ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກີມ ຈົງ ອຸນ ຜູ້ນໍາຄົນໃໝ່ ຂອງເກົາຫລີເໜືອ ບໍ່ມີທ່າທີວ່າ ຈະທໍາການປະຕິຮູບ


ກິມ ຈົງ ອຸນ ຜູ້ນໍາເກົາຫລີເໜືອຄົນໃໝ່.
ກິມ ຈົງ ອຸນ ຜູ້ນໍາເກົາຫລີເໜືອຄົນໃໝ່.

ລາຍ​ງານ​ໃໝ່​ສະບັບ​ນຶ່ງ​ເວົ້າ​ວ່າ ກິມ ຈົງ​ອຸນ ຜູ້​ນໍາ​ຄົນ​ໃໝ່​ຂອງ​ເກົາຫຼີ​ເໜືອ ບໍ່​ໄດ້​ປະ​ເຊີນ
​ກັບ​ໄພ​ຂົ່ມຂູ່​ທີ່​ຮ້າຍ​ແຮງ​ ​ຕໍ່​ການ​ຄອງ​ອໍານາດຂອງ​ທ່ານ​ແຕ່ ຢ່າງ​ໃດ ​ແລະເພາະສະ​ນັ້ນ
ກໍ​ຄົງ​ຈະບໍ່​ທໍາການ​ປະຕິ​ຮູບຢູ່​ໃນ​ປະ​ເທດທີ່​ຍາກຈົນແຫ່ງ​ນັ້ນ.

ກຸ່ມ​ວິ​ກິດ​ການ​ນານາ​ຊາດ​ ຫຼື ICG ກ່າວໃນ​ວັນ​ພຸດ​ມື້​ນີ້​ວ່າ ​ເວລາ​ນີ້​ຍັງ​ບໍ່​ມີ​ຮ່ອງຮອຍທີ່
​ແຈ້ງ​ຂາວ​ໃດໆ​ ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ ມີ​ການ​ສົມຮູ້​ຮ່ວມ​ຄິດ​ ທີ່​ຈະ​ໂຄ່ນ​ລົ້ມຜູ້​ນໍາ​ໜຸ່ມ​ຄົນ​ນີ້ ​
ເຖິງແມ່ນໄດ້ມີ​ການ​ປົດ​ຜູ້​ນໍາທະຫານ​ສູງ​ສຸດ​ ອອກ​ຈາກ​ຕໍາ​ແໜ່​ງເມື່ອ​ເດືອນແລ້ວ​ນີ້ ກໍຕາມ.

ລາຍ​ງານຂ່າວ​ຫຼາຍກະ​ແສທີ່​ບໍ່​ໄດ້ຮັບ​ການ​ຢືນຢັນ​ຂອງ​ສື່​ມວນ​ຊົນ​ເກົາຫຼີ​ໃຕ້ ຊີ້​ແນະ​ວ່າ
ອາດ​ມີ​ການ​ຍາດ​ແຍ່ງ​ອໍານາດ​ກັນ​ຢູ່​ໃນ​ນະຄອນຫຼວງພຽງ​ຢາງ ຫຼັງຈາກ ຜູ້​ບັນຊາ​ການ​
ທະຫານ​ສູງ​ສຸດ ຣີ ຢົງ ​ໂຮ ຖືກ​ປົດ​ອອກ​ຈາກ​ຕໍາ​ແໜ່​ງທາງທະຫານ ​ແລະ​ການ​ເມືອງ
​ທັງ​ໝົດ ​ເມື່ອອາທິດ​ຜ່ານ​ມານີ້.

ແຕ່ທ່ານ Daniel Pinkston ນັກວິ​ເຄາະ​ອາວຸ​ໂສ ຜູ້​ຂຽນ​ລາຍ​ງານ​ຂອງ ກຸ່ມກິດ​ການ​
ນານາ​ຊາດ ຫຼື ICG ບອກຜູ້​ສື່​ຂ່າວວີ​ໂອ​ເອ Steve Herman ວ່າ ຜູ້​ນໍາກິມ​ໄດ້​ກໍາ​ອໍາ
ນາດ​ຢ່າງ​ແໜ້ນ​ໜຽວແລ້ວ ​ແລະ​ທ່ານ Pinkston ​ຍັງເວົ້າ​ອີກ​ວ່າ ທ່ານ​ບໍ່ຫຼິງເຫັນ​ການ
​ປ່ຽນ​ແປງດ້ານ​ນະ​ໂຍບາຍ ທີ່ສໍາຄັນໆ​ຢ່າງໃດ ​ໃນ​ອະນາຄົດ.

ລາຍ​ງານ​ເວົ້າ​ອີກ​ວ່າ ຜູ້​ນໍາ​ໜຸ່ມກິມ ​ທີ່​ເຂົ້າກໍາ​ອໍານາດ​ລຸນຫຼັງການ​ເສຍຊີວິດຂອງ​ພໍ່​ ໃນ​
ເດືອນ​ທັນວາ​ປີຜ່ານມານັ້ນ ອາດ​ສາມາດຄອງ​ອໍານາດ​ຢູ່​ໄດ້ຕໍ່ໄປອີກຫຼາຍສິບ​ປີ ພ້ອມ​ກັບ
ສ້າງ​ຄັງ​ອາວຸດ​ນີວ​ເຄຼຍທີ່​ເຕີບ​ໂຕ​ຂຶ້ນນັບ​ມື້.

ລາຍ​ງານ​ເຕືອນ​ວ່າ ພຽງ​ຢາງ​ອາດ​ທໍາ​ການ​ເກາະ​ຜິດ​ທາງ​ທະຫານຕື່ມ​ອີກ ​ເຊັ່ນ​ທົດ​ລອງ
​ຍິງ​ລູກ​ສອນໄລຍະ​ໄກ​ເພີ່ມ​ອີກ ​ຫຼື ທົດ​ລອງ​ລະ​ເບີດ​ນີວ​ເຄຼຍ ອີກ​ກໍ​ເປັນ​ໄດ້ ​ໃນ​ຄວາມ​
ພະຍາຍາມ​ເພື່ອສົ່ງ​ເສີມຊື່​ສຽງທາງ​ທະຫານ​ຂອງ​ຜູ້​ນໍາ​ກິມ ເພີ່ມຂຶ້ນອີກ.

XS
SM
MD
LG