​ໃນ​ປະຫວັດສາດ​ມະນຸດຊາດ” ​ແລະ​ກ່າວ​ວ່າ ຫລານ​ຂອງ​
ທ່ານ ກຳລັງ​ເດີນຕາມ ບາດກ້າວ​ຂອງ​ທ່ານ.

ຢູ່​ແຫ່ງ​ອຶ່ນໆ​ໃນ​ນະຄອນຫລວງນັ້ນ ​ຊາວ​ເກົາຫລີ​ເໜືອຢືນ​ຕໍ່​ກັນ​ຢ່າງ​ຍືດຍາວ ກົ້ມ​ຫົວ​ລົງ
ຢ່າງ​ສຸດ​ຊຶ້ງ ​ແລະ​ລຽນ​ແຖວ​ເພື່ອ​ປະ​ມັດ​ດອກ​ໄມ້ ຫລື​ພວງ​ມາລາ​ທີ່​ຖືກ​ຕົກ​ແຕ່ງ ໄປວາງ​ໄວ້
​ຢູ່​ຕໍ່​ໜ້າຮູບ​ປັ້ນ​ຂອງ​ທ່ານ Kim II Sung.

ທ່ານ Kim II Sung ​ໄດ້​ປົກຄອງເກົາຫລີ​ເໜືອ​ ນັບແຕ່ມີການເລີ້​ມກໍ່​ຕັ້ງ​ ໃນ​ປີ 1948 ມາ​ຈົນ
​ເຖິງ​ເວລາທີ່ທ່ານເຖິງແກ່ອະສັນຍະກຳ​ໃນ​ປີ 1994. ​ລູກ​ຊາຍຂອງ ທ່ານ ຄືທ່ານ Kim Jong
II ​ໄດ້ເຂົ້າຮັບໜ້າທີ່ແທນ ແຕ່​ໄດ້ເຖິງແກ່ອະສັນຍະ ກຳຢ່າງ​ບໍ່​ຄາດ​ຝັນ​ໃນ​ປີ 2011 ໂດຍປະ
ປ່ອຍ​ອຳນາດໄວ້​ ຢູ່ໃນ​ກຳມື​ຂອງ Kim Jong Un.

NOKOR KIM VO
please wait
Embed

No media source currently available

0:00 0:01:17 0:00

XS
SM
MD
LG