ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ເກົາຫຼີເໜືອ ປິດລັບເລື້ອງທີ່ຢູເຄຣນ ຖືກຮຸກຮານນັ້ນ ໄວ້ເປັນຄວາມລັບ ຕໍ່ໝົດທຸກຄົນ ຍົກເວັ້ນສະມາຊິກຂອງພັກເທົ່ານັ້ນ


ແຟ້ມຮູບ-ປະຊາຊົນພາກັນເບິ່ງໂທລະພາບທີ່ອອກອາກາດ ດ້ວຍພາບການທົດລອງຍິງລູກສອນໄຟຂອງເກົາຫຼີເໜືອ, ທີ່ສະຖານີລົດໄຟໃນນະຄອນຫຼວງໂຊລ, ປະເທດເກົາຫຼີໃຕ້, ເມື່ອວັນທີ 27 ກຸມພາ 2022.
ແຟ້ມຮູບ-ປະຊາຊົນພາກັນເບິ່ງໂທລະພາບທີ່ອອກອາກາດ ດ້ວຍພາບການທົດລອງຍິງລູກສອນໄຟຂອງເກົາຫຼີເໜືອ, ທີ່ສະຖານີລົດໄຟໃນນະຄອນຫຼວງໂຊລ, ປະເທດເກົາຫຼີໃຕ້, ເມື່ອວັນທີ 27 ກຸມພາ 2022.

ເຈົ້າໜ້າທີ່ຂອງເກົາຫຼີເໜືອໄດ້ລໍຖ້າມາຫຼາຍມື້ແລ້ວເພື່ອລາຍງານໃຫ້ປະເທດຊາດຮັບຮູ້ກ່ຽວກັບການຮຸກຮານ ຢູເຄຣນ ຂອງ ຣັດເຊຍ, ໂດຍທໍາອິດ ແມ່ນໄດ້ແຈ້ງໃຫ້ແຕ່ສະມາຊິກພັກແຮງງານເກົາຫຼີ ທີ່ປົກຄອງປະເທດໃນການປະຊຸມປິດລັບນີ້, ເຊິ່ງຕໍ່ມາ ກໍໄດ້ແຜ່ຂ່າວອອກໄປ, ອີງຕາມຄຳ​ເວົ້າຂອງເຈົ້າໜ້າທີ່ລັດຖະບານ​ທີ່ ກ່າວຕໍ່ວິ​ທະ​ຍຸ​ເອ​ເຊຍ​ເສ​ລີ​ຫຼື RFA.

ຢູ່ໃນ​ລະ​ບອບ​ການ​ປົກ​ຄອງພັກດຽວຂອງເກົາຫຼີເໜືອ ພວກສະມາຊິກໃນພັກແຮງງານແມ່ນມີໄວ້ສໍາລັບ ຜູ້ທີ່ມີສິດພິເສດ ຫຼືພວກທະຫານທີ່ເປັນແບບຢ່າງທີ່ດີໂດຍ ໄດ້ປະຕິບັດໜ້າທີ່ເປັນເວລາດົນນານ ແລະສົມບູນຢູ່ໃນກອງທັບ.

ກອງກໍາລັງທະຫານຣັດເຊຍ ເລີ້ມຕົ້ນການຮຸກຮານ ຢູເຄຣນ ຄັ້ງໃຫຍ່ເມື່ອວັນທີ 24 ກຸມພາຜ່ານ​ມາ, ແຕ່ຍັງບໍ່ໄດ້ມີການດໍາເນີນງານໃດໆ ຫຼັງຈາກນັ້ນສອງມື້ ພຽງຢາງ ຈຶ່ງໄດ້ລາຍງານໃຫ້ແກ່ສະມາຊິກພັກຮັບຮູ້.

ເຈົ້າໜ້າທີ່ຄົນນຶ່ງ ຈາກແຂວງພຽງກັນ​ເໜືອ ທາງພາກຕາເວັນຕົກສຽງເໜືອຂອງ​ປະ​ເທດ ກ່າວຕໍ່ RFA ພາກພາສາເກົາຫຼີໃນວັນທີ 27 ກຸມພາຜ່ານມານີ້ວ່າ “ມື້ ວານນີ້, ສະມາຊິກສະພາປະຈໍາເຂດໃນແຕ່ລະແຂວງ ໄດ້ແຈ້ງໃຫ້ສະມາຊິກພັກທຸກໆຄົນຮັບຮູ້ວ່າ ປະເທດຣັດເຊຍ ທີ່ເປັນພັນທະມິດອັນເຂັ້ມແຂງຂອງພວກເຮົາແມ່ນໄດ້ເຂົ້າສູ່ສົງຄາມແລ້ວ.”

ອີງຕາມແຫຼ່ງຂ່າວທີ່ກ່າວວ່າ “ຄວາມສໍາພັນລະຫວ່າງປະເທດແມ່ນກໍາລັງເຄັ່ງຕຶງ ຍ້ອນຣັດເຊຍເຂົ້າຢູ່ໃນພາວະສົງຄາມ, ດັ່ງນັ້ນ ສະມາຊິກສະພາປະຈໍາຂົງເຂດຕ່າງໆຈຶ່ງໄດ້ຮຽກຮ້ອງໃຫ້ທຸກໆຄົນຈົ່ງກຽມພ້ອມໃນການເຄື່ອນກໍາລັງຢູ່ຕະຫຼອດເວລາ.”

ສະຫະພາບໂຊຫວຽດ ໄດ້ຊ່ວຍສະຖາປະນາເກົາຫຼີເໜືອ ໃນປີ 1948 ລຸນຫຼັງທີ່ເຂົ້າຢຶດຄອງເຄິ່ງນຶ່ງຂອງແຫຼມເກົາຫຼີທີ່ຢູ່ທາງທິດເໜືອນັ້ນ ພາຍຫຼັງທີ່ຍີປຸ່ນພ່າຍແພ້ໃນສົງຄາມໂລກຄັ້ງທີສອງ, ໂດຍແຕ່ງຕັ້ງຜູ້ນໍາ ທີ່ເປັນປູ່ ຂອງຜູ້ນໍາຄົນປັດຈຸ ບັນ ກິມ ຈົງ ອຶນ (Kin Jong Un). ພາຍໃຕ້ການປົກຄອງຂອງ ວລາດິເມຍ ປູຕິນ, ຣັດເຊຍ ມີການເຄື່ອນໄຫວໃນປີ 2000 ເພື່ອຟື້ນຟູຄວາມສໍາພັນກັບພຽງຢາງ ທີ່ໄດ້​ຫລຸດ​ນ້ອຍ​ຖອຍລົງ ຍ້ອນການພັງ​ທະ​ລາຍຂອງອະດີດສະຫະພາບໂຊຫວຽດ.

ອ່ານຂ່າວນີ້ເປັນພາສາອັງກິດ.

XS
SM
MD
LG